ຊຳຊຸງ ມອບອຸປະກອນການສຶກສາ ໃຫ້ໂຮງຮຽນປະຖົມໜອງເຂັງ
ບໍລິສັດ ລາວຊຳຊຸງເອເລັກໂຕຣນິກ ຈຳກັດ ນຳເອົາຊຸດນັກຮຽນ ແລະ ອຸປະກອນການຮຽນ ຈຳນວນ 120 ຊຸດ ໄປມອບໃຫ້ນັກຮຽນໂຮງຮຽນອະນຸບານ ແລະ ປະຖົມສົມບູນໜອງເຂັງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ພ້ອມທັງຮ່ວມຈັດກິດຈະກຳທາສີອາຄານໂຮງຮຽນ ແຕ້ມຮູບ ຕິດຕັ້ງພັດລົມ ປ້າຍຫ້ອງ ແລະ ຫຼິ້ນເກມມອບລາງວັນໃຫ້ນັກຮຽນຂອງໂຮງຮຽນດັ່ງກ່າວ ສຳລັບໂຄງການ Love and Care ຈັດຂຶ້ນວັນທີ 23 ຕຸລາ 2017 ມີທ່ານ Seung ho Choi ຜູ້ຈັດການໃຫຍ່ ປະຈຳລາວ-ກຳປູເຈຍ ບໍລິສັດ ໄທຊຳຊຸງເອເລັກໂຕຣນິກ ຈຳກັດ ພ້ອມດ້ວຍຕາງໜ້າຫ້ອງການສຶກສາທິການ ແລະ ກີລາເມືອງໄຊທານີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຄງການ Love and Care ເປັນໂຄງການເພື່ອສັງຄົມລະດັບພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ໂອເຊອານີ ທີ່ມີຈຸດມຸ່ງໝາຍໃນການຍົກລະດັບຄວາມເປັນຢູ່ ແລະ ຄຸນະພາບຊີວິດຂອງຊຸມຊົນທີ່ຊຳຊຸງໄດ້ດຳເນີນທຸລະກິດຢູ່ລາວ ໂດຍສະເພາະ ການສຶກສາ ຫຼື ສະພາບແວດລ້ອມອ້ອມຂ້າງ ໃນນີ້ ສປປ ລາວ ແມ່ນເປັນຄັ້ງທຳອິດ ທີ່ຊຳຊຸງໄດ້ດຳເນີນກິດຈະກຳໃນຮູບແບບພັດທະນາສັງຄົມໃນລັກສະນະນີ້ ແລະ ຈະສືບຕໍ່ດຳເນີນຕໍ່ໄປເລື້ອຍໆ.
ຊຳຊຸງຫວັງວ່າກິດຈະກຳຄັ້ງນີ້ ຈະສ້າງປະໂຫຍດໃຫ້ແກ່ຂະແໜງການສຶກສາຂອງລາວ ເຖິງຈະເປັນພຽງການປະກອບສ່ວນນ້ອຍໆກໍ່ຕາມ ພ້ອມນີ້ ພວກເຮົາກໍ່ມີຄວາມມຸ່ງຫວັງທີ່ຈະເດີນໜ້າສະໜັບສະໜູນການສຶກສາໄປເລື້ອຍໆ ເພື່ອມອບຄວາມສຸກໃຫ້ນັກຮຽນທີ່ເປັນໜໍ່ແໜງຂອງປະເທດຊາດ ໄດ້ມີອະນາຄົດອັນສົດໃສ່ຢ່າງບໍ່ມີມື້ສິ້ນສຸດ.
ລາວຮ໋ອດຮິດ See New. Hear New. Feel New.




Comments
Post a Comment