ໄປທ່ຽວບຸນພຣະທາດຫຼວງ ໃຫ້ມີສະຕິໃນການຂັບຂີ່



ດັ່ງ​ທີ່​ຮູ້​ນຳ​ກັນ​ແລ້ວ​ວ່າ: ບຸນ​ນະ­ມັດ­ສະ­ການ​ພຣະ​ທາດ­ຫຼວງ ແມ່ນ​ງານ​ບຸນ​ປະ­ເພ­ນີ​ປະ­ຈຳ​ຊາດ ທີ່​ສືບ​ທອດ​ມາ​ແຕ່​ດົນ​ນານ ຊຶ່ງ​ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ​ໃນ​ທົ່ວ​ປະ­ເທດ ເວົ້າ​ລວມ ເວົ້າ​ສະ­ເພາະ​ຊາວ​ນະ­ຄອນ­ຫຼວງ​ວຽງ​ຈັນ​ຂອງ​ພວກ​ເຮົາ ໄດ້​ພ້ອມ​ກັນ​ຈັດ​ຕັ້ງ​ສະ­ເຫຼີມ­ສະ­ຫຼອງ​ບຸນ​ດັ່ງ­ກ່າວ​ຢ່າງ​ຍິ່ງ​ໃຫຍ່ ລະ­ຫວ່າງ​ເດືອນ 12 (ລາວ) ຂອງ​ທຸກໆ​ປີ ໃນ​ງານ​ບຸນ​ນະ­ມັດ­ສະ­ການ​ພຣະ​ທາດ­ຫຼວງ​ນີ້ ນອກ­ຈາກ​ຈະ​ມີ​ການ​ຄົບ­ງັນ​ຕາມ​ຮີດ­ຄອງ​ປະ­ເພ­ນີ​ທີ່​ເຄີຍ​ປະ­ຕິ­ບັດ​ມາ​ແລ້ວ ຍັງ​ໄດ້​ມີ​ການ​ຈັດ​ງານ​ວາງ­ສະ­ແດງ ແລະ ຂາຍ​ສິນ­ຄ້າ​ປະ­ເພດ​ຕ່າງໆ ທີ່​ຜະ­ລິດ​ຢູ່​ພາຍ​ໃນ ແລະ ນຳ​ເຂົ້າ​ຈາກ​ຕ່າງ­ປະ­ເທດ​ຈຳ­ນວນ​ໜຶ່ງ ເພື່ອ​ໃຫ້​ມວນ​ຊົນ​ທີ່​ທ່ຽວ­ບຸນ​ໄດ້​ຈັບ​ຈ່າຍ​ຊື້Œຂາຍ​ສິນ­ຄ້າ ຕາມ​ຖາ­ນະ​ເງິນ​ທີ່​ຕົນ​ມີ.ສຳ­ລັບ​ງານ​ບຸນ​ນະ­ມັດ­ສະ­ການ​ພຣະ​ທາດ­ຫຼວງ​ປີ​ນີ້ ແມ່ນ​ໄດ້​ຈັດ​ຂຶ້ນ​ລະ­ຫວ່າງ​ວັນ​ທີ 8-10 ພະ­ຈິກ ແລະ ງານ​ວາງ­ສະ­ແດງ​ຂາຍ​ສິນ­ຄ້າ​ແມ່ນ​ເລີ່ມ​ແຕ່​ວັນ​ທີ 4-10 ພະ­ຈິກ 2011 ຕະ­ຫຼອດ​ໄລ­ຍະ​ຂອງ​ວັນ​ດັ່ງ­ກ່າວ ບັນ­ດາ​ມວນ​ຊົນ​ຈາກ​ເຂດ​ແຂວງ​ຕ່າງໆ​ໃນ​ທົ່ວ​ປະ­ເທດ ຕະ­ຫຼອດ​ຮອດ​ຊາວ​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ນັກ​ທ່ອງ​ທ່ຽວ​ຕ່າງ­ປະ­ເທດ ກໍ​ຈະ​ໄດ້​ຫຼັ່ງ­ໄຫຼ​ໄປ​ທ່ຽວ​ຊົມ​ບຸນ​ຢ່າງ​ຫຼວງ­ຫຼາຍ ສະ­ນັ້ນ ເພື່ອ​ຮັບ­ປະ­ກັນ​ຄວາມ​ສະ­ຫງົບ​ປອດ​ໄພ ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ຂອງ​ສັງ­ຄົມ ຮັກ­ສາ​ໄວ້​ຊຶ່ງ​ວັດ­ທະ­ນະ­ທຳ ແລະ ຮີດ­ຄອງ​ປະ­ເພ­ນີ​ອັນ​ດີ­ງາມ​ຂອງ​ຊາດ​ລາວ​ເຮົາ ຈິ່ງ​ຂໍ​ຮຽກ­ຮ້ອງ​ໃຫ້​ໝົດ​ທຸກ​ຄົນ 









ຈົ່ງ​ມີ​ສະ­ຕິ​ລະ­ວັງ​ຕົວ​ສູງ​ຕໍ່​ກົນ­ອຸ­ບາຍ​ຂອງ​ພວກ​ສັດ­ຕູ ແລະ ກຸ່ມ​ຄົນ​ບໍ່​ດີ​ຈ­ນວນ​ໜຶ່ງ​ທີ່​ຫວັງ​ມ້າງ­ເພ​ທຳ­ລາຍ ກໍ່​ຄວາມ​ບໍ່​ສະ­ຫງົບ​ໃນ​ງານ​ບຸນ​ດັ່ງ­ກ່າວ.ບັນ­ຫາ​ໜຶ່ງ​ອີກ​ທີ່​ຄວນ​ເອົາ­ໃຈ­ໃສ່​ນັ້ນ ແມ່ນ​ການ​ໃຊ້​ລົດ​ໃຊ້​ຖະ­ໜົນ​ກໍ​ໃຫ້​ມີ​ສະ­ຕິ ບໍ່​ຄວນ​ປະ­ໝາດ ເພື່ອ​ຫຼີກ​ລ້ຽງ​ການ​ເກີດ​ອຸ­ປະ­ຕິ­ເຫດ ສິ່ງ​ສຳ­ຄັນ ລົດ​ທີ່​ເຮົາ​ຂັບ​ຂີ່ ບໍ່​ວ່າ​ຈະ​ເປັນ​ລົດ­ຈັກ ຫຼື ລົດ​ໃຫຍ່ ຕ້ອງ​ຮັບ­ປະ­ກັນ​ທາງ​ດ້ານ​ເຕັກ­ນິກ ຜູ້​ຂັບ​ຂີ່​ຕ້ອງ​ມີ​ໃບ​ຂັບ​ຂີ່ ແລະ ເອ­ກະ­ສານ​ລົດ​ຄົບ​ຖ້ວນ ເພື່ອ​ສະ­ດວກ​ໃນ​ການ​ກວດ­ກາ​ຂອງ​ເຈົ້າ​ໜ້າ­ທີ່ ສຳ­ລັບ​ຜູ້​ທີ່​ຈະ​ໄປ​ທ່ຽວ­ບຸນ​ພຣະ​ທາດ­ຫຼວງ ແມ່ນ​ໃຫ້​ປະ­ຕິ­ບັດ​ຕາມ​ແຈ້ງ​ການ​ຂອງ​ກອງ​ບັນ­ຊາ​ການ ປກສ ນະ­ຄອນ­ຫຼວງ​ວຽງ​ຈັນ ໃນ​ການ​ນຳ​ໃຊ້​ເສັ້ນ­ທາງ ແລະ ສະ­ຖານ­ທີ່​ຈອດ​ລົດ​ຢ່າງ​ເຂັ້ມ​ງວດ ສ່ວນ​ການ​ກິນ​ດື່ມ​ສິ່ງ​ມຶນ­ເມົາ​ຢູ່​ໃນ​ງານ​ບຸນ ກໍ​ໃຫ້​ຢູ່​ໃນ​ຂອບ​ເຂດ ປະຢັດ​ມັດ­ທະ­ຍັດ ບໍ່​ຄວນ​ຫຼິ້ນ​ກິນ​ແບບ​ຟຸມ​ເຟືອຍ ຖ້າ​ມີ​ອາ­ການ​ມຶນ­ເມົາ​ແລ້ວ​ແມ່ນ​ບໍ່​ໃຫ້​ຂັບ​ຂີ່​ລົດ ເພາະ​ມີ​ຄວາມ​ສ່ຽງ​ຕໍ່​ການ​ເກີດ​ອຸ­ປະ­ຕິ­ເຫດ​ຕາມ​ທ້ອງ​ຖະ­ໜົນ ປັດ­ຈຸ­ບັນ​ສັງ­ເກດ​ເຫັນ​ວ່າ ບັນ­ຫາ​ເມົາ​ແລ້ວ​ຂັບ​ຂີ່​ແມ່ນ​ຍັງ​ກວມ​ຕົວ​ເລກ​ສູງ​ສົມ­ຄວນ.

ໂດຍ: ໜຸ່ມ​ສະ­ຫວັນ

-----------------------------------
ລາວຮ໋ອດຮິດ See New. Hear New. Feel New.






Comments