ຣັດ​ເຊຍ ໄດ້​ສຳ­ເລັດ​ການ​ທຳ­ລາຍ​ສາງ​ອາ­ວຸດ​ເຄ​ມີ ທີ່​ມີ​ມາ​ແຕ່​ຍຸກ​ສົງ­ຄາມ​ເຢັນ



ເມື່ອ​ວັນ​ທີ 27 ກັນ­ຍາ​ນີ້ ອົງ­ການ​ເກືອດ​ຫ້າມ​ອາ­ວຸດ​ເຄ​ມີ (OPCW) ໄດ້​ຕີ​ລາ­ຄາ​ສູງ​ຕໍ່​ການ​ທີ່​ຣັດ​ເຊຍ ທຳ­ລາຍ​ອາ­ວຸດ​ເຄ​ມີ​ສ່ວນ​ສຸດ​ທ້າຍ​ທີ່​ຍັງ​ເຫຼືອ​ມາ​ແຕ່​ຍຸກ​ສົງ­ຄາມ​ເຢັນ ແລະ ຖື​ວ່າ​ນີ້​ເປັນ “ ຫຼັກ​ໝາຍ​ສຳ­ຄັນ​ທີ່​ຍິ່ງ​ໃຫຍ່” ໃນ​ການ​ປະ­ຕິ­ບັດ​ເປົ້າ​ໝາຍ​ຕ່າງໆ​ຂອງ​ກົດ​ບັດ​ວ່າ​ດ້ວຍ​ອາ­ວຸດ​ເຄ​ມີ (CWC).
OPCW ຢັ້ງ­ຢືນ​ວ່າ ຈຳ­ນວນ​ອາ­ວຸດ​ເຄ​ມີ​ສຸດ​ທ້າຍ​ທີ່​ຍັງ​ເຫຼືອ​ຢູ່​ໃນ​ຣັດ​ເຊຍ ຫຼັງ​ສົງ­ຄາມ​ເຢັນ ໄດ້​ຖືກ​ທຳ­ລາຍ​ແລ້ວ ຢູ່​ໃນ​ພື້ນ­ຖານ​ກິ​ສ​ເນີ ໃນ​ສາ­ທາ­ລະ­ນະ​ລັດ​ປົກ­ຄອງ​ຕົນ​ເອງ​ອຸດ​ມຸດ (Udmurt) ທີ່​ຂຶ້ນ​ກັບ​ຣັດ​ເຊຍ ທ່ານ ອາ​ເມັດ ອູ​ຊູມ​ກຸ ຜູ້­ອຳ­ນວຍ­ການ​ໃຫຍ່ OPCW ເວົ້າ​ວ່າ ບັນ­ດາ​ຊ່ຽວ­ຊານ​ຈາກ​ອົງ­ການ​ຢັ້ງ­ຢືນ​ລາ­ງວັນ​ໂນ​ແບລ​ເພື່ອ​ສັນ­ຕິ­ພາບ ໄດ້​ຮັບ​ຮູ້​ເຖິງ​ຂະ​ບວນ​ການ​ທຳ­ລາຍ​ຢ່າງ​ສຳ­ເລັດ​ຜົນ ພ້ອມ​ທັງ​ໄດ້​ຕີ​ລາ­ຄາ​ສູງ​ຕໍ່​ຄວາມ​ເປັນ​ມື​ອາ­ຊີບ ກໍ​ຄື​ຄວາມ​ພະ­ຍາ­ຍາມ​ຂອງ​ຝ່າຍ​ຣັດ​ເຊຍ.
ກ່ອນ​ໜ້າ​ນັ້ນ ຣັດ​ເຊຍ ໄດ້​ປະ­ຕິ­ບັດ​ຢ່າງ​ເຄັ່ງ​ຄັດ​ຕໍ່​ຄຳ​ສັນ­ຍາ​ກ່ຽວ​ກັບ​ການ​ທຳ­ລາຍ​ອາ­ວຸດ​ເຄ​ມີ​ທີ່​ເກັບ​ຮັກ­ສາ​ໄວ້​ຢູ່​ໃນ​ພື້ນ­ຖານ​ອີກ 6 ແຫ່ງ​ໃນ​ທົ່ວ​ປະ­ເທດ ໃນ​ໄລ­ຍະ​ແຕ່​ປີ 2005Œ2015.
ປະ­ທາ­ນາ­ທິ­ບໍ­ດີ​ຣັດ​ເຊຍ ວາ​ລາ​ດີ​ເມຍ ປູ​ຕິນ ກໍ​ໄດ້​ປະ­ກາດ​ຜ່ານ​ທາງ​ໂທລະ­ພາບ ກ່ຽວ​ກັບ​ແຜນ­ການ​ທຳ­ລາຍ​ອາ­ວຸດ​ເຄ​ມີ​ສ່ວນ​ສຸດ​ທ້າຍ​ນັ້ນ ໂດຍ​ທ່ານ​ຖື​ວ່າ​ນີ້​ເປັນ​ເຫດ­ການ​ປະ­ຫວັດ­ສາດ ເປັນ​ບາດ­ກ້າວ​ໜຶ່ງ​ທີ່​ສຳ­ຄັນ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ການ​ສ້າງ​ໂລກ​ໜຶ່ງ​ທີ່​ທັນ​ສະ­ໄໝ ປອດ​ໄພ ແລະ ຍຸ­ຕິ​ທຳ ໃນ​ຂະ­ນະ​ດຽວ​ກັນ ປະ­ທາ­ນາ­ທິ­ບໍ­ດີ ປູ​ຕິນ ກໍ​ຕຳ​ນິ​ຕໍ່​ການ​ທີ່ ສ ອາ​ເມ​ຣິ​ກາ ຍັງ​ບໍ່​ທັນ​ປະ­ຕິ­ບັດ​ຢ່າງ​ເຄັ່ງ​ຄັດ​ຕໍ່​ຄຳ​ສັນ­ຍາ​ກ່ຽວ​ກັບ​ການ​ທຳ­ລາຍ​ອາ­ວຸດ​ເຄ​ມີ ໃນ​ເມື່ອ​ມີ​ການ​ຍ້າຍ​ກຳ­ນົດ​ເວ­ລາ​ການ​ທຳ­ລາຍ​ອາ­ວຸດ​ດັ່ງ­ກ່າວ​ໄປ​ເຖິງ 3 ເທື່ອ.
ຣັດ​ເຊຍ ໄດ້​ລົງ​ນາມ​ສົນ­ທິ­ສັນ­ຍາ​ວ່າ​ດ້ວຍ​ການ​ເກືອດ​ຫ້າມ​ອາ­ວຸດ​ເຄ​ມີ ໃນ​ປີ 1993 ແລະ ໄດ້​ໃຫ້​ສັດ­ຕະ­ຍາ­ບັນ​ເອ­ກະ­ສານ​ນີ້​ໃນ​ປີ 1997 ກົດ​ບັດ​ດັ່ງ­ກ່າວ​ກຳ­ນົດ​ໄວ້​ວ່າ ຣັດ​ເຊຍ ຕ້ອງ​ໄດ້​ສຳ­ເລັດ​ວຽກ​ງານ​ການ​ທຳ­ລາຍ​ອາ­ວຸດ​ເຄ​ມີ ກ່ອນ​ວັນ​ທີ 31 ທັນ­ວາ ປີ 2018
ຣັດ​ເຊຍ ແລະ ສ ອາ​ເມ​ຣິ​ກາ ເກັບ​ຮັກ­ສາ​ອາ­ວຸດ​ເຄ​ມີ​ໃນ​ປະ­ລິ­ມານ​ທີ່​ໃຫຍ່​ໂຕ ທີ່​ມີ​ມາ​ຕັ້ງ­ແຕ່​ຍຸກ​ສົງ­ຄາມ​ເຢັນ ແຕ່​ວ່າ​ທັງ​ສອງ​ປະ­ເທດ​ດັ່ງ­ກ່າວ ໄດ້​ໃຫ້​ສັນ­ຍາ​ທີ່​ຈະ​ທຳ­ລາຍ​ອາ­ວຸດ​ເຫຼົ່າ­ນັ້ນ​ໃຫ້​ສຳ­ເລັດ​ກ່ອນ​ເດືອນ​ເມ­ສາ ປີ 2012 ຫຼັງ​ຈາກ​ທີ່​ໄດ້​ເຂົ້າ​ຮ່ວມ​ກົດ​ບັດ​ສາ­ກົນ​ກ່ຽວ​ກັບ​ການ​ຕ້ານ​ອາ­ວຸດ​ເຄ​ມີ ໃນ​ຂະ­ນະ​ທີ່​ຣັດ​ເຊຍ ຫາ​ກໍ​ເຮັດ​ສຳ­ເລັດ​ຄຳ​ສັນ­ຍາ​ນັ້ນ ທາງ​ຝ່າຍ ສ ອາ​ເມ​ຣິ​ກາ ປະ­ກາດ​ວ່າ ຈະ​ສຳ­ເລັດ​ການ​ທຳ­ລາຍ​ອາ­ວຸດ​ເຫຼົ່າ­ນັ້ນ​ກ່ອນ​ປີ 2023.

ຂໍ້ມູນຈາກ VTNS
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.



Comments