ແຈ້ງການ ເລື່ອງແລກຮັບຂອງລາງວັນ ຂອງບໍລິສັດ ເບຍລາວ ຈຳກັດ



ແຈ້ງການເພີ່ມເຕີມ ເລື່ອງຮັບຂອງລາງວັນ ໂຄງການ ສະຫຼອງຄົບຮອບ 20 ປີ ນໍ້າດື່ມຫົວເສືອ ໃຫ້ອ່ານລາຍລະອຽດດັ່ງລຸ່ມນີ້:

ບໍລິສັດ ເບຍລາວ ຈຳກັດ ມີຄວາມຍິນດີແຈ້ງຂ່າວເຖິງບັນດາລູກຄ້າທີ່ຮັກແພງ ກ່ຽວກັບ ເລື່ອງ ໂປຣໂມຊັ້ນ 20ປີ ນຳ້ດື່ມຫົວເສືອ, ຍ້ອນກະແສຕອບຮັບທີ່ດີເກີນຄາດ ຜູ້ບໍລິໂພກສົນໃຈແລກລາງວັນຢ່າງຫຼວງຫຼາຍ ທາງບໍລິສັດໄດ້ຕັດສິນໃຈເພີ່ມລາງວັນອີກ 2ຮອບ, ເຖິງປານນັ້ນກໍ່ຕາມ ມາຮອດວັນທີ່ 25 ຕຸລາ 2017 ທີ່ຜ່ານມາ ລາງວັນບາງສ່ວນ ໂດຍສະເພາະ ລາງວັນກະເປົາເດີນທາງແມ່ນໄດ້ໝົດລົງ, ເພື່ອຮັບປະກັນວ່າທາງລູກຄ້າທີ່ໄດ້ ສະສົມຝາມາແລ້ວ ໄດ້ຮັບຂອງລາງວັນທີ່ຕ້ອງການ ຈຶ່ງຂໍແຈ້ງການມາດັ່ງນີ້:

ລູກຄ້າຜູ້ທີ່ສະສົມຝາມາແລ້ວ ແມ່ນສາມາດ ມາລົງທະບຽນເອົາລາງວັນ ໂດຍການໃຫ້ ຊື່ ແລະເບີໂທ ພ້ອມມອບຝາທີ່ສະສົມມາໃຫ້ແກ່ ພະນັກງານແລກລາງວັນ ທີ່ປະຈຳຢູ່ຈຸດແລກລາງວັນ ທີ່ຕົວແທນຈຳໜ່າຍຂອງ ບໍລິສັດ ເບຍລາວ ຈຳກັດ ທົ່ວປະເທດ.

ທາງລູກຄ້າ ສາມາດເຮັດການລົງທະບຽນໄດ້ ຕັ້ງແຕ່ມື້ແຈ້ງການນີ້ຈົນເຖິງມື້ສຸດທ້າຍ ຂອງໂປຣໂມຊັ້ນ ກໍ່ຄື ວັນທີ່ 30 ຕຸລາ 2017 ນີ້.

ທາງລູກຄ້າ ທີ່ລົງທະບຽນແລ້ວແມ່ນຈະໄດ້ຮັບຂອງລາງວັນ ພາຍໃນທ້າຍເດືອນ ພະຈິກ 2017 ນີ້. 



ແຈ້ງການເພີ່ມເຕີ່ມສະບັບນີ້ ແມ່ນມີຜົນປະຕິບັດ ນັບແຕ່ ວັນທີ່ 26 ຕຸລາ 2017 ເປັນຕົ້ນໄປ, ທາງ ບໍລິສັດ ເບຍລາວ ຈຳກັດ ຈຶ່ງຂໍແຈ້ງການມາເຖິງບັນດາລູກຄ້າທີ່ຮັກແພງ ໄດ້ຮັບຮູ້ພ້ອມກັນທົ່ວປະເທດ.


Cr: Tigerhead Facebook Page
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.





Comments