Cafe Under the Tree Vientiane
ວັນພັກຜ່ອນ ເສົາ -ອາທິດ ຄິດຢາກກິນຂອງຫວານແຊບ ບໍ່ວ່າຈະເປັນເຄັກ ຂະໜົມ ນົມ ເນີຍ Toast ນີ້ເລີຍມື້ນີ້ຈະມາເນາະນຳຮ້ານ Under The Tree vientiane
ບັນຍາກາດຫນ້າຮ້ານກະເປັນຕາຮັກຕາແພງເປັນຕາອົບອຸ່ນເບິ່ງແລ້ວເປັນຕາຄົ້ນຫາ
ເອົາເຂົ້າມາດ້ານໃນກັນລະບາດນີ້ ໂອ້ ໂຫ້ ງາມຫລາຍ
ບັນຍາກາດຮ້ານຕົກແຕ່ງແບບຍ້ອນຍຸກປະສົມສະໃໝໃຫ່ມ ມີທັງ ຝາໃຫ່ມ ພື້ນກໍ່ຍັງເປັນໄມ້ ຕອນຍ່າງຄືກັບວ່າຍ່າງຢູ່ໃນເຮືອນເກົ່າໆທີ່ມີພື້ນເຮືອນເປັນໄມ່ ມີຝາເຮືອນເປັນໄມ້ເລີຍ
ບ່ອນນັ່ງກໍ່ມີຫຼາຍແບບຫຼາຍ style ໃຫ້ເຮົາໄດ້ເລືອກມຸມໄດ້ຕາມໃຈ ບໍ່ວ່າຈະເປັນໂຊຟາດ້ານຫນ້າ ທາງເຂົ້າ ຕໍ່ມາກໍ່ຈະເປັນໂຕະທີ່ມີຊິ່ງຊ້າ ແລະດ້ານໃນໆກໍ່ຈະເປັນໂຕະໃຫ່ຍ ໄວ້ສຳຫລັບຫມູ່ ຄອບຄົວທີ່ມາກັນຫລາຍໆຄົນ
ok Let's go ລືມບອກໄປວ່າຮ້ານເພິ່ນຕ້ອງໄດ້ໄປສັ່ງອາຫານເຄື່ອງດື່ມທີ່ ເຄົ້າເຕິ້ດ້ານໃນ ທາງຮ້ານຈະບໍ່ໄດ້ເອົາເມນູມາໃຫັເຮົາເດີ້ ຈາກນັ້ນສັ່ງແລ້ວ ເຮົາກະສິໄດ້ເລກທີໂຕະຖືກັບມາເລືອກໂຕະນັ່ງທີ່ຖືກໃຈ ແລ້ວກໍ່ນັ່ງຖ້າຈັກຫນ່ອຍຫນຶ່ງເພິ່ນກະສິມາເສີບຕາເລກທີໂຕະທີເຮົາໄດ້ມາ ເປັນອັນຈົບ.......ເອົາ ລຸຍເລີຍ 5555
Charcoal Toast ແລະ Ice Mocha ຄືເມນູທີ່ແອັດມິນກິນປະຈຳ ເນະນຳເລີຍ ແຊບແທ້ແນ່ນອນ
ດື່ມນຳ້ໂສດາປະສົມນຳ້ເຜິງແລະ ຫມາກນາວສົດໆ
Honey Lemon Soda
ອໍເຫລັນມິ້ວກີ້ Orange Milky
ເລມອນຄີມທີ Lemon cream tea
Vanilla Lemon Mocktail
Mango Passion Mocktail
Orange coffee
ເປັນຈັ່ງໃດປັດໆເຄ່ຍໆເບິ່ງແລ້ວ ເມນູໃດຖືກໃຈກະຈື່ໄວ້ເດີ້ ເພື່ອໄປຮ້ານແລ້ວສິສັ່ງຖືກ ນອກຈາກທີ່ເນາະນຳມານີ້ຍັງມີເມນູອີກຫຼາກຫຼາຍເລີຍແຫລະ ເຮົາສາມາດເຂົ້າໄປເລືອກເບິ່ງໄດ້ເດີ້
ບອກເລີຍວ່າແຕ່ລະເມນູນີ້ເດັດທັງນັ້ນ ໃຜຢາກລອງແນວແປກຕ້ອງຮ້ານນີ້ເລີຍ
ແຜນທີ່ຮ້ານແລະເບີໂທຢູ່ໃນຮູບລະເດີ້ ໄປບໍ່ຖືກຊອກບໍ່ເຫັນໂທສອບຖາມເພິ່ນໄດ້
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.
















Comments
Post a Comment