ລະວັງແນ່ນັກຕົ້ມຕຸນຄົນຫວຽດເລາະຂາຍໂທລະສັບiPhone 7plus ປອມ ຖືກມາກັບຕົວ
ເຫດເກີດໃນວັນທີ 23/10/2017 ເວລາປະມານ 11:00 PM
ລະວັງແນ່ນັກຕົ້ມຕຸນຄົນຫວຽດເລາະຂາຍໂທລະສັບiPhone 7plus ລາຄາ3ລ້ານແລ້ວລັກເອົາຂອງປອມມາປ່ຽນໃຫ້ລະວັງຊ່ອຍກັນເບິ່ງຊ່ອຍກັນ ເພາະເຈີມາກັບໂຕເອງ
ການຂາຍຂອງນັກຕົ້ມຕຸນຈະມາສະຫນີຂາຍໃຫ້ເຮົາ ພໍເຮົາຕົກລົງຊື້ແລ້ວເຮົາໄປເອົາເງິນເພື່ອມາຈ່າຍ ໃນຂະນັ້ນເອງນັກຕົ້ມຕຸນກະຍ່າງໄປຍ່າງມາແລ້ວເຮັດຕົວວຸ້ນໆ ບອກເຮົາວ່າດຽວໂທຫາອ້າຍກ່ອນ ພໍກັບເຂົ້າມາເພື່ອຈ່າຍເງິນ ຈັກວ່າປ່ຽນເອົາ iPhone 7 Plus ປອມໃຫ້ເຮົາຕອນໃດກະບໍ່ຮູ້ ເພາະຕອນທີກວດເບິ່ງເຄື່ອງກ່ອນຕົກລົງຊື້ແມ່ນເປັນຂອງແທ້ ເພາະໄດ້ກວດເຊັກຢ່າງດີກັບໝູ່ທີ່ເປີດຮ້ານໂທລະສັບແລ້ວ ກໍ່ເລີຍໄດ້ຕັດສິນໃຈຊື້ ແຕ່ສຸດທ້າຍຖືກຂອງປອມ!
ມາຮອດວັນທີ 24/10/2017 ເວລາປະມານ 11:40PM ຜູ້ເສຍຫາຍໄດ້ນຳຈັບນັກຕົ້ມຕຸນຄົນຫວຽດໄດ້ທີ່ ບ້ານ ໂນນສະອາດ ເມືອງ ໄຊທານີ ເຂດທ່າງ່ອນ ໃນຂະນະທີ່ຜູ້ກ່ຽວກຳລັງນັ່ງຂາຍໃຫ້ຄົນອື່ນຢູ່
ຂໍ້ມູນຂາກ FB: Lou NoloGo
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.




Comments
Post a Comment