iPhone X ຜະລິດໄດ້ 400,000 ເຄື່ອງຕໍ່ອາທິດ ແຕ່ເຊັນເຊີ້ 3 ມິຕິຍັງຜະລິດຊ້າຢູ່


ສື່ຕ່າງປະເທດລາຍງານຂໍ້ມູນສະຖານະການຜະລິດ iPhone X ຊ່ວງເດືອນ ຕຸລາ 2017 ວ່າ iPhone X ຜະລິດໄດ້ 400,000 ເຄື່ອງຕໍ່ອາທິດ ແຕ່ເຊັນເຊີ້ 3 ມິຕິຍັງຜະລິດຊ້າຢູ່

iPhone X ຜະລິດໄດ້ 400,000 ເຄື່ອງຕໍ່ອາທິດ

Apple ວາງແຜນເປີດຂາຍ iPhone X ໃນວັນທີ່ 3 ພະຈິກ 2017 ນີ້ເປັນກຸ່ມປະເທດທຳອິດ ແຕ່ບັນຫາເລື່ອງຄວາມຍາກໃນການຜະລິດກ້ອງໜ້າ TrueDepth ທີ່ມີເຊັນເຊີ້ 3 ມິຕິເປັນຊິ້ນສ່ວນສຳຄັນຍັງຕິດບັນຫາຜະລິດໄດ້ຊ້າຢູ່
iPhoneX-1
ໂດຍ Nikkei ເຜີຍຂໍ້ມູນວ່າ iPhone X ສາມາດຜະລິດໄດ້ 400,000 ເຄື່ອງຕໍ່ອາທິດເພີ່ມຂຶ້ນຈາກເດືອນ ກັນຍາ 2017 ທີ່ພົບບັນຫາເລື່ອງຈໍ OLED ເຊິ່ງຜະລິດໄດ້ພຽງ 100,000 ເຄື່ອງຕໍ່ອາທິດເທົ່ານັ້ນ
ແນວໃດກໍ່ຕາມໂຕເລກ 400,000 ເຄື່ອງຕໍ່ອາທິດນັ້ນຫຼາຍຝ່າຍເຊື່ອວ່າໜ້າຈະຍັງບໍ່ພໍພຽງຕໍ່ຄວາມຕ້ອງການທີ່ມີຢູ່ໃນຕອນນີ້ ໂດຍຄາດວ່າ Apple ອາດເປີດຂາຍ iPhone X ຕາມກຳໜົດ ແຕ່ສິນຄ້າຈະຍັງບໍ່ພໍຂາຍຄືເກົ່າ

iPhone X ຜະລິດຊ້າສາເຫດມາຈາກກ້ອງໜ້າ TrueDepth ຜະລິດຍາກ

Nikkei ໃຫ້ຄວາມຄິດເຫັນວ່າສາເຫດສຳຄັນທີ່ iPhone X ຜະລິດຊ້າມາຈາກກ້ອງໜ້າ TrueDepth ຜະລິດຍາກນັ້ນເອງ ເນື່ອງຈາກມີການໃຊ້ເທັກໂນໂລຢີທີ່ຊັບຊ້ອນ ເຊິ່ງ Apple ເອງຕ້ອງຫາວິທີບໍລິຫານຈັດການໃຫ້ດີກວ່ານີ້ ແລະ Nikkei ເຊື່ອວ່າ Apple ຈະເລັ່ງກຳລັງຜະລິດຫຼາຍຂຶ້ນໃນຊ່ວງກາງເດືອນ ຕຸລາ 2017 ນີ້

truedepth-camera-2-5-years-over-competitors



Apple ຈະເປີດສັ່ງຈອງ iPhone X ລ່ວງໜ້າ ໃນກຸ່ມປະເທດທຳອິດວັນທີ 27 ຕຸລາ 2017 ແລະເປີດຂາຍວັນທີ 3 ພະຈິກ 2017 ໂດຍ  ຕອນນີ້ທາງ Apple ເອງກໍ່ໄດ້ເລີ່ມຕິດ Billboard ປະຊາສຳພັນ iPhone X ໃນສະຖານທີ່ຕ່າງໆ ຂອງກຸ່ມປະເທດທຳອິດແລ້ວ



iPhone-x-ad-first-country


ທີ່ມາ - 9to5mac

-----------------------------------
ລາວຮ໋ອດຮິດ See New. Hear New. Feel New.





Comments