ເປີດເລື່ອງຈິງຂອງ Joanna Palani ສາວງາມມືໂຫດ ທີ່ຖືກ ISIS ຕັ້ງຄ່າຫົວ 1ລ້ານໂດລາສະຫາລັດ






ເລື່ອງລາວເອົາເຫຼື່ອເຊື່ອຂອງຍິງສາວຄົນ1ທີ່ເບິ່ງພາຍນອກອາດຄິດວ່າ ລາວເປັນພຽວແມ່ຍິງຄົນງາມຄົນໜຶ່ງທີ່ມີຊີວິດສວຍງາມ ໃຊ້ຊີວິດແບບໄວລຸ້ນປົກກະຕິທຳມະດາ ແຕ່ໃຜຈະຮູ້ວ່າທີ່ແທ້ຈິງແລ້ວ ນາງເປັນຜູ້ທີ່ໜ່ວຍກໍ່ການຮ້າຍ ISIS ຕາມລ່າໂຕເອົາເປັນເອົາຕາຍເພາະວິລະກຳທີ່ນາງໄດ້ກໍ່ຂຶ້ນນັ້ນ ເກີນກວ່າຈະປ່ອຍໃຫ້ລອຍນວນໄດ້




ນາງຄົນນັ້ນແມ່ນ Jaonna Palani ທີ່ເກີດແລະໃຫຍ່ມາທີ່ຄ້າຍລີ້ໄພ "ຊາວອິຣັກ" ແລະມີບັນພະບູລຸດເປັນ ຊາວອິຣ່ານ ແລະ ຊາວເຄີຣດ ນັ້ນກະຄືສິ່ງທີ່ເຮັດໃຫ້ນ່ງໄດ້ຖິ້ມຊີວິດນັກສຶກສາທີ່ປະເທດເດນມາຣກ ເພື່ອພາໂຕເອງເຂົ້າສູ່ສົງຄາມ ເພື່ອຫວັງວ່າຈະລ້າງບາງໜ່ວຍກໍ່ການຮ້ານ ISIS ໃຫ້ໝົດໄປ







ນາງສາມາດສັງຫານໜ່ວຍລົບທັງມືດີ ແລະກຸ່ມຍ່ອຍຂອງໜ່ວຍກໍ່ການຮ້າຍນີ້ໄປແລ້ວກວ່າ 100ສົບ ຈົນຖືກຕາມລ້າ ຕັ້ງຄ່າຫົວເຖິງ 1ລ້ານໂດລາສະຫາລັດ ຫຼືເປັນເງິນກີບ ປະມານ 800,000,000ກີບ ສຳລັບໃຜທີ່ສາມາດຈົບຊີວິດແມ່ຍິງຄົນນີ້ໄດ້ ເພາະບໍ່ສະນັ້ນຈະຕ້ອງມີຄົນຕາຍເພີ່ມແນ່ນອນ




ຮູບພາບການແຕ່ງກາຍໃນຊຸດທຳມະດາ ຂອງ Joanna Palani




ຍ້ອນອະດີດໄປສະໄໝຄອບຄົວນາງທີ່ຢູ່ໃນຄ້າຍລີ້ໄພຂອງ "ຢູເອັນ" ຢູ່ໃນຊ້ວງຂອງສົງຄາມ ອ່າວເປີເຊຍ ຄອບຄົວຂອງນາງໄດ້ຖືກອະນຸຍາດໃຫ້ເດີນທາງໄປ ປະເທດເດັນມາກ ເພື່ອຂໍລີ້ໄພ ແລະນັ້ນເຮັດໃນນາງໄດ້ຮັບການຝຶກຝົນການໃຊ້ອາວຸດ ໂດຍສະເພາະປືນທີ່ປະເທດ ຟິນແລນ ໃນຂະນະນັ້ນນາງມີອາຍຸພຽງແຕ່ 9ປີ




ຊຶ່ງນີ້ແມ່ນນຈຸດທີເຮັດໃຫ້ນາງແຕກຕ່າງຈາກແມ່ຍິງທົ່ວໄປ ແລະກໍ່ບໍ່ມີໃຜຮູ້ເລີຍວ່ານາງຈະມີລິດເດດເຖິງຂະໜາດນີ້ຈາກການຮອບຮູ້ເລື່ອງອາວຸດ ແລະສິນລະປະປ້ອງກັນໂຕ ທີ່ສາມາດດັບຊີວິກຄົນໄດ້ຈາກສິ່ງຂອງໃກ້ໂຕ ແລະໂດຍໃຊ້ມືເປົ່າຂອງນາງ




ຕໍ່ມາໃນປີ 2011-2014 ເກີດຄວາມຮຸນແຮງຫຼາຍກວ່າເກົ່າໃນພື້ນທີ່ສົງຄາມ ເປັນຈຸດເລີ່ມຕົ້ນໃຫ້ນາງຫວນຕິດວ່າ ຈະເຮັດຈັ່ງໃດກັບເຫດການນີ້ຕໍ່ໄປ ຈະເຊີຍຊາ ໃຊ້ຊີວິດປົກກະຕິໃນ ໂຄເປນເຮເກນ ຫຼືຈະກະໂດນເຂົ້າສູ່ສະໜາມຮົບ ຈົນທ້າຍທີ່ສຸດນາງກໍ່ເລືອກ ເຂົ້າຮ່ວມໃນສະໜາມຮົບ ແລະເດີນໜ້າເຂົ້າປະເທດຊີເລຍ






ຮູບພາບຂອງ Joanna Palani ປຽບທຽບໃຫ້ເຫັນຕອນ ນາງໃສ່ຊຸດທຳມະດາ




ວິລະກຳແລກ ໃນຖານະຜູ້ສະໜັບສະໜຸນຝ່າຍປະຊາຊົນ Joanna Palani ໄດ້ເຂົ້າຮ່ວນກໍ່ຈາລະຈອນໃນອາຣັບສປິງ ເພື່ອໂຄນລົ້ມລັດທະບານພະເດັດການ ອັສຊາດ ຈາກນັ້ນກໍ່ເຂົ້າກຸ່ມ ISIS ຢ່າງເຕັມໂຕໃນເມືອງໂຄບານີ ຂອງຊີເລຍ ທີ່ເປັນພົມແດນທີ່ຕິດກັບຕຸຣກີ




ນາງໄດ້ເຂົ້າຮ່ວມກຸ່ມ kurdish People's Protection Unit (YPG) ເພື່ອຊ່ວຍເຫຼືອປະຊາຊົນກຸ່ມນ້ອຍຍາຊິດີ ໃຫ້ລອດຈາກການຂ້າລ້າງເຜົ່າພັນ ໂດຍສະເພາະແມ່ຍິງທີ່ຖືກທາລຸນໂດຍການຂົ່ມຂືນຢ່າງໂຫດຫ້ຽມແລະປ່ອຍແມ່ຍິງຊາວຍາຊິດີທີ່ຖືກກົກຂັງໃຫ້ເຫັນເຫຍື້ອກາມຂອງພວກ ISIS




Joanna Palani ຄື ໜຶ່ງໃນ 750 ສະຕີຣຊາໂຣບທີ່ອາສາລົງພື້ນທີ່ ເພື່ອຊ່ວຍເຫຼືອໃນດ້ານຕ່າງໆ ທີ່ແຕກຕ່າງກັນອອກໄປ ມີຕັ້ງແຕ່ ແພດ ຄູ ແຕ່ນາງເລືອກທີ່ຈະເປັນໜ່ວຍທະຫານເພື່ອຈັບປືນເຮັດໃນສິ່ງທີ່ນາງຖະນັດ ໂດຍເປັນພົນຊຸ້ມຍິງແນວໜ້າ ອາສາເຂົ້າໄປສູ້ກັບຂ້າເສິກ ໂດຍຜິດວິໃນຄວາມເປັນແມ່ຍິງ




ຮູບພາບ Joanna Palani ໃນຊຸດທະຫານ ຂະນະຢູ່ໃນກອງກຳລັງ





ຫຼັງຈາກທີ່ນາງຕ້ອງປະຊັນໜ້າ ໃນຖານະແນວໜ້າ ນັ້ນເຮັດໃຫ້ເຊື່ອໄດ້ວ່ານາງຄືໂຕຈິງ ບໍ່ແມ່ນແມ່ຍິງທີ່ເປັນພຽງຄົນງາມປະດັບກອງທັບ ແລະນາງໄດ້ສ້າງວິລະກຳຫຼາຍຢ່າງຕໍ່ກຸ່ມ ISIS ທີ່ສັງຫານໄປແລ້ວກວ່າ 100ສົບ ຈັນເຮັດໃຫ້ນາງມີຄ່າຫົວເຖິງ 1ລ້ານໂດລາສະຫາລັດ (ປະມານ 800,000,000ກີບ)

ກະສຸນກະຊາກວິນຍານຂອງ Joanna Palani




ຮູບພາບ Joanna Palani ຂະນະຢູ່ໃນກອງກຳລັງ ຖ່າຍເຊວຟີ່ກັບເພື່ອນຮົບ




"ພວກ ISIS ຂ້າງ່າຍກວ່າພວກອັສຊາດ ເພາະພວກ ISIS ບາງຄົນຍອມພີຊີບຕາມຄວາມເຊື່ອ ແຕ່ພວກອັສຊາດ ຈະຖືກຝຶກມາຢ່າງດີ" Joanna Palani ກ່າວໄວ້




ແລະແນ່ນອນວ່າ ເມື່ອນາງໄດ້ກັບສູ່ບ້ານເດັນມາກຂອງນາງ ນາງຖືກທາງການເດັນມາກຂຶ້ນບັນຊີດຳຫ້າມກັບສູ່ສະໜາມຮົບອີກ ເພາະຖືວ່ານາງເປັນພົນລະເມືອງທີ່ເດັນມາກເຄີຍຊ່ວຍໄວ້ຈາກສົງຄາມ ແລະຈາກພາຕົນເອງໄປຢູ່ໃນສົງຄາມອີກບໍ່ໄດ້ ແຕ່ເພາະນາງເປັນນາງ ເລີຍເຮັດໃຫ້ນາງແຫກຄຳສັ່ງແລະເດີນທາງໄປຮົບອີກຄັ້ງ ເຊິ່ງຕ້ອງໃຊ້ເວລາເດີນທາງເຖິງ 7ຊົ່ວໂມງໃນການຢ່າງດ້ວຍຕີນໂດຍບໍ່ໄດ້ນຳໃຊ້ພາຫະນະຫຍັງທັງນັ້ນເພື່ອຂ້າມຊາຍແດນ




ແຕ່ເມື່ອນາງກັບເຂົ້າມາໃນເດັນມາກອີກຄັ້ງ ນາງຖືກຈັບໃນຂໍ້ຫາຮ້າຍແຮງ ຄື ຜູ້ກໍ່ການຮ້າຍ ແລະຖືກຄຸມຂັງໃນ Vestre Faensel ຊຶ່ງເປັນຄຸກທີ່ໃຫຍ່ທີ່ສຸດໃນເດັນມາກ ເຖິງ 3 ອາທິດ ກ່ອນທີ່ຈະຖືກປ່ອຍອອກມາ




ນາງຈະຕ້ອງໄດ້ຢູ່ຢ່າງລົບຊ້ອນ ຊີວິດບໍ່ໄດ້ເປັນອິດສະຫຼະຄືເກົ່າ ເພື່ອໃຫ້ຫຼີກພົ້ນຈາກການນຳລ່າຄ່າຫົວຈາກພວກ ISIS ທີ່ແຝງຕົວຢູ່ທົ່ວຢູໂຣບ ລວມເຖິງການຫຼີກອອກຈາກສາຍຕາຂອງລັດທະບານເດັນມາກ ທີ່ຈອບຈັບຕາເບິ່ງການກະທຳຂອງນາງທຸກໆຝີກ້າວ



Cr: Thai night Society
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.






Comments