Miss international Laos ເດີນທາງໄປປະກວດ Miss international ທີ່ປະເທດ ຢີ່ປຸ່ນແລ້ວ

ເຊິ່ງມໍ້ໆມານີ້ ລາວເຮົາກໍ່ສົ່ງ ຈິນນາລີ ຟ້າໃສ ສາວລາວທີ່ໄດ້ຮັບຕຳແໜ່ງ Miss Grand Laos 2017 ອອກໄປປະກວດເວທີສາກົນນັ້ນກໍ່ຄື ງານປະກວດ Miss grand international 2017 ທີ່ປະເທດ ສສ ຫວຽດນາມ ແລະ ງານຕໍ່ມາ ຈາກ Miss grand international ກໍ່ຄືງານປະກວດ Miss international 2017 ເຊິ່ງຈະຈັດຂື້ນໃນປະເທດຍີ່ປຸ່ນໃນວັນທີ 14 ພະຈິກ 2017 ທີ່ຈະມາຮອດນີ້ ແລະ ລາວເຮົາກໍ່ໄດ້ສົ່ງສາວງາມ Miss international laos 2017 ເຂົ້າຮ່ວມຄື ສາວ ມິມີ່ ພູນຊັບ ພົນໂຍທາ ຕົວແທນຈາກປະເທດລາວ ເດີນທາງໄປປະກວດ Miss International 2017 ຢູ່ປະເທດຍິປຸ່ນແລ້ວ ຕັ້ງແຕ່ວັນທີ 25 ຕຸລາ ແລະຈະເກັບຕົວເພື່ອເຮັດກິດຈະກຳຕ່າງຈົນຮອດວັນທີ 14 ພະຈິກ 2017 ແລະເປັນມື້ສຸດທ້າຍໃນການປະກວດຝາກ ປະຊາຊົນລາວເຮົາທຸກຄົນຊ່ວຍເປັນກຳລັງໃຈ ແລະ ເຊຍນ້ອງ ມິມີ່ ແດ່ເດີ 

























ປີນີ້ເປັນປີທຳອິດທີ່ລາວເຮົາສົ່ງນາງງາມອອກນອກປະເທດ (ສົ່ງປະກວດເວທີນອກ) ເຊິ່ງມີທັງຫມົດ 5 ເວທີໃຫຍ່ ແລະ ດັງລະດັບໂລກ ທີ່ໃຫ້ການຍອມຮັບຈາກຄົນທົ່ວທຸກມູມໂລກຊ່ວຍຕິດຕາມແລະສົ່ງແຮງໃຈໃຫ້ສາວງາມລາວທັງຫມົດແດ່ເດີ້. 



ຂອບໃຂຮູບຈາກ : First modeling laos
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.




Comments