ໂຫລດຟຣີ Tamadog ເກມລ້ຽງໝາແສນໜ້າຮັກທີ່ສອນໃຫ້ຈື່ຈຳສຽງໄດ້ ພ້ອມໂໝດກ້ອງ AR ເຊວຟີ້ກັບໝາ



ຫາກໃຜທີ່ເຄີຍຫຼິ້ນເກມລ້ຽງມັງກອນ AR Dragon ແລ້ວຮູ້ສຶກມັກເກມແນວລ້ຽງສັດ ມັກດູແລຄອຍແນມເບິ່ງພັດທະນາການເຕີບໂຕ ຈ້ອງບໍ່ພາດກັບເກມ Tamadog ເກມລ້ຽງໝາແສນໜ້າຮັກອີກໜຶ່ງເກມ

ເກມ Tamadog


ເກມແນວລ້ຽງສັດ (ຄ້າຍເກມທາມາກ໊ອດໃນຍຸກ 90) ປະເພດໝາພັນບີເກີລແສນໜ້າຮັກ ໃນໄວກຳລັງດື້ ທີ່ຜູ້ຫຼິ້ນຕ້ອງຕອຍເບິ່ງແຍງເອົາໃຈໃສ່ ທັງການໃຫ້ອາຫານ ພາໄປແລ່ນຫຼິ້ນ ປົດທຸກ ອາບນຳ້ ຫຼິ້ນກິດຈະກຳຮ່ວມກັນ ລວມໄປເຖິງການຕົກແຕ່ງເຮືອນໝາໃຫ້ໜ້າຮັກຕາມສະໄຕລຂອງຄົນລ້ຽງ






ເກມ  Tamadog ມີໂໝດຄຳສັ່ງສຽງ (Voice Command) ດ້ວຍການຈື່ຈຳສຽງເວົ້າຂອງຜູ້ຫຼິ້ນໃນການສັ່ງການໃຫ້ໝາຂອງຕົນເອງ ນັ່ງ ໝອບ ຂໍຂັບມື ຫຼິ້ນ ຫຼືສັ່ງໃຫ້ໝາກິນເຂົ້າໃນກໍລະນີທີ່ໝາ ບໍ່ກິນໄດ້ ລວມໄປເຖິງໂໝດ AR ທີ່ໃຫ້ໝາໄດ້ອອກມາແລ່ນຫຼິ້ນໃນໂລກແຫ່ງຄວາມເປັນຈິງ ພ້ອມປຸ່ມເຊວຟີ້ເຈົ້າຂອງກັບໝາໄດ້ອີກນຳ


ເປັນເກມທີ່ເໝາະສຳລັບຜູ້ທີ່ມັກລ້ຽງສັດແຕ່ບໍ່ມີເວລາວ່າງຫຼາຍພໍໃນການລ້ຽງ ກໍ່ສາມາດໃຊ້ວິທີການລ້ຽງໝາຄືໝາແທ້ທົດແທນໄດ້ ເພາະເກມ Tamadog ບໍ່ໄດ້ເປັນແຕ່ເກມລ້ຽງສັດທຳມະດາໆ ແຕ່ເກມນີ້ມີເປົ້າໝາຍໃນການສົ່ງເສີມພຶດຕິກຳທີ່ດີຜ່ານການຫຼິ້ນເກມໄປໃນໂຕ ແລ້ວລະບົບການຫຼິ້ນກໍ່ຍັງສາມາດສອນເດັກນ້ອຍ ກ່ຽວກັບ "ການເຮັດດີທຳດີເປັນເລື່ອງທີ່ສະໜຸກສະໜານ" ແຝງເຂົ້າໄປໃນໂຕໄດ້ຢ່າງມີປະສິດຕິພາບ

ແລະ ສຳລັບໃຜທີ່ຍັງກັງວົນກ່ຽວກັບເກມທີ່ໃຊ້ AR ວ່າ iPhone ທີ່ຢູ່ໃນມືຈະຫຼິ້ນໄດ້ຫຼືບໍ່? ດູດກິນແບັດຫຼືບໍ່? ກໍ່ສະບາຍໃຈໄດ້ເລີຍ ເພາະເກມ Tamadog ສາມາຫຼິ້ນໄດ້ຕັ້ງແຕ່ iOS 10 ຂຶ້ນໄປ ພ້ອມຍັງສາມາດຫຼິ້ນໄດ້ໃນໂໝດປົກກະຕິໂດຍບໍ່ຕ້ອງເປີດກ້ອງ AR ໃຫ້ເປືອງແບັດອີກນຳ

ຄຸນສົມບັດເກມ Tamadog

  • ໂຕເກມມີຮູບແບບການຫຼິ້ນທີ່ງ່າຍ ສາມາດຫຼິ້ນສະໜຸກສະໜານໄດ້ທຸກເພດທຸກໄວ
  • ສາມາດເລືອກເພດ ແລະ ສີຂອງໝາ ລວມໄປເຖິງການຊື້ເສື້ອຜ້າແຕ່ງໂຕໃຫ້ກັບໝາໄດ້
  • ມີກິດຈະກຳໃຫ້ໝາຫຼາຍຢ່າງ ເຊັ່ນ ໃຫ້ອາຫານ ໄປແລ່ນຫຼິ້ນ ປົດທຸກ ອາບນຳ້ຫຼິ້ນກິດຈະກຳ ຮ່ວມກັນ ລວມໄປເຖິງການຕົກແຕ່ງເຮືອນໝາ ເປັນຕົ້ນ
  • ໂໝດ AR ສຳລັບໃຫ້ໝາໄດ້ອອກມາແລ່ນຫຼິ້ນໃນໂລກແຫ່ງຄວາມເປັນຈິງ ລ້ຽງໝາພາຍໃນເຮືອນໃນຫ້ອງໄດ້ແທ້
  • ໂໝດບັນທຶກຄຳສັ່ງສຽງ (Voice Command) ຈື່ຈຳສຽງເວົ້າຂອງຜູ້ຫຼິ້ນໃນການສັ່ງການໃຫ້ໝາຂອງຕົນເອງ ນັ່ງ ໝອບ ຂໍຈັບມື ຫຼິ້ນ ຫຼືສັ່ງໃຫ້ໝາກິນເຂົ້າໃນກໍລະນີທີ່ໝາບໍ່ກິນເຂົ້າໄດ້
  • ປຸ່ມ Photo ເພື່ອບັນທຶກພາບ ຫຼື ວີດີໂອລະວ່າງເຈົ້າຂອງກັບໝາ ແຊໃຫ້ກັບໝູ່ໄດ້ໂດຍງ່າຍ
  • ສາມາດໃຫ້ໝາຫຼິ້ນ ຫຼື ເລຍໜ້າເຈົ້າຂອງໄດ້ ພຽງຍັບກ້ອງໄປໃກ້ໆ ໂຕຂອງໝາ
  • ບໍ່ມີໂຄສະນາບຸກຄົນທີສາມພາຍໃນເກມ
  • ສາມາດຫຼິ້ນໄດ້ທຸກທີ່ທຸກເວລາ ຫຼິ້ນແບບ Offline ໄດ້
  • ລາຍໄດ້ທັງໝົດ 50% ຂອງການຊື້ພາຍໃນແອັບຈະຖືກມອບໃຫ້ສູນພັກພິງໝາທົ່ວໂລກ ພຽງແຕ່ເລີ່ມຫຼິ້ນ ແລະ ຫາຊຸດງາມໆ ໃຫ້ນ້ອງໝາໃສ່ ກໍ່ສາມາດຊ່ວຍເຫຼືອໝາທົ່ວໂລກໄດ້ແລ້ວ

ດາວໂຫລດເກມ Tamadog

ເນື້ອທີ່ເກມ: 550 MB ຮອງຮັບ iOS 10.0 ຂຶ້ນໄປ (ໃຊ້ໄດ້ກັບ iPhone, iPad, ແລະ iPod Touch)
ດາວໂຫລດເກມ Tamadog ໄດ້ຟຣີທີ່ App Store


Cr: iPhonemod.net


-----------------------------------
ລາວຮ໋ອດຮິດ See New. Hear New. Feel New.













Comments