ໜຸ່ມນ້ອຍ ເອັສຣາ ເຮັດໄດ້ຕາມເປົ້າ ສະເໝີ ສະໝຸດສົງຄາມ 1-1 ເປີດບານເຕະທີ່ ບູລີລຳ


  ເອັສຣາ ເອັຟຊີ ລຸ້ນອາຍຸບໍ່ເກີນ 14 ປີ ຕົວແທນໃຫ້ສະໂມສອນລາວເຂົ້າຮ່ວມການແຂ່ງຂັນ CP-Meiji Cup U-14 lnternational Champions 2017 ທີ່ແຂວງບູລີລຳ ປະເທດໄທ ຈັດຂຶ້ນລະຫວ່າງວັນທີ 8-11 ພະຈິກນີ້


 ໂດຍເວລາ 14:30 ໂມງ ເອັສຣາ ລົງສະໜາມທຳອິດພົບກັບ ສະໝຸດສົງຄາມ ເຊິ່ງເປັນນັດທຳອິດຂອງກຸ່ມ A ປະກົດວ່າ: ເອັສຣາ ໄດ້ປະປະຕູຂຶ້ນນຳໄປກ່ອນ 1-0 ກ່ອນເຄິ່ງເວລາທີ 2 ສະໝຸດສົງຄາມ ຈະໄລ່ຕີສະເໝີເປັນ 1-1 ກ່ອນຈົບການແຂ່ງຂັນແບ່ງກັນໄປທີມລະ 1 ຄະແນນ


 ຖືວ່າເຮັດໄດ້ຕາມເປົ້າໝາຍ ຫຼັງກ່ອນໜ້າລົງສະໜາມ ທ່ານ ສຸກອາພອນ ວົງວຽງຄຳ ຄູຝຶກສະໂມສອນ ເອັສຣາ ເອັຟຊີ ຕັ້ງຄວາມຫວັງເກັບຄະແນນໃນນັດທຳອິດໃຫ້ໄດ້ ເພື່ອສະສົມຂະແນນໃຫ້ຜ່ານເຂົ້າຮອບ 4 ທີມໃຫ້ໄດ້



 ສຳລັບ ການແຂ່ງຂັນຄັ້ງນີ້ມີ 8 ສະໂມສອນເຂົ້າຮ່ວມ ເຊິ່ງປະກອບມີສະໂມສອນ ເອັສຣາ ເອັຟຊີ, ບູລີລຳ ຢູໄນເຕັດ, JUBILO IWATA ມາຈາກຢີ່ປຸ່ນ, ສະໝຸດປາການ, ແບັງຄັອກ ຢູໄນເຕັດ, ພະນົມເປັນຄາວ ມາຈາກກຳປູເຈຍ, ຊົນບູລີ ເອັຟຊີ ແລະ ສະໂມສອນມາເລເຊຍ.


  ໂດຍ ເອັສຣາ ຈະລົງສະໜາມນັດຕໍ່ໄປ ໃນວັນທີ 9 ພະຈິກນີ້ ເວລາ 09:00 ໂມງ ພົບກັບສະໂມສອນ JUBILO IWATA ຈາກ ຢີ່ປຸ່ນ ແລະ ເວລາ 16:30 ໂມງ ພົບກັບສະໂມສອນ ບູລີລຳ ຢູໄນເຕັດ ເພື່ອລຸ້ນເຂົ້າຮອບຕໍ່ໄປ








cr: www.laosupdate.com

-----------------------------------
ລາວຮ໋ອດຮິດ See New. Hear New. Feel New.








Comments