"ຕູນ" ຢຸດແລ່ນ 1 ມື້ຕາມຄຳແນະນຳໝໍ ຍອດບໍລິຈາກ 273 ລ້ານບາດ



"ຕູນ" ຢຸດແລ່ນ 1 ມື້ຕາມຄຳແນະນຳໝໍ ດຽວນີ້ຢູ່ ເມືອງທ່າຊະນະ ແຂວງສຸຣາດທານີ ຂະຫຍາຍຍອດສູງກວ່າ 273 ລ້ານບາດ

ເພຈເຟບຸກບອກວ່າ ໃນວັນທີ (18 ພະຈິກ 2017) ທ້າວ ອາທິວະຣາ ກຸມມາໄລ ຫຼື ຕູນ ບໍດີ້ສະແລມ ແລະ ຕອນນີ້ “ກ້າວຄົນລະກ້າວ” ເພື່ອ 11 ໂຮງໝໍທົ່ວປະເທດຈະຫຍຸດແລ່ນ 1 ມື້ ເພື່ອພັກຜ່ອນເຕີມພະລັງ (ຕາມຄຳສັ່ງຂອງໝໍ) ຫຼັງຄືນນີ້ທີ່ຜ່ານມາ ທາງຄະນະໄດ້ມາຮອດ ເມືອງທ່າສະນະ ແຂວງ ສຸຣາດທານີ ຕອນນີ້ ຕູນ ແລະ ທີມງານ ຈະກັບມາແລ່ນຕໍ່ອີກຄັ້ງ ໃນຕອນເຊົ້າຂອງວັນອາທິດ 19 ພະຈິກ 2017
ຕອນນີ້ມີລາຍງານວ່າ 2 ມື້ທີ່ຜ່ານມາ ຕູນແລ່ນ 6 ເມືອງ ໄລຍະທາງກວ່າ 100 ກິໂລແມັດ ແລະ ໄດ້ຮ່ວມກິດຈະກຳກັບປະຊາຊົນຕະຫຼອດເສັັ້ນທາງ ໂດຍສະເພາະທີ່ອຳເພີເມືອງ ແຂວງສຸຣາດທານີ ທີ່ທັກທາຍແລະຮ້ອງເພງກັບປະຊາຊົນທີ່ມາຖ້າຮັບ ສ້າງຮອຍຍິ້ມໃຫ້ກັບທຸກຄົນແຕ່ກໍ່ເສຍພະລັງງານໄປຫຼາຍ ຢ່າງໃດກໍ່ຕາມຈາກການກວດຍອດລ່າສຸດ ເຊົ້ານີ້ພົບວ່າ ຍອດສູງກວ່າ 273 ລ້ານບາດແລ້ວ







-----------------------------------
ລາວຮ໋ອດຮິດ See New. Hear New. Feel New.




Comments