ອ້າຍໜຸ່ມລາວໄທບ້ານໃດນໍ້ ໄປຖືກຫວຍລາງວັນທີ1ຢູ່ປະເທດໄທ
ໜຸ່ມລາວສຸດເຮັງ ມາທ່ຽວປະເທດໄທພ້ອມທັງເຮັດວຽກ ຖືກຄົນຂາຍຫວຍຊູຊີໃຫ້ຊື້ຫວຍນຳ ເລີຍຮັບເລະເງິນ 24 ລ້ານບາດ ຫຼື ເປັນເງິນກີບປະມານ 6,120,000,000ກີບ
ນັກຂ່າວເພິ່ນໄດ້ລາຍງານວ່າ ວັນທີ 1 ພະຈິກ ເວລາ 16:40 ທ້າວ ນ້ອຍ ອາຍຸ 28ປີ ສັນຊາດລາວ ເຂົ້າພົບ ຮ.ຕ.ອ ພັດຊະຣະ ຢູຖາວອນ ຮອງ ສອບສວນ ອຳເພີ ມະໂນລົມ ແຂວງ ໄຊນາກ ເພື່ອເຮັດການລົງບັນທຶກປະຈຳວັນ ຫຼັງຖືກລາງວັນທີ1 ປະຈຳງວດທີ 1 ພະຈິກ 2560 ເລກ 533726 ຊຸດ 20, 24, 27, 61 ລວມ 4ໃບ ເປັນຈຳນວນເງິນ 24ລ້ານບາດ
ຮ.ຕ.ອ ພັດຊະຣະ ຢູຖາວອນ ເປີດເຜີຍວ່າ ທ້າວ ນ້ອຍ ໄດ້ເດີນທາງມາລົງບັນທຶກປະຈໍາວັນເປັນຫຼັກຖານ ເພື່ອຍືນຍັນວ່າ ຫວຍສະລາກກິນແບ່ງລັດຖະບາດທັງໝົດນີ້ເປັນຂອງຕົນຢ່າງແທ້ຈິງເພາະຢ້ານວ່າຈະມີຄົນມາສວມຮອຍຄືໃນຂ່າວທີ່ເຄີຍເກີດຂຶ້ນ ຊຶ່ງຈາກການສອບຖາມ ທ້າວ ນ້ອຍ ເລີຍຮູ້ວ່າ ທ້າວ ນ້ອຍ ເຄີຍເປັນຄົນງານໃນໂຮງກຶງທີ່ ເມືອງ ໄຮ່ພັດທະນາ ແຂວງ ມະໂນລົມ ເດີນທາງໄປທ່ຽວພ້ອມເມຍຊາວພະມ່າແລະລູກ ແລະມາຂໍເຮັດວຽກກັບເຈົ້ານາຍເກົ່າ
ຊ່ວງເວລານັ້ນ ມີຄົນຂາຍຫວຍ ຂີ່ລົດຈັກມາຊູຊີໃຫ້ລາວຊື້ ຕອນນັ້ນລາວກໍ່ເອີ້ນຫຼາຍຄົນມາຊື້ຊ່ວຍເພາະວ່າບໍ່ຢາກຊື້ໝົດ ເພາະຢ້ານເງິນສິໝົດ ແຕ່ກໍ່ບໍ່ມີໃຜສົນໃຈຊື້ນຳ ລາວຈຶ່ງຕັດສິນໃຈຊື້ມາທັງໝົດຊຸດ ເພາະຄິດວ່າເລກສອງໂຕທ້າຍເປັນເລກວັນພະລາດຊະພິທີຖວາຍພະເພີງພະບົມມະສົບທີ່ຕົນຢາກໄດ້ພໍດີ ແຕ່ກໍ່ບໍ່ຄິດວ່າຈະຖືກລາງວັນໃຫຍ່ແບບນີ້ ສ່ວນຫຼັງຈາກນີ້ຈະເອົາຈັ່ງໃດຕໍ່ໄປ ຈະກັບບ້ານຫຼືຈະຢູ່ປະເທດໄທ ຕ້ອງຊ່ວຍກັນຄິດກັບເມຍອີກຄັ້ງ
Cr. Sanook.com
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.







Comments
Post a Comment