10 ສຸດຍອດບໍລິສັດໃນຝັນປີ2017 ທີ່ຄົນລຸ້ນໃຫ່ມຢາກເຮັດວຽກນຳ
ບໍລິສັດຈັດຫາວຽກ ຈ໋ອບດີບີ (ປະເທດໄທ) ຈຳກັດ ເປັນເວັບໄຊຫາວຽກຊັ້ນນຳຂອງເອເຊຍ ໄດ້ເປີດເຜີຍຂໍ້ມູນ 10 ສຸດຍອດບໍລິສັດທີພະນັກງານຄົນໄທຢາກໄປຮ່ວມງານນຳຫຼາຍທີສຸດ ມີບໍລິສັດຫຍັງແດ່ ໄປເບິ່ງໄດ້ເລີຍ
2ອັດດັບແລກຍັງເປັນບໍລິສັດໄທຄື ປຕທ ແລະ ເອັສຈີຊີ ຕາມດ້ວຍບໍລິສັດລະດັບໂລກໄດ້ແກ່ Google ທີ່ຄົນທົ່ວໂລກຢາກເຮັດວຽກນຳ ຈາກນັ້ນຕໍ່ມາຄື Toyota, dtac, CP ALL ແລະ AIS ສ່ວນ 3ອັນດັບສຸດທ້າຍ ຄື ການບິນໄທ, ຍູລິນີເວີ ແລະ ຮອນດ້າ
ໃນຂະນະທີ່ນັກສຶກສາຈົບໃຫ່ມຢາກເຮັດວຽກກັບອົງກອນຫຼືບໍລິສັດທັງ10ເພາະວ່າການຂະຫຍາຍໂຕແລະຄວາມຫມັ້ນຄົງແລະຄວາມສຳພັນກັບຫມູ່ຮ່ວມເຮັດວຽກ
ສ່ວນວ່າປະເທດລາວເຮົາຍັງບໍ່ມີຂໍ້ມູນແບບນີ້ເທື່ອ ແຕ່ວ່າຜູ້ຂຽນເຊື່ອວ່າຖ້າໃຫ້ທຽບໃສ່ປະເທດລາວຫຼືວ່າຄົນລາວເຮົານັ້ນ ບໍລິສັດຫຼືອົງກອນທີ່ຢາກເຮັດວຽກນຳຫລາຍທີ່ສຸດກໍ່ບໍ່ຕ່າງຫຍັງກັບປະເທດເພື່ອນບ້ານປານໃດ ເພາະແນວໂນ້ມໃນຄວາມສົນໃຈໃນການຢາກເຮັດວຽກໃນອົງກອນໃຫ່ຍໆກໍ່ບໍ່ຕ່າງກັນ ເຊັ່ນວ່າຖ້າປຽບທຽບຂໍ້ມູນນີ້ແລ້ວ ບໍລິສັດຫຼືອົງກອນທີ່ພະນັກງານຄົນລາວເຮົາຢາກເຮັດວຽກນຳກໍ່ມີຢູ່ຈຳນວນຫນຶ່ງ ບໍລິສັດເບຍລາວ ບໍລິສັດນຳຫວານລາວ ລາວເທເລຄອມ ບີລາຍ ຢູນີເທວ ອີທີເອວທະນາຄານຕ່າງໆທີ່ຢູ່ອັນດັບຕົ້ນໆຂອງລາວ, ນີ້ເປັນພຽງຂໍມູນປິດທ້າຍບົດຄວາມທີ່ຍົກຂື້ນມາໃຫ້ຜູ້ອ່ານໄດ້ເຫັນ ຍັງບໍ່ແມ່ນຂໍ້ມູນທີ່ຖືກເຜີຍແຜ່ ຈາກແຫລ່ງໃດແລະບໍ່ມີແຫລ່ງໃດໄດ້ກ່າວໄວ້ໃນລາວເທື່ອເພາະຜູ້ຂຽນກໍ່ພະຍາຍາມຊອກຢູ່
ຂອບໃຈພາບແລະຂໍ້ມູນ: jobdb.com brandinside.asia
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.







Comments
Post a Comment