10 ອັນດັບມືຖືອອບໄລໜ້າຫຼິ້ນ ທັງ iOS ແລະ Android
ລວມ 10 ເກມອອບໄລຫຼືເກມທີ່ບໍ່ຕ້ອງໃຊ້ອິນເຕີເນັດຫຼິ້ນ ສຳລັບຜູ້ໃຊ້ງານອຸປະກອນ Android ແລະ iOS ເພື່ອເອົາໃຈຄໍເກມໂດຍສະເພາະ
ແນະນຳເກມມື້ນີ້ ລາວຮ໋ອດຮິດນຳສະເໜີ 10 ເກມອອບໄລເປັນຕາຫຼິ້ນ ທີ່ໄດຮັບຄວາມນິຍົມຫຼາຍໃນຕ່າງປະເທດ ສຳລັບຜູ້ທີ່ໃຊ້ສະມາດໂພນແລະແທັບເລັດ Android ແລະ iOS ໂດຍທັງໂໝດມາຈາກຣີວິວແນະນຳເວັບໃຊ້ຊື່ດັງຢ່າງ phonearena.com ທີ່ສາວົກໄອທີຮູ້ຈັກກັນດີ ຈະເກມອອບໄລຫຍັງແດ່ທີ່ໜ້າສົນໃຈ ຖ້າຢາກຮູ້ ມາເບິ່ງກັນເລີຍ
1. Asphalt 8: Airbone
ເປັນເກມແຂ່ງລົດຊີລີ້ສຸດມັນຂອງສະມາດໂພນແລະແທັບເລັດ Android ແລະ iOS ທີ່ມາພ້ອມກັບກຣາບຟິກສຸດງາມ ແລະ ລະບົບການແຂ່ງຂັນກວ່າ 180 ຮູບແບບ ພ້ອມລົດ 47 ຄັນ ທີ່ໄດ້ລິຄະສິດຈາກຜູ້ຜະລິດເອງ ຢ່າງ Lamborghini Veneno, Bugatti Veyron, Ferrari FXX ແລະ Pagani Zonda R ເປັນຕົ້ນ ຈັດເຕັມທຸກຟັງຊັ້ນ ຊະນິດທີ່ຄໍເກມແລະແຟນໆ Asphalt ບໍ່ຄວນພາດ
ດາວໂຫຼດ Asphalt 8: Airbone ສຳລັບ Android
ດາວໂຫຼດ Asphalt 8: Airbone ສຳລັບ iOS
2. Assassin’s Creed Pirates
ເປັນເກມຕໍ່ສູ້ເຄິ່ງພະຈົນໄພ ເປັນອີກເກມທີ່ໄດ້ຮັບຄວາມນິຍົມຢ່າງຫຼາຍ ເຊິ່ງຜູ້ຫຼິ້ນຮັບບົດບາດເປັນນັກສູ້ຊຸດຂາວ ໂດຍພາກເປັນທີມໂຈນສະລັດທີ່ມາພ້ອມກຣາບຟິກ 3 ສາມມິຕິງົດງາມແລະສົມຈິງ (ຕາມສະຕາຍຂອງເກມດັງກ່າວ) ສ່ວນໃຜທີ່ເປັນແຟນເກມຊີລີ້ນີ້ພາດບໍ່ໄດ້ເດັດຂາດ ແລະ ທີ່ສຳຄັນບໍ່ມີເນັດກໍສາມາດຫຼິ້ນໄດ້
ດາວໂຫຼດ Assassin’s Creed Pirates ສຳລັບ Android
ດາວໂຫຼດ Assassin’s Creed Pirates ສຳລັບ iOS
3. Cars: Fast as Lightning
ເປັນເກມແນວແຂ່ງລົດມ່ວນໆ ທີ່ຈະພາເຈົ້າໄປພົບປະສົບການໃໝ່ໆ ອັນແສນຕື່ນເຕັ້ນ ຄືການເຂົ້າໄປຢູ່ໃນໂລກຂອງ Cars ປະມານນັ້ນ ຊຶ່ງຜູ້ໄດ້ຂັບແບບແຂ່ງຂັນໃນອະນິເມະດັ່ງກ່າວ ແລະຍັງສາມາດເລືອກລົດຄູ່ໃຈໄດ້ຫຼາກຫຼາຍ ເຊັ່ນ Lightning McQueen ແລະ Francesco Bernoulli ເປັນຕົ້ນ ລວມທັງໝົກວ່າ 20 ຄົນ ດ້ວຍກັນ ຕາມແບບສະບັບຂອງກາຕູ່ນ
ດາວໂຫຼດ Cars: Fast as Lightning ສຳລັບ Android
ດາວຫໂຫຼດ Cars: Fast as Lightning ສຳລັບ iOS
4. Despicable Me
ເປັນເກມແລ່ນມ່ວນໆ ແນວ Temple Run ທີ່ສ້າງໜັງອານິເມະຊື່ດັງ Despicable Me ໂດຍຜູ້ຫຼິ້ນໄດ້ຮັບບົດບາດເປັນໂຕລະຄອນ Minions ສຸດໜ້າຮັກ ພ້ອມແລ່ນພະຈົນໄພໄປເລື່ອຍໆ ເຊິ່ງຕ້ອງໂດດແລະຫຼົບຫຼີກສິ່ງກີດຂວາງຕ່າງໆ ແລະເກັບກ້ວຍໄປນຳ ເພື່ອຈະສະສົມຄະແນນໃຫ້ຫຼາຍທີ່ສຸດ ຖ້າຜູ້ຫຼິນຜ່ານດ່ານໄປຫຼາຍເທົ່າໃດຄວາມຍາກກໍ່ຈະເພິ່ມຂຶ້ນ
ດາວໂຫຼດ Despicable Me ສຳລັບ Android
ດາວໂຫຼດ Despicable Me ສຳລັບ iOS
5. Ice Age Village
ເປັນເກມທີ່ສ້າງມາຈາກອະນິເມະຊື່ດັງ Ice Age ໂດຍພາຍໃນເກມ ຜູ້ຫຼິ້ນຈະໄດ້ພົບເກມຕົວລະຄອນສຸດໜ້າຮັກ ຫຼາກຫຼາຍ ເຊິ່ງເຈົ້າຈະຕ້ອງສ້າງໝູ່ບ້ານ ເພື່ອໃຫ້ສັດຍຸກນຳ້ແຂງ ແລະຊ່ວຍໃຫ້ຢູ່ປອດໄພ ໂດຍເປັນເກມທີ່ຕ້ອງອັບເລເວວ ນັ້ນໝາຍເຖິງເຈົ້າຈະໄດ້ຮັບໄອເທັມໃໝ່ ສ້າງສິ່ງກໍສ້າງໃໝ່ ມາຕົກແຕ່ງໝູ່ບ້ານ ພ້ອມລູກຫຼິ້ນອື່ນໆ ອີກຫຼາກຫຼາຍ
ດາວຫໂຫຼດ Ice Age Village ສຳລັບ Android
ດາວໂຫຼດ Ice Age Village ສຳລັບ iOS
6. Plants vs. Zombies 2
ເປັນເກມຊອມບີ້ທີ່ຫຼາຍໆຄົນຮູ້ຈັກກັນດີ ໂດຍເກມນີ້ເປັນເກມແນວວາງແຜນປ້ອງກັນຖານ ເຊິ່ງຜູ້ຫຼິ້ນຈະຕ້ອງປູກຕົ້ນໄມ້ມະຫາປາໄລຂຶ້ນມາ ເຊິ່ງຕົ້ນໄມ້ກໍຈະແຕກກັນໄປ ເຊັ່ນຍິງລູກມົນໆອອກໄປໄດ້ ຖ່ວງເວລາໄດ້ ເປັນຕົ້ນ ເພື່ອປ້ອງກັນ ການຮຸກຮານຂອງຊອມບີ້ທີ່ຈະເຂົ້າມາທຳລາຍ ແຕ່ພາກນີ້ ຈະມີຊອມບີ້ໃໝ່ໆ ເພີ່ມເຂົ້າມາ (ໂຫດກວ່າເກົ່າ) ລວມເຖິງຮູບແບບ ແລະວິທີທີ່ຈະຕ້ອງເຮັດໃຫ້ມ່ວນໆແລະມ່ວນກວ່າພາກເກົ່າໆ ແນ່ນອນ
ດາວໂຫຼດ Plants vs. Zombies 2 ສຳລັບ Android
ດາວໂຫຼດ Plants vs. Zombies 2 ສຳລັບ iOS
7. Puzzle Retreat
ເປັນເກມແນວພັດເຊວມ່ວນໆ ເຊິ່ງໃຫ້ຜູ້ຫຼິ້ນເອົານຳ້ແຂງໃນ Box ມາວາງໃຫ້ຄົບ ໂດຍເຮົາບໍ່ສາມາເອົານຳ້ແຂງໂດຍວາງຂ້າມຊ້ອງໄດ້ ແລະຕ້ອງເຄື່ອນທີ່ໄປເຊັ່ນຕົງເທົ່ານັ້ນ ພາຍໃນເກມຈະມີ Box ຊະນິດຕ່າງໆເຊິ່ງແຕກຕ່າງກັນອອກໄປ ເັຮດໃຫ້ເກມດັ່ງກາວມ່ວນທ້າທາຍ
ດາວໂຫຼດ Puzzle Retreat ສຳລັບ Android
ດາວໂຫຼດ Puzzle Retreat ສຳລັບ iOS
8. Six-Guns: Gang Showdown
ເປັນເກມແນວພະຈົນໄພເຄິ່ງປິດສະໜາ ສະຕາຍຄາວບອຍ ໂດຍພາຍໃນເກມ ມີພາລະກິດຕ່າງໆ ເຖິງ 40 ພາລະກິດ ບໍ່ວ່າຈະການແຂ່ງມ້າ, ຈຳຈັດພວກໂຈນ, ລຸຍກັບພວກສັດຕູ ແລະ ອື່ນໆ ເປັນຕົ້ນ ສຳລັບໃຜທີ່ມັກຫຼິ້ນເກມແນວນີ້ ບໍ່ຄວນພາດ ເນື່ອງຈາກຫຼິ້ນໄດ້ທຸກທີ່ທຸກເວລາ ແລະບໍ່ຕ້ອງໃຊ້ເນັດ
ດວໂຫຼດ Six-Guns: Gang Showdown ສຳລັບ Android
ດາວໂຫຼດ Six-Guns: Gang Showdown ສຳລັບ iOS
9. Townsmen
ເປັນເກມແນວສ້າງເມືອງແລະປູກຜັກສຸດຄາດສິກ ແນວ Simulation ຫຼືເກມຈຳລອງສະຖານະການຊີວິດຈິງແບບສ້າງເມືອງ ໂດຍໂຕເກມຈະຕ້ອງສ້າງເມືອງ ສ້າງປະສາດ ແລະອື່ນໆ ອີກຫຼາກຫຼາຍ ເຊິ່ງຄວາມມ່ວນແລ້ວ Townsmen ยังສາມາດຜະສົມໄອເທມຫຼືເຮັດວຽກຕ່າງໆ ໄດ້ອີກດ້ວຍ ງານນີ້ຄໍເກມທີ່ມັກປະເພດນີ້ ບໍ່ຄວນພາດ
ດາວໂຫຼດ Townsmen ສຳລັບ Android
ດາວໂຫຼດ Townsmen ສຳລັບ iOS
10. Zenonia 5
ເປັນເກມແນວ Action RPG ໂດຍຜູ້ຫຼິ້ນໄດ້ສວມບົດບາດເປຫນນັກຮົບ Zenonia 5 ເຊິ່ງຜູ້ຫຼິນສາມາດຫຼິ້ນໄດ້ ເຊັ່ນ Berserker, Mechanic, Wizard ແລະ Paladin ເປັນຕົ້ນ ສຳລັບໂຈເກມຜູ້ຫຼິ້ນສາມາດເຮັດພາລະກິດເຊຶ່ງຈະມີພາລະກິດຫຼັກ ພາລະກິດຍ່ອຍຕ່າງໆ ຫຼາກຫຼາຍ ແລະທີ່ສຳຄັນຍັງສາມາດຫຼິ້ນແບບ PVP ຫຼືໂໝດຕໍ່ສູ້ກັບຜູ່ຫຼິ້ນທົ່ວໄປໄດ້
ດາວໂຫຼດ Zenonia 5 ສຳລັບ Android
ດາວໂຫຼດ Zenonia 5 ສຳລັບ iOS
ໃຜທີ່ມັກກະກົດໄລກົດແຊເປັນກຳລັງໃຈໃຫ້ແນ່ເດີ້ ຂອບໃຈ
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.













Comments
Post a Comment