ຊົມເຊີຍ..!!!! ເຈົ້າແຂວງ ອັດຕະປື ຄົນໃຫມ່ຈົກເງິນ 10 ລ້ານກີບ ຊ່ວຍເຫລືອຜູ້ເຄາະຮ້າຍຈາກເຫດໄຟໄຫມ້



ໃນຕອນບ່າຍ ວັນທີ 28 /11/2017 ທ່ານ ເລັດ ໄຊຍະພອນ ເລຂາພັກແຂວງ, ເຈົ້າແຂວງອັດຕະປື ພ້ອມດ້ວຍ ຄະນະນຳຂອງແຂວງ ໄດ້ໄປຢ້ຽມຢາມ ໃຫ້ຄວາມອົບອຸນ, ແບ່ງເບົາຄວາມເສົ້າໂສກ ແລະ ໃຫ້ກຳລັງໃຈ ຄອບຄົວ ທ່ານ ສີທັດ ອິນທີວົງ ພະນັກງານ ບຳນານ, ອາດີດການນຳຂອງແຂວງ ທີ່ປະສົບອັກຄີໄພ ( ໄຟໄໝ້ເຮືອນ )




ໂອກາດດັ່ງກ່າວ ກໍ່ໄດ້ຕ່າງໜ້າການນຳຂອງແຂວງ ມອບເງິນ ຊ່ວຍເຫຼືອເບື້ອງຕົ້ນ ຈຳນວນ 10 ລ້ານກີບ ພ້ອມກັນນັ້ນ ທາງ ອົງການກາແດງ ແລະ ພະແນກແຮງງານແຂວງ ຍັງໄດ້ມອບ ເຄື່ອງບັນເທົາທຸກ ເປັນເຄື່ອງອຸປະໂພກ, ບໍລິໂພດ ເພື່ອແກ້ໄຂ ໃນການດຳລົງຊີວິດເບື້ອງຕົ້ນ.









-----------------------------------
ລາວຮ໋ອດຮິດ See New. Hear New. Feel New.




Comments