ດູໄບຕຽມສ້າງ ““ເມືອງຕົ້ນແບບດາວອັງຄານຈຳລອງ”” ກ່ອນຈະຍ້າຍຄົນໄປຢູ່ແທ້ອີກ 100 ປີຂ້າງໜ້າ
ຂຶ້ນຊື່ວ່າ “ດູໄບ” ຕ້ອງບໍ່ທຳມາດາຢ່າງແນ່ນອນ ເພາະໃນຂະນະທີ່ຫຼາຍໆ ປະເທດພະຍາຍາມທີ່ຈະສົ່ງຍານອາວາກາດສຳຫຼວດດາວອັງຄານ ແຕ່ສະຫະຣັດອາຫລັບເອມີເຣດກັບມາມີເປົ້າໝາຍໃໝ່ທີ່ໃຫຍ່ກວ່ານັ້ນ ເມື່ອພວກເຂົາຈະສ້າງເມືອງຕົ້ນແບບດາວອັງຄານຈຳລອງຂຶ້ນມາ ເພື່ອທົດລອງໃຊ້ຊີວິດຄືກັບຢູ່ດາວອັງຄານແທ້ ທີ່ເມືອງແຫ່ງນີ້
ໂດຍໂຄງການດັ່ງກ່າວມີຊື່ວ່າ “Mars Science City” ໄດ້ຮັບການເປີດເຜີຍໃນລະຫວ່າງການປະຊຸມປະຈຳປີຂອງລັດທະບານສະຫະຣັດອາຫລັບເອມີເຣດເມື່ອວັນທີ່ 26 ກັນຍາ ພ.ສ. 2560 ທີ່ກຸງອາບູດາບີ ແລະ ຄາດວ່າໂຄງການນີ້ຕ້ອງໃຊ້ງົບປະມານສູງເຖິງ 136 ລ້ານໂດຣາສະຫະຣັດ ຫຼື ປະມານ 4,000 ລ້ານບາດ ເຊິງອີກໜຶ່ງເປົ້າໝາຍຂອງໂຄງການ “Mars Science City” ຄືເພື່ອສ້າງແຮງບັນດານໃຈໃຫ້ແກ່ເຍົາວະຊົນທີ່ຈະໄລ່ຕາມຄວາມຝັນໃນການເຮັດວຽກດ້ານວິທະຍາສາດ ແລະ ວິຊະວະກອນໃນອະນາຄົດ
ທີມງານນີ້ນຳໂດຍວິຊະວະກອນຈາກ Mohammed Bin Rashid Space Center ແລະ Dubai Municipality ໂດຍຈະເຮດວຽກຮ່ວມກັບສະຖາປະນິກຊື່ດັງຂອງໂລກແບບ Bjarke Ingels ເຊິ່ງເບື້ອງຕົ້ນເມືອງຕົ້ນແບບດາວອັງຄານຈຳລອງຈະມີລັກສະນະເປັນໂດມຂະໜາດໃຫຍ່ ທີ່ຜະລິດໂດຍໃຊ້ເທັກໂນໂລຍີການພິມແບບ 3 ມິຕິ ຄອບຄຸມພື້ນທີ່ 1.9 ລ້ານຕະລາງຟຸດໃນທະເລຊາຍ ເຊິ່ງຈະມີການຈຳລອງສະພາບແວດລ້ອມ ແລະ ພື້ນຜິວໃຫ້ສົມຈິງຄືກັບຢູ່ດາວອັງຄານທີ່ສຸດ ເພື່ອຊ່ວຍໃນການພັດທະນາເທັກໂນໂລຍີອື່ນໆ ທີ່ສາມາດໃຊ້ໃນການສຳຫຼວດດາວອັງຄານໄດ້ໃນອະນາຄົດ
ນອກຈາກນີ້ເມືອງຕົ້ນແບບດາວອັງຄານຈຳລອງກໍ່ຈະມີພິພິທະພັນທີ່ຕິດຕັ້ງພະໜັງ 3 ມິຕິ ທີ່ຜະລິດຂຶ້ນຈາກດິນຊາຍຈາກທະເລຊາຍ Emirati ເພື່ອໃຫ້ຄວາມຮູ້ແກ່ເຍົາວະຊົນກ່ຽວກັບເລື່ອງ “ຄວາມສຳເລັດດ້ານອາວະກາດຢ່າງຍິງໃຫຍ່ທີ່ສຸດຂອງມະນຸດ” ແລະ ທີ່ສຳຄັນຂອງໂຄງການດັ່ງກ່າວຈະມີທີມທົດລອງອາໃສຢູ່ໃນເມືອງຕົ້ນແບບແຫ່ງນີ້ເປັນເວລາ 1 ປີ ເພື່ອກະຕຸ້ນໃຫ້ເກີດນະວັດຕະກຳເທັກໂນໂລຍີແບບເພິ່ງພາຕົນເອງ ເຊິ່ງກ່ຽວຂ້ອງກັບພະລັງງານນຳ້ ແລະ ຄວາມໝັ້ນຄົງດ້ານອາຫານຂອງໂລກໃນອະນາຄົດ
ສຸດທ້າຍຫຼາຍຄົນອາດສົງໃສວ່າເປັນຫຍັງໂຄງການນີ້ຈຶ່ງໄດ້ຊື່ວ່າເມືອງຕົ້ນແບບ ເຊິ່ງຄຳຕອບຄື ເນື່ອງຈາກໃນປີ 2117 ຫຼືອີກ 100 ປີຂ້າງໜ້າ ສະຫະຣັດອາຫລັບເອມີເຣດມີແຜນວ່າຈະຍ້າຍປະຊາຊົນໃນປະເທດຂຶ້ນໄປຕັ້ງບ້ານເມືອງໃນດາວອັງຄານນັ້ນເອງ
ຂໍຂອບໃຈ
ຂໍ້ມູນ: spokedark.tv
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.














Comments
Post a Comment