ແອບເປີ້ນ ສີສະຫງ່ຽມ ໄດ້ເຂົ້າພາຂວັນສົມລົດກັບ ບ່າວໄທ ຟຸກ ຕາມປະເພນີລາວ-ໄທ ສິນສອດ 100 ລ້ານບາດ (ມີຄລິບງານແຕ່ງ)



ຟຸກ ແອບເປີ້ນ ກັບມື້ສັນວັນດີຂອງທັງສອງຝ່າຍ ກັບການແຕ່ງດອງຕາມຮີດຄອງປະເພນີລາວໄທ ຊຸດທີ່ ແອບເປີ້ນ ໃສ່ແມ່ນຊຸດເຈົ້າສາວລາວທີ່ປັກທໍດ້ວຍທອງແທ້ທັງຊຸດ ສ່ວນຊຸດເຈົ້າບ່າວແມ່ນແຕ່ງໂຕຕາມຮີດຄອງປະເພນີໄທ ແລະຈະມາຈັດງານແຕ່ງອີກຄັ້ງຢູ່ປະເທດລາວແມ່ນ ວັນທີ 2 ພະຈິກ 2017




ສ່ວນສິນສອດເປັນເລື່ອງຂອງພໍ່ແມ່ຝ່າຍເຈົ້າບ່າວທີ່ຈັດຫາໃຫ້ ຕໍ່ຈາກນີ້ແມ່ນຕຽມຈົດທະບຽນສົມລົດແລ້ວປ່ຽນມາໃສ່ນາມສະກຸນດຽວກັບເຈົ້າບ່າວ ແລະກໍ່ຍັງສືບຕໍ່ເຮັດວຽກໃນວົງການບັນເທິງຕໍ່ ຄາດການວ່າ ໃນອານາຄົດທຸລະກິດຈະຈະເລີນຮຸ່ງເຮືອງກວ່າເກົ່າ

ທີ່ໝູ່ບ້ານນາຣາສິຣິ ເຂດບາງນາ ຟຸກ ຈິລະ ດ່ານົບວອນກຽດ ໄດ້ຄວງແຟນຊາວ ແອບເປີ້ນ ສີສະຫງ່ຽມ ເຂົ້າປະຕູວິວວາຕາມປະເພນີລາວ-ໄທ ເຊິ່ງກ່ອນໜ້ານີ້ທັງສອງກໍ່ໄດ້ຄົບຫາກັນມາເປັນເວລາຫຼາຍກວ່າ 10ປີ

ໂດຍໃນຊ້ວງຕອນເຊົ້າແມ່ນໄດ້ຈັດງງານຢ່າງລຽບງ່າຍໃນຄອບຄົວ ເລີ່ມຂະບວນແຫ່ຂັນໝາກໃນເວລາ ​10:09 ມີໝູ່ເພື່ອນທີ່ສະນິດແລະຍາດພີ່ນ້ອງມາຮ່ວມຢ່າງຫຼວງຫຼາຍ





ເຊິ່ງບັນຍາກາດແຫ່ຂັນໝາກເປັນໄປແບບມີຄວາມສຸກ ແລະມ່ວນເຮຮາ ໂດຍເຈົ້າບ່າວຕ້ອງຜ່ານປະຕູເງິນປະຕູທອງ ຈາກທາງໝູ່ເຈົ້າສາວຫຼາຍດ່ານ ແຕ່ກວ່າທີ່ຈະຜ່ານດ່ານໄດ້ ເຮັດເອົາເຈົ້າບ່າວເມື່ອຍໜັກເລີຍ

ຈາກນັ້ນພິທີບາສີສູ່ຂວັນ ແລະເຮັດພິທີສວມແຫວນໃນເວລາ 12:19 ແຕ່ທີ່ເຮັດໃຫ້ແຂກຮ່ວມງານຕື່ນຕາຕື່ນໃຈກັນກໍ່ຄື ເຈົ້າສາວມາໃນຊຸດລາວຜ້າໄໝທີ່ປັກດ້ວຍທອງທັງຊຸດ ເຊິ່ງແມ່ນໄດ້ສັ່ງຕຳ່ດ້ວຍມືຈາກຟີມືຄົນລາວ ສວຍງາມ ອາລັງການ ແລະໝູ່ເຈົ້າສາວນັ້ນມາໃນຊຸດປະຈຳຊາດລາວປະຍຸກ

ໂດຍມີໝູ່ຄູ່ໃນວົງການບັນເທິງມາຮ່ວມສະແດງຄວາມຍິນດີ ແລະມາເປັນໝູ່ເຈົ້າສາວອີກດ້ວຍ ເຊັ່ນ ຍິງແຍ້ ນົນທະພອນ, ນິວເຄຍ ຫັນສາ,​ ເນີຍ ວາຣັດສາ, ເຈມ ຊະຣັດສາ, ພິດ ກາໄຊ ແລະ ໂຍຊິ ນິມິ ເປັນຕົ້ນ







ຂອບໃຈວິດີໂອຈາກ Nice Entertrain



Cr: Thailat
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.







Comments