ໝາກໂມ ກະປີ້ງໄດ້ຫວາ? ເນັດໄອດໍ້ອາຍຸ 106ປີ ໂພດຄລິບສອນວິທີ່ເຮັດອາຫານສຸດແປກ (ຄລິບ)



ສຳນັກງານຂ່າວຕ່າງປະເທດລາຍງານວ່າການກິນ "ໝາກໂມ" ໃນຊ່ວງລະດູຮ້ອນນັ້ນເປັນເລື່ອງດີໃນການດັບກະຫາຍ ແຕ່ໝາກໂມບໍ່ໄດ້ມີວິທີການກິນແບບທຳມະດາທີ່ພວກເຮົາກິນພຽງວິທີດຽວເທົ່ານັ້ນ ແມ່ຕູ້ອາຍຸ 106ປີ ໄດ້ໂຊຟີມືການເຮັດອາຫານ ແມ່ຕູ້ໄດ້ໃຊ້ໝາກໂມເປັນໝໍ້ ເຊິ່ງຢູ່ທາງໃນນັ້ນໃສ່ຊີ້ນໄກ່ແລະເຄື່ອງປຸງຕ່າງໆ ແລ້ວນຳມາຕັ້ງໃສ່ໄຟ ເຊິ່ງເຮັດໃຫ້ຊາວໂຊຊ້ຽວບໍ່ພຽງແຕ່ຍົກນິ້ວໃຫ້ ແຕ່ຍັງປະຫຼາດໃຈຫຼາຍ



ການໃຊ້ໝາກໂມປີ້ງໄຟນັ້ນຖືວ່າແປກແລ້ວ ແຕ່ແມ່ຕູ້ທ່ານນີ້ຍັງໄດ້ຖ່າຍວີດີໂອ ແລ້ວອັບລົງ Youtube ເຊິ່ງມີຄົນເຂົ້າເບິ່ງຫຼາຍກວ່າ​ 10ລ້ານຄົນເລີຍ

ເຂົ້າມາເບິ່ງກັນເລີຍວ່າການໃຊ້ໝາກໂມເຮັດເຂົ້າໜົມລາວໄດ້ເຮັດຈັ່ງໃດກັນ


ກ່ອນອື່ນແມ່ນເອົາໝາກໂມມາຜ່າຖິ້ມ 1 ສ່ວນ 4 ຈາກນັ້ນກໍ່ຄວັກເອົາໃຈໝາກໂມອອກມາ ເລີ່ມຈາກຄວັກເປັນຕ່ອນໃຫຍ່ໆກ່ອນ


ແລ້ວເອົາຊີ້ນໄກ່ປະຊົມເຂົ້າໝັກກັບເຄື່ອງປຸງ ເຄື່ອງປຸງປະກອບມີ ຫອມໃຫຍ່ ພິກໄທ ໝາກເລັ່ນ ຫອມ ຜົງໝາກເພັດແດງ ແປ້ງມັນ ຜົງກະຫຼີ່ ຂີ້ໝິ້ນ ເກືອ ຜັກຊີ ເມື່ອປະຊົມເຂົ້າກັບຊີ້ນໄກ່ກໍ່ໃຫ້ເອົາໃສ່ເຂົ້າໃນໝາກໂມ

ຖ້າຈະໃຫ້ຫອມກໍ່ຫາໃບຕອງມາຮອງນຳກໍ່ຈະດີ (ຕົວຢ່າງແບບໃນຮູບ)


ປິດຝາໝາກໂມແລ້ວເອົາໄປຕັ້ງໃສ່ເຕົາທີ່ຕຽມໄວ້ ຊ່ວງຮອຍຕໍ່ໝາກໂມແລະຝາໝາກໂມ ໃຫ້ໃຊ້ແປ້ງມັນທີ່ນວດແລ້ວເອົາມາປິດໄວ້ ພໍເປືອກໝາກໂມເລີ່ມປ່ຽນສີກໍ່ເລີ່ມອ່ອນໄຟລົງ ພໍສຸກແລ້ວກໍ່ໃຫ້ເປີດຝາໝາກໂມອອກເຊິ່ງຈະເຫັນກັບແກງໄກ່ໝາກໂມງທີ່ຫອມຫວນ


ເມື່ອຫຼາຍຄົນໃນໂຊຊ້ຽວເຫັນກໍ່ເວົ້າອອກມາຄຳດຽວກັນວ່າ "ເພິ່ນມີຈິນຕະນາການດີຫຼາຍ" ອາຍຸ 106ປີ ເປັນເນັດໄອດໍ້ ແມ່ຕູ້ເນັດໄອດໍ້ທ່ານນີ້ມີຊື່ວ່າ Mastanamma ອາໄສຢູ່ໃນເມືອງກູດີດາວາ ທ່ານມີຊື່ສຽງຫຼາຍຢູ່ໃນເຂດນັ້ນ ແລະທ່ານມີອາຍຸຫຼາຍແລ້ວແຕ່ກະຍັງຢືນຢັນທີ່ຈະເຮັດອາຫານກິນເອງ ຕັ້ງແຕ່ຕຽມອາຫານຮອດການປຸງອາຫານ ທ່ານເປັນອີກຄົນທີ່ມັກຕ້ອນຮັບແຂກ ໂດຍທີ່ມີແຂກຄົນທີ່ມາຈາກທາງໄກທ່ານກໍ່ຈະຕ້ອນຮັບແຂກໂດຍການເຮັດອາຫານທີ່ແຊບໃຫ້ກິນໜຶ່ງມື້

ແຟນຄຣັບຕົ້ນໆຂອງແມ່ຕູ້ກໍ່ຄືຫຼານສາວທີ່ມີຊື່ວ່າ k.Laxman ທຸກມື້ນາງແລະໝູ່ເພື່ອນຈະມີບັນຫາໃຫ້ເຈັບຫົວວ່າ "ມື້ນີ້ຈະເຮັດຫຍັງກິນ" ແລ້ວນາງກໍ່ໄດ້ຄິດຫາແມ່ຕູ້ທີ້ອັບວິທີເຮັດອາຫານລົງ Youtube ທີ່ໃສ່ຊື່ວ່າ County Foods (ແປວ່າອາຫານພື້ນບ້ານ) ຕອນນີ້ມີຄົນຕິດຕາມຫຼາຍກວ່າ 736.000ຄົນ ເນັດໄອດໍ້ທີ່ກຳລັງມາແຮງຕອນນີ້

ເບິ່ງຄລິບ


-----------------------------------
ລາວຮ໋ອດຮິດ See New. Hear New. Feel New.




Comments