ຈ້າງຄົນມາເປັນແຟນປີຫນຶ່ງ1,300,000ກີບ(ຊະມາແພງແທ້) ຊັ້ນກະຫໍ່ເຂົ້າມາກິນ (ມີຄລິບ)

ເນັດໄອດໍ້ຊື່ດັງ ຄຳແສງ ຄຳພູວັນ ເຊິ່ງເປັນຄົນປາກເຊ ທີ່ມີສຳນຽງສຽງເວົ້າທີ່ເປັນຕາຮັກລະກະມ່ວນ ຄຳແສງ ໄດ້ເຮັດຄລິບຕະລົກຫຼາກຫຼາຍຮູບແບບອອກມາໃຫ້ປະຊາຊົນໄດ້ຊົມຊາວໂລກອອນໄລໄດ້ຊົມກັນ ຄລິບທີ່ ຄຳແສງໄດ້ເຮັດອອກມາເປັນຄລິບທີ່ຫາເບິ່ງໄດ້ຍາກບໍ່ຄິດວ່າສິມີໃຜເຮັດແບບນີ້ອອກມາ ຫລ້າສຸດຄຳແສງໄດ້ເຮັດຄລິບລົມໂທລະສັບຕໍ່ລອງຂໍໃຫ້ຜູ້ສາວງາມຄົນໜຶ່ງມາເປັນແຟນດ້ວຍການວ່າຈ້າງເຈລະຈາທີມີທ່າທາງເອົາຈິງເອົາຈັງກັນຢ່າງຄືເລື່ອງຈິງ ແຕ່ນີ້ພຽງເປັນເລື່ອງຕະຫຼົກເທົ່ານັ້ນ ແຕ່ກໍ່ສາມາດສ້າງວິວໃນfacebook ໄດ້ຫຼາຍເຖິງ 1ລ້ານກວ່າວິວ ພຽງເວລາ 3ມື້ເທົ່ານັ້ນ ຖືວ່າຊາວ Facebook ເຮົາໃຫ້ຄວາມສົນໃຈຫຼາຍເອົາແທ້ເອົາວ່າ ຈົນເປັນກຳລັງໃຈໃຫ້ ຄຳແສງ ເຮັດຄລິບອອກມາໃຫ້ເຮົາໄດ້ຊົມກັນຢ່າງລຽນຕິດ















ຄລິບ




ຖ້າໃຜຢາຕິດຕາມຄຳແສງໃຫ້ໄປຕາມລິ້ງນີ້ເດີ້:  ຄຳແສງ ຄຳພູວັນ 

-----------------------------------
ລາວຮ໋ອດຮິດ See New. Hear New. Feel New.







Comments