ຄໍາສັ່ງເລກທີ 15 ຂອງນາຍົກ ມີຜົນສັກສິດສຳ່ໃດ ຫາກຍັງພົບເຫັນຂົນໄມ້ທ່ອນຢູ່?

ຕອນແລງຂອງວັນທີ 21 ພະຈິກ 2017 ເວລາ 16:30 ໂມງ ໄດ້ມີຜູ້ເດີ່ນທາງມາຈາກຊຽງຂວາງ ມຸ້ງໜ້າສູ່ແຂວງໄຊສົມບູນ ຫາ ແຂວງບໍລິຄຳໄຊ ໄດ້ພົບເຫັນມີເຫດການຂົນໄມ້ທ່ອນອອກຈາກປ່າແລ້ວຕິດຈັກລົດປະໄວ້ ທີ່ຈອດຢູ່ແຄມທາງໃຫຍ່ກຽມເຄື່ອນ ທີ່ ໃນບໍລິເວນເຂດບ້ານປູ້ ເມືອງທ່າໂທມ ແຂວງໄຊສົມບູນ. ໃນນັ້ນ, ໄດ້ມີໄມ້ທ່ອນຂະໜາດໃຫຍ່ຈຳນວນ 5 ທ່ອນ (ບໍ່ຮູ້ຂະໜາດລວງກວ້າງ), ແຕ່ຄວາມຍາວແມ່ນກາຍລົດແກ່ໄມ້ (ເບິ່ງຕາມພາບ).







ສິ່ງດັ່ງກ່າວໄດ້ສ້າງຄວາມກັງວົນໃຈຕໍ່ຜູ້ພົບເຫັນ ແລ້ວເກີດມີຄຳຖາມວ່າ: ຄຳສັ່ງເລກທີ 15 ຂອງທ່ານນາຍົກລັດຖະມົນຕີ ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີເຂັ້ມງວດໃນການຄຸ້ມຄອງ ແລະ ການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ດັ່ງທີ່ກ່າວມານັ້ນ ມີຜົນສັກສິດສ່ຳໃດ? ຖ້າຫາກວ່າເຈົ້າໜ້າທີ່ແຂວງ, ເມືອງ ທີ່ປະຈຳແຕ່ລະຈຸດກວດກາບໍ່ເຂັ້ມງວດຕໍ່ການປະຕິບັດໜ້າທີ່ຂອງຕົນ ຈຶ່ງເກີດມີຫາງສຽງຈົ່ມວ່າຂອງປະຊາຊົນເລື້ອຍໆ ໂດຍສະເພາະຜູ້ທຽວທາງຕາມເສັ້ນທາງດັ່ງກ່າວ.
ເສດຖະກິດການຄ້າ


-----------------------------------
ລາວຮ໋ອດຮິດ See New. Hear New. Feel New.



Comments