ເຈ້ຍ-ໄຊ ອອກມາໂພສພ້ອມໆກັນວ່າ ທັງສອງເລີກກັນແລ້ວທັງໆທີ່ຄົບກັນມາເຖິງ 16 ປີ
ເຊົ້າວັນທີ 17 ພະຈິກ 2017 ກາຍເປັນກະແສ ດຮ່າມ່າ ຮ້ອນແຮງໃນສື່ສັງຄົມອອນລາຍ ແລະ ວົງການບັນເທິງລາວ ເມື່ອ ເຈ້ຍ ປາຊີຟິກ - ໄຊ ທະວີໄຊ ຄູ່ຮັກມາລາທອນທີ່ຄົບກັນມາເຖິງ 16 ປີ ອອກມາໂພສຂໍ້ຄວາມພ້ອມກັນວ່າເລິກກັນ ເຊິ່ງກ່ອນໜ້າໜີບໍ່ມີສັນຍານວ່າທັງສອງຈະເລິກກັນ ຫຼື ບໍ່ເຂົ້າໃຈກັນ ແຕ່ມື້ນີ້ ທັງສອງກໍາລັງຈະປ່ອຍໃຫ້ຄວາມຮັກອັນຫວານຊື້ງ ຕ້ອງປິດຕໍານານຄວາມຮັກມາລາທອນ ແລະ ຖື້ມຄວາມຮູ້ສຶກດີໆກາຍເປັນ “16 ປີແຫ່ງຄວາມຫຼັງ”
ເຈ້ຍ ປາຊີຟິກ ໄດ້ໂພສຮູບ ແລະ ຂຽນຄຳອະທິບາຍວ່າ: “ເຈ້ຍ ກັບ ໄຊ ຕໍ່ໄປນີ້ ເຮົາເລີກກັນແລ້ວ ດ້ວຍຄວາມຮັກ ແລະ ຄວາມເຂົ້າໃຈພວກເຮົາຕົກລົງເຫັນດີ ແຍກທາງກັນ ບໍ່ແມ່ນຍ້ອນເຮົາ 2 ຄົນຜິດກັນ ແຕ່ເປັນຍ້ອນບັນຫາທີ່ເຫນືອການຄວບຄຸມຂອງເຮົາພວກເຮົາຕົກລົງທີ່ຈະບໍ່ໃຫ້ບັນຫາທີ່ແກ້ບໍ່ຕົກ ມາສ້າງບາດແຜໃຫ້ຊີວິດເຮົາ ເຮົາຈະແຍກທາງກັນ ແລະ ເປີດໃຈໃຫ້ຜູ້ອື່ນຂໍຄວາມກະລຸນາ ຢ່າຖາມຢ່າຖາມຫຍັງ ຂ້ອຍອີກ ເພາະ ຂ້ອຍໂພດທຸກເນື້ອໃນລະອຽດແລ້ວຖ້າໃຜທີ່ ຮັກຂ້ອຍ ເຫັນຫນ້າກັນກໍ່ຢ່າຖາມ ຖ້າຂ້ອຍຢາກເລົ່າ ຂ້ອຍສິເລົ່າສູ່ເຈົ້າຟັງເອງ ຂອບໃຈກັບ ຄວາມຮັກ ຄວາມຫ່ວງໄຍຕະຫຼອດ 16ປີ ຫວັງວ່າ ໄຊ ແລະ ເຈ້ຍ ຈະໄດ້ພົບກັນຄົນທີ່ເຂົ້າໃຈເຮົາ ແລະ ຮັກເຮົາ ຄືເຮົາເຄີຍ ຮັກກັນ”
ພາຍຫຼັງທີ່ທັງຄູ່ໂພສຂໍ້ຄວາມ ຫຼາຍຄົນກໍຕັ້ງຂໍ້ສັງເກດວ່າ ນີ້ແມ່ນແຜນການສະຫຼອງຄົບຮອບ 16 ປີຄວາມຮັກຂອງທັງສອງ ຫຼື ການເປັນການປະຊາສໍາພັນຮູບເງົາເລື່ອງໃໝ່ ແຕ່ເຖິງຢ່າງໃກ ທີມງາມ tonamchanews.com ກໍຂໍເປັນກໍາລັງໃຈໃຫ້ທັງສອງກັບມາຄອງຮັກກັນຕໍ່ ເພື່ອຜະລະດຜົນງານດີໆສູ່ສັງຄົມ ໃນການສ້າງສຽງຫົວ,ຮອຍຍີ້ມ ແລະ ຄວາມສຸກໃຫ້ສັງຄົມ.
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.












Comments
Post a Comment