ເປີດໂຕເປັນທາງການແລ້ວ "ເທລສະຕາ 18" ບານທີ່ໃຊ້ແຂ່ງ ບານໂລກ 2018 ຢູ່ຣັດເຊຍ ນີ້


ອາດີດາສ ເປີດໂຕບານທີ່ໃຊ້ແຂ່ງຂັນ ບານໂລກ 2018 ທີ່ປະເທດຣັດເຊຍ ໂດຍມີ "ເມສຊີ" ມາເປັນພຣີເຊນເຕີ້




ອາດີດາສ ແບຣນກິລາລະດັບໂລກ ຜະລິດໝາກບານ ທີ່ໃຊ້ແຂ່ງຂັນສຳລັບບານໂລກ 2018 ທີ່ຣັດເຊຍ ລະຫວ່າງວັນທີ 14 ມີຖຸນາ -
15 ກໍລະກົດ ໂດຍມີລີໂອເນນ ເມສຊີ ຊູເປີຊະຕາຊື່ກ້ອງໂລກຊາວອາເຈນຕິນາມາເປັນພຣີເຊນເຕີ້ ໃນງານເປີດໂຕທີ່ນະຄອນມົດສະກູ


ຟີຟາ ຕັດສິນໃຈຈັບໝາກບານເທລສະຕາທີ່ເຄີຍໃຊ້ໃນການຊິງໄຊ ເວີລ ຄັບ 1970 ກັບມາໃຊ້ອີກເທື່ອ ໂດຍໃຊ້ຊື່ວ່າ ເທລສະຕາ 18


ການກັບມາໃນຄັ້ງນີ້ຂອງເທລສະຕາ ຖືເປັນການພື້ນຄືນຊີບທີ່ຖືກປ່ຽນໂສມໃຫ້ເປັນລາຍກຣາຟິກ ແລະ ແລະ ປັບປ່ຽນສ່ວນປະກອບເລັກໜ້ອຍໃຫ້ຄົງທົນກວ່າເກົ່າ
ນອກຈາກນີ້ຍັງມາພ້ອມກັບເຕັກໂນໂລຊີສຸດລ້ຳ (NFC) ຊິບ ເພື່ອໃຊ້ງານຄຽງຄູ່ກັບສະມາດໂພນ










-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments