ນາຄີພາກ 2 ໄດ້ປິດກ້ອງແລ້ວແຕ່ເລືອນສາຍໄປອີກ 6 ເດືອນ ແຟນໜັງຕ້ອງອົດເອົາ



ນາຄີ 2 ປິດກ້ອງຖ່າຍທຳແລ້ວ ແຕ່ເລື່ອນຄິວເຂົ້າສາຍໄປອີກ 6 ເດືອນ
ສຳລັບຮູບເງົາເລື່ອງນາຄີ 2 ທີ່ ຖືກນຳມາສ້າງພາກຕໍ່ເປັນໜັງທີ່ເຂົ້າສາຍໃນໂຮງໜັງນັ້ນ ຕອນນີ້ແມ່ນປິດກ້ອງຖ່າຍທຳາແລ້ວ ຖືວ່າທຸກສາກແມ່ນຖ່າຍທຳຢ່າງສົມບຸກນແລ້ວ ໂດຍໄດ້ຮັບບົດພະເອກນຳໂດຍ ນະເດດ ກູຕິມິຢະ ແລະ ຢາຢ່າ ອຸຣັດສະຢາ ແຕ່ວ່າໜັງແມ່ນຖືກເລື່ອນຄິວການເຂົ້າສາຍໃນໂຮງໜັງໄປວັນທີ່ 29 ມີນາ 2018 ພຸ້ນເພາະວ່າຕ້ອງໃຫ້ເວລາທີມງານໃນການຕັດຕໍ່ ແລະ ເຮັດ ກຣາຟິກ ເພື່ອໃຫ້ອອກມາແນບນຽນທີ່ສຸດ ເອົາແບບບໍ່ແພ້ພາກໜື່ງ. ເອົ້າ ອົດໃຈລໍຄອຍນຳກັນ ງານດີຕ້ອງຖ້າດົນແດ່ເນາະ






ຂອບໃຈຂໍ້ມູນຈາກ : ຂ່າວໃໝ່
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments