ເຫັນແລ້ວອຸຕົນ!! ເດັກນ້ອຍ 2 ຄົນ ຍາກຕາມຫາພໍ່ແມ່ ຍອມລີ້ເຂົ້າໄປໃນກ້ອງລົດ ເດີນທາງໄປໄດ້ 80 km


ເດັກນ້ອຍຄົນຈີນ 2 ຄົນ ພະຍາຍາມຕາມຫາພໍ່ແມ່ ແຕ່ບໍ່ມີເງິນຄ່າເດີນທາງ ເລີຍຕ້ອງລີ້ເຂົ້າໄປໃນກ້ອງລົດບັດ ລາຍງານເຜີຍ ເປັນເລື່ອງລາວສະເທືອນໃຈທີ່ສະທ້ອນສັງຄົມຈີນຍຸກປັດຈຸບັນ ທີ່ເລົ່າມາພໍ່ແມ່ໄປເຮັດວຽກຫ່າງໄກ ແລະ ຖິ້ມລູກໄວ້ເບື້ອງຫຼັງ


 ນັກຂ່າວໄດ້ລາຍງານວ່າ ເດັກນ້ອຍຄົນຈີນ 2 ຄົນ ອາຍຸປະມານ 8-9 ປີ (ບໍ່ເປີດເຜີຍນາມ) ຈາກໝູ່ບ້ານເຂດຊົນນະບົດຫ່າງໄກຈາກເຂດປົກຄອງຕົນເອງ ກວ່າງຊີຈ້ວງ ປະເທດຈີນ ພະຍາຍາມອອກເດີນທາງຕາມຫາພໍ່ແມ່ຂອງພວກເຂົາທີ່ອອກໄປເຮັດວຽກໃນກວາງຕຸ້ງ ດ້ວຍຄວາມທີ່ທັງຄູ່ຍັງເດັກນ້ອຍ ຍັງມາຈາກຄອບຄົວທີ່ຍາກຈົນຫຼາຍ ເຂົາທັງບໍ່ມີເງິນ ແລະ ບໍ່ສາມາດເດີນທາງໄດ້ໂດຍໂຕເອງ ແຕ່ພວກເຂົາກໍ່ສາມາດເດີນທາງໄປໄດ້ 80 ກິໂລແມັດ ໄດ້ສ້າງຄວາມສະເທືອນໃຈແກ່ທຸກຄົນທີ່ໄດ້ພົບເຫັນ 


     ຄູປະຈຳຊັ້ນເຂົາໄດ້ລາຍງານວ່າ 2 ຄົນ ແຈ້ງວ່າບໍ່ພວກເຂົາວັນທີ 23 ພະຈິກ 2017 ຫຼາຍໆ ຄົນຕ່າງກໍ່ກັງວົນ ເພາະບໍ່ມີໃຜຮູ້ວ່າພວກເຂົາໄປໃສ ແຕ່ເຄາະດີ ເພາະໃນມື້ດຽວກັນນັ້ນເອງ ເຈົ້າໜ້າທີ່ຮັກສາຄວາມປອດໄຟຂອງສະຖານທີ່ຂົນສົ່ງ ເຂົ້າໄປກວດລົດບັດຄັນໜຶ່ງຕາມປົກກະຕິ ແລະ ປະຫຼາດໃຈຫຼາຍ ເມື່ອພົບເດັກນ້ອຍ 2 ຄົນນີ້ລີ້ຢູ່ກ້ອງລົດ ສະພາບເນື້ອຕົນໂຕສົກກະປົກ ເປິເປື້ອນ ເຕັມແຕ່ຂີ້ຝຸ່ນຂີ້ດິນ


ເຖິງວ່າທັງສອງຈະອ່ອນເພຍຫຼາຍ ແລະ ຍາກນອນຊຳ່ໃດຢູ່ໃນນັ້ນ ແຕ່ໂດຍລວມແລ້ວເຂົາປອດໄພດີບໍ່ໄດ້ບາດເຈັບຫຍັງ ເຈົ້າໜ້າທີ່ສະຖານີຂົນສົ່ງພະຍາຍາມສອບຖາມວ່າພວກເຂົາເປັນໃຜມາແຕ່ໃສ ແລ້ວເປັນຫຍັງຈຶ່ງມາລີ້ຢູ່ນີ້ ແຕ່ເດັກນ້ອຍທັງສອງກໍ່ບໍ່ເວົ້າຫຍັງ ແນວໃດກໍ່ຕາມ ເຈົ້າໜ້າທີ່ໄດ້ຮູ້ใໃນທີ່ສຸດພວກເຂົາກໍ່ໄດ້ຕາມຫາພໍ່ແມ່ທີ່ຫາຍໂຕໄປ

            ແມ້ແຕ່ອຸຕົນແຕ່ພວກເຂົາກໍ່ບໍ່ອາດປ່ອຍໃຫ້ເດັກໆ ເດີນທາງຕໍ່ໄປໃນສະຖານີໄດ້ ເຊິ່ງຍາດຕິພີ່ນ້ອງເດັກນ້ອຍໄດ້ເດີນທາງມາຮັບກັບໄປໃນທ່ຽງວານນີ້




-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments