ມາສ່ອງສາວງາມຜູ້ທີ່ຄອບຄອງມຸງກຸດນາງສາວລາວ ແຕ່ 2009 ຈົນຮອດປັດຈຸບັນ ຈະມີໃຜແດ່!
ໂຄງການປະກວດ ນາງສາວລາວ ແມ່ນມີມາໄດ້ຫຼາຍປີແລ້ວ ເລີ່ມມາແຕ່ປີ 2009 ຈົນມາຮອດປີ 2017 ນັບເບິ່ງແລ້ວກໍເປັນເວລາເຖິງ 9 ປີພໍດີ ແລະ ຄັ້ງຫຼ້າສຸດຫາກໍຈັດປະກວດກັນເມື່ອບໍ່ດົນມານີ້ ທ່າມກາງກະແສສົ່ງອອກສາວລາວໄປປະກວດໃນເວທີສາກົນ ບໍ່ວ່າຈະເປັນ Miss Grand International, Miss World, Miss Supranationql, Miss International ແລະ ເວທີໃຫຍ່ສຸດຢ່າງ Miss Universe ກໍເຮັດໃຫ້ເວທີປະກວດສາວງາມທ້ອງຖິ່ນນີ້ຂ້ອນຂ້າງມິດງຽບ ແຕ່ກໍຍັງໄດ້ຮັບຄວາມສົນໃຈຈາກກະແສສັງຄົມຢູ່.
ຫຼ້າສຸດ ຜູ້ທີ່ໄດ້ມຸງກຸດອັນຊົງກຽດຂອງເວທີນາງສາວລາວປະຈຳປີ 2017 ໄປຄອງກໍຄື ນາງ ດວງພະໄທ ເມກສີທອງ ຜູ້ເຂົ້າປະກວດຕົວແທນຈາກນະຄອນຫຼວງວຽງຈັນນັ້ນເອງ.
ສະນັ້ນ ມື້ນີ້ເຮົາເລີຍຈະພາໄປຮູ້ຈັກກັບສາວງາມເວທີນີ້ກັນຕັ້ງແຕ່ປີທຳອິດຈົນຮອດປັດຈຸບັນທັງ 9 ຄົນ ວ່າມີໃຜແດ່.
ນາງ ຄຣິດຕີນາ ຣາຊະສິມມາ ນາງສາວລາວ ປີ 2012
ນາງ ວິໄລລັກ ຈັນທະວົງ ນາງສາວລາວ ປີ 2013
ນາງ ສຸຕິລັກ ອິນທະວົງ ນາງສາວລາວ ປີ 2015
ນາງ ບຸດສະບາ ແສງປັນ ນາງສາວລາວ ປີ 2016
ນາງ ດວງພະໄທ ເມກສີທອງ ນາງສາວລາວ ປີ 2017
ຂໍຂອບໃຈ
ຂໍ້ມູນ: muan.sanook
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.










Comments
Post a Comment