ນັກວິທະຍາ ລຸ້ນ!!! ອີກ 25 ມະນຸດຕ່າງດາວອາດຈະຕອບຈົດໝາຍກັບ
ນັກວິທະຍາສາດສົ່ງຂໍ້ຄວາມໄປທີ່ດາວເຄາະນອກລະບົບສຸລິຍະ ຢູ່ຫ່າງຈາກໂລກ 12 ປີແສງ ຖ້າມີສິ່ງມີຊີວິດຊົງປັນຍາ ມະນຸດອາດໄດ້ຮັບສານຕອບກັບ ຂະນະທີ່ຜູ້ຊ່ຽວຊານເຕືອນ ເປັນການຊວນຂ້າເສິກເຂົ້າເມືອງ.
ທີມນັກວິທະຍາສາດຂອງເມຕິ (METI) ສົ່ງສານເປັນເພງສັ້ນໆ 33 ຂໍ້ຄວາມໄປທີ່ດາວເຄາະໜຶ່ງໃນສອງດວງຂອງດາວລືກ GJ 273 ເຊິ່ງໂຄຈອນຫ່າງຈາກດາວເລີກສູນກາງໃນໄລຍະທີ່ເອື້ອອຳນວຍຕໍ່ສິ່ງມີຊີວິດ ລະບົບສຸລິຍະດັ່ງກ່າວຢູ່ຫ່າງຈາກໂລກ 12 ປີແສງ.
ດາວລືກ ຈີເຈ 273 ເຊິ່ງຮຽກຕາມນາມຂອງຜູ້ຄົ້ນພົບວ່າ ດາວຂອງໄລເທນ (Luyten’s star) ເປັນດາວລືກແຄະແດງ ຢູ່ໃນກຸ່ມດາວໝານ້ອຍ ເປ່ງແສງມົວໆ ມອງດ້ວຍຕາເປົ່າບໍ່ເຫັນ ເທົ່າທີ່ຮູ້ ມັນມີດາວເຄາະບໍລິວານ 2 ດວງ ໜຶ່ງໃນຈຳນວນນີ້ຢູ່ໃນຕຳແໜ່ງທີ່ໜ້າຈະບໍ່ຮ້ອນ ຫຼື ເຢັນເກີນໄປສຳລັບສິ່ງມີຊີວິດ ແລະ ອາດມີນ້ຳໃນສະພາບຂອງແຫຼວ ແລະ ຊັ້ນບັນຍາກາດ.
ການສົ່ງຂໍ້ຄວາມດັ່ງກ່າວເປັນກິດຈະກຳໃນງານນິທັດສະການກ່ຽວກັບຄື້ນໂຊນາໃນສະເປນ ຜູ້ອຳນວຍການຈັດງານ ຣິຊາດ ໂຣເບີນ ບອກວ່າ ກິດຈະກຳຕິດຕໍ່ດາວເຄາະ GJ273b ດ້ວຍຄື້ນໂຊນາຄັ້ງນີ້ ເກີດຈາກຄວາມຢາກຮູ້ຂອງມະນຸດທີ່ວ່າ ເຮົາເປັນພວກດຽວໃນຈັກກະວານ ຫຼື ບໍ່?
ດັກລາດ ວາຄັອກ ປະທານເມຕິ (Messaging Extraterrestrial Intelligence) ບອກວ່າ ໂຄງການນີ້ຈະຖືວ່າປະສົບຜົນສຳເລັດຄັ້ງໃຫຍ່ຖ້າໃນອີກ 25 ປີມີຂໍ້ຄວາມຕອບກັບມາຍັງໂລກ.
ແນວໃດກໍຕາມ ນັກວິທະຍາສາດບາງຄົນ ເຊັ່ນ: ສະຕີເຟນ ຮໍກິງ ບອກວ່າ ການຕິດຕໍ່ກັບສິ່ງມີຊີວິດນອກໂລກເປັນເລື່ອງອັນຕະລາຍ ມະນຸດຕ່າງດາວອາດຈະເລີນກວ່າເຮົາ ເລື່ອງອາດລົງເອີຍທຳນອງດຽວກັບໂຄລຳບັສຄົ້ນພົບຊາວອາເມລິກາພື້ນເມືອງ ເຫດການອາດຈົບບໍ່ງາມ.
ຮໍກິງ ເຕືອນອີກວ່າ ຕໍ່ໃຫ້ມະນຸດຕ່າງດາວບໍ່ຄຸກຄາມເຮົາ ອາລິຍະທຳຂອງພວກເຂົາອາດລ້ຳໜ້າ ກະທັ້ງແນມເຮົາບໍ່ຕ່າງຈາກທີ່ເຮົາແນມແບັກທີເຣຍ.
ຂໍຂອບໃຈຂໍ້ມູນ: muan.sanook
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.






Comments
Post a Comment