'ນຸນີ່' ມີຜູ້ຕິດຕາມຫຼາຍທີ່ສຸດຢູ່ທີ່ອັນດັບ 2 ຂອງປະເທດລາວ! ລ່າສຸດກູ້ບັນຊີເຟສບຸກກັບຄືນມາໃຊ້ງານໄດ້ແລ້ວ!!
ນຸນີ່ກັບມາແລ້ວ!
ຫຼັງຈາກທີ່ເຟສບຸກຂອງສາວນຸນີ່ງຽບຫາຍໄປໄລຍະໜຶ່ງ ຫຼາຍຄົນກໍອາດຈະສົງໃສວ່າເຟສນຸນີ່ຫາຍໄປໃສ ຄົ້ນຫາກໍບໍ່ພົບ ນັ້ນກໍເນື່ອງຈາກວ່າເຟສບຸກຂອງສາວນຸນີ່ຖືກລະງັບບັນຊີໄປ ສ່ວນສາເຫດກໍຍັງບໍ່ຮູ້ຊັດເຈນ ເຊິ່ງລ່າສຸດ (22.11.2017) ບັນຊີເຟສບຸກຂອງສາວນຸນີ່ກໍກັບມາໃຊ້ງານໄດ້ແລ້ວ ໂດຍ "บอล อำนวย ศรีโครต" ເປັນຜູ້ກູ້ບັນຊີເຟສໃຫ້ສາວນຸນີ່ ນັ້ນເອງ ສະນັ້ນຈຶ່ງເຮັດໃຫ້ເຟສບຸກຂອງສາວນຸນີ່ກັບມາເປັນເຟສຜູ້ທີ່ຄົນຕິດຕາມຫຼາຍທີ່ສຸດຢູ່ທີ່ອັນດັບ 2 ຂອງປະເທດລາວກັນເລີຍ ນະເວລານີ້ແມ່ນມີຜູ້ຕິດຕາມຢູ່ທີ່ 513,876 ຄົນ! (ອັນດັບ 1 ແມ່ນແກ້ມບຸ໋ມ) ແອັດມິນເປີດໃຈກໍຂໍສະແດງຄວາມດີໃຈນຳເດີ FC ສາວນຸນີ່ສາມາດໄປສ່ອງເຟສສາວນຸນີ່ກັນໄດ້ .
ຂໍຂອບໃຈ
ຂໍ້ມູນ: Muanzon
: Perdjai
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.
















Comments
Post a Comment