ຄັກແທ້..!!! 2 ປີຊ້ອນທີ່ ທີ່ ບາງກອກ ໄດ້ຕິດອັນດັບໜຶ່ງໃນການທ່ອງທ່ຽວຫຼາຍທີ່ສຸດ


ບາງກອກ ລາຊະອານາຈັກໄທ ຕິດອັນດັບ 1 ເມືອງສຸດຍອດຈຸດໝາຍປາຍທາງໂລກຂອງມາສເຕີກາດ 2 ປີຊ້ອນ ພ້ອມຕິດ 1 ໃນ 5 ເມືອງທີ່ນັກທ່ອງທ່ຽວຄ້າງຄືນ ແລະ ໃຊ້ຈ່າຍຫຼາຍທີ່ສຸດ.
ຈາກ ການ ສຳ ຫຼວດ ເມືອງ ສຸດ ຍອດ ຈຸດ ໝາຍ ປາຍ ທາງ ໂລກ ຂອງ ມາສ ເຕີ ກາ ດ ພົບ ວ່າ ບາງກອກຍັງ ຄົງ ຄອງ ອັນ ດັບ ໜຶ່ງ ເມືອງ ຈຸດ ໝາຍ ປາຍ ທາງ ທີ່ ນັກ ທ່ອງ ທ່ຽວ ທົ່ວ ໂລກ ເດີນທາງ ມາ ຢ້ຽມຢາມ ຫຼາຍ ທີ່ສຸດ ຕິດ ກັນ ເປັນ ປີ ທີ່ສອງ ຕາມ ມາ ດ້ວຍ ນຸຄອນ ລອນ ດອນ ຈາກ ການ ຈັດ ອັນ ດັບ 132 ເມືອງ ທົ່ວ ໂລກ ທີ່ ມີ ຜູ້ ມາ ຢ້ຽມຢາມ ຫຼາຍ ທີ່ສຸດ ແລະ ມີ ການ ໃຊ້ ຈ່າຍຫຼາຍ ທີ່ສຸດ ໂດຍ ເມືອງ ຈຸດ ໝາຍ ປາຍ ທາງ 10 ອັນ ດັບທຳອິດ ທີ່ ຕ້ອນ ຮັບ ນັກ ທ່ອງ ທ່ຽວ ທີ່ ມີ ການ ຄ້າງ ຄືນຫຼາຍ ທີ່ສຸດ ໃນ ປີ  2016 ໄດ້ ແກ່ ບາງກອກ 19.41 ລ້ານ ຄົນ,  ລອນ ດອນ 19.06 ລ້ານ ຄົນ, ປາ ຣີ 15.45 ລ້ານ ຄົນ, ດູໄບ 14.87 ລ້ານ ຄົນ, ສິງກະ ໂປ 13.11 ລ້ານ ຄົນ , ນິວ ຢອກ 12.70 ລ້ານ ຄົນ,  ໂຊລ 12.39 ລ້ານ ຄົນ, ກົວ ລາ ລຳເປີ 11.28 ລ້ານ ຄົນ, ໂຕ ກຽວ 11.15 ລ້ານ ຄົນ ແລະ ອິດສະ ຕັນ ບູນ 9.16 ລ້ານ ຄົນ.

ນອກ ຈາກ ນີ້ ກຸງເທບ ມະຫານະຄອນຍັງ ຕິດ 1 ໃນ 5 ຂອງ ເມືອງ ທີ່ ນັກ ທ່ອງ ທ່ຽວ ພັກ ຄ້າງ ຄືນ ແລະ ມີ ການ ໃຊ້ຈ່າຍຫຼາຍ ທີ່ສຸດ ເຖິງ 14.08 ຕື້ໂດລາສະຫຫະລັດ ເຊິ່ງ 88.6% ຂອງ ຜູ້ ທີ່ ເດີນທາງ ມາຍັງ ບາງກອກ ຈຸດປະສົງ ຫຼັກ ຄື ເພື່ອ ທ່ອງ ທ່ຽວ ພັກ ຜ່ອນ ແລະ 11.4% ເດີນທາງ ມາ ເພື່ອ ທຸລະກິດ . ໃນ ຂະນະ ທີ່ 3 ສິ່ງ ເຊິ່ງ ນັກ ທ່ອງ ທ່ຽວ ໃຊ້ ຈ່າຍຫຼາຍ ທີ່ສຸດ ໃນ ບາງກອກ ໄດ້ ແກ່ : ຊື້ເຄື່ອງ 22.9%, ບ່ອນ ພັກ  22.6% ແລະ ການ ບໍລິການ ຕ່າງ ໆ ໃນ ບາງກອກ 21.5% . ນັກ ທ່ອງ ທ່ຽວ ທີ່ ເດີນທາງ ມາຍັງ ປະເທດ ໄທຫຼາຍ ທີ່ສຸດ ຄື : ຈີນ 34.3%, ຍີ່ ປຸ່ນ 7.1%, ເກົາ ຫຼີ ໃຕ້ 4.3%, ອິນ ເດຍ 4.1% ແລະ ສະ ຫະລາຊະ ອານາຈັກ (ອັງກິດ) 3.8% ຕາມ ລຳ ດັບ . ທັງ ນີ້ ຂໍ້ ມູນ ສະເພາະ ເດືອນ ຕຸລາ 2017 ພົບ ວ່າ ມີ ນັກ ທ່ອງ ທ່ຽວ ຊາວ ຈີນ ເດີນທາງ ເຂົ້າ ມາຍັງ ບາງກອກ ຫຼາຍ ເຖິງ 474,363 ຄົນ ແລະ ມີ ການ ໃຊ້ ຈ່າຍເຖິງ 25,120.66 ລ້ານ ບາດ ຫຼື ປະມານ 6,433 ຕື້ກີບ.
ສ່ວນ ສປປ ລາວ ແມ່ນບໍ່ມີຂໍ້ມູນ ເຮັດໃຫ້ບໍ່ມີການຈັດອັນດັບໃນຄັ້ງນີ້.






ຂອບໃຈຂໍ້ມູນຈາກ : ມ່ວນ

-----------------------------------
ລາວຮ໋ອດຮິດ See New. Hear New. Feel New.

Comments