ພຽງ 3 ນາທີ Alibaba ມີຍອດຂາຍ 10 ຕື້ຢວນໃນວັນຄົນໂສດ
ອາລີບາບາ ບໍລິສັດດ້ານອີຄອມເມີດ ຍັກໃຫຍ່ຂອງຈີນເປີດເຜີຍວ່າ ຫຼັງຈາກທີ່ທາງເວັບໄຊເລີ່ມຕົ້ນຫຼຸດລາຄາເນື່ອງໃນໂອກາດວັນຄົນໂສດ 11 ພະຈິກໄປໄດ້ພຽງແຕ່ 3 ນາທີ ກໍສາມາດເຮັດຍອດຂາຍສິນຄ້າທາງອອນໄລຮອດ 10 ຕື້ຢວນ ຫຼື ປະມານ 13.000 ຕື້ກີບ ແລະຍອດຂາຍໄດ້ເພີ່ມໄປອີກເກືອບເທົ່າຕົວທີ່ 19.1 ຕື້ຢວນພາຍໃນໄລຍະເວລາເວລາ 6 ນາທີ ເຊິ່ງຫຼາຍກວ່າຍອດຂາຍໝົດມື້ຂອງວັນຄົນໂສດໃນປີ 2012 ອີກ.
ກຳລັງຈັບຕາຍອດຂາຍຢ່າງໃກ້ຊິດ ໂດຍໃນປີນີ້ຄາດວ່າຍອດຂາຍໝົດມື້ໃນວັນຄົນໂສດຈະຫຼາຍກວ່າປີກ່ອນ. ຂະນະທີ່ການຂົນສົ່ງສິນຄ້າຄາດວ່າ ຈະມີພັດສະດຸປະມານ 1,500 ລ້ານຊິ້ນຖືກຈັດສົ່ງໄປຍັງຜູ້ຊື້ທົ່ວປະເທດຈີນຕະຫຼອດ 6 ວັນຂ້າງໜ້າ.
cr: raosukunfung.com
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.




Comments
Post a Comment