ມອບໃບຢັ້ງຢືນຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງໃຫ້ 3 ບ້ານ ເມືອງທຸລະຄົມ ແຂວງ ວຽງຈັນ
ພິທີມອບ-ຮັບໃບຢັ້ງຢືນ ຄອບຄົວ ແລະ ບ້ານປ້ອງກັນ ຊາດເຂັ້ມແຂງໃຫ້ 3 ບ້ານ ຄື: ບ້ານດົງ, ບ້ານແຈ້ງ ແລະ ບ້ານຕານປ່ຽວ ເມືອງທຸລະຄົມ ແຂວງວຽງຈັນ, ໄດ້ຈັດຂຶ້ນໃນວັນທີ22 ພະຈິກ ນີ້. ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ວີດົງ ໄຊຍະສອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆວຽງຈັນ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ມີ ທ່ານ ເສດໄຊ ວິໄລໄຟ ກຳມະການພັກ ແຂວງ ເຈົ້າເມືອງໆທຸລະຄົມ, ມີ ພັນເອກ ບຸນມາ ວົງດາລາແສນ ກຳມະການພັກແຂວງ ຮອງເລ ຂາຄະນະພັກ
ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ວຽງຈັນ, ມີຜູ້ຕາງໜ້າຈາກກົມ ກໍ່ສ້າງຮາກຖານກົມໃຫຍ່ການ ເມືອງກອງທັບ, ເຈົ້າເມືອງຈາກ 11 ເມືອງ, ກອງບັນຊາການ ທະຫານເມືອງຈາກ 11 ເມືອງ, ອຳນາດການປົກຄອງບ້ານ 3 ບ້ານ, ພ້ອມດ້ວຍພາກສ່ວນ ຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ບຸນລ້ຽງ ວິໄລວັນ ນາຍບ້ານໆແຈ້ງ ໄດ້ ຕາງໜ້າໃຫ້ 3 ບ້ານຂຶ້ນຜ່ານ ບົດສະຫຼຸບການກໍ່ສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມ ແຂງໃນໄລຍະຜ່ານມາ, ເຊິ່ງຄະ ນະພັກ ແລະ ອົງການປົກຄອງ ແຕ່ລະບ້ານໄດ້ເອົາໃຈໃສ່ສຶກສາ ອົບຮົມການເມືອງນຳພາແນວ ຄິດເຮັດໃຫ້ປະຊາຊົນເຊື່ອມຊຶມ ກຳໄດ້ແໜ້ນແນວທາງນະໂຍ ບາຍຂອງພັກ-ລັດ, ເປັນເຈົ້າ ການປະກອບສ່ວນເຂົ້າໃນວຽກ ງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ພ້ອມກັນຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນຫາ ຫຍໍ້ທໍ້ຕ່າງໆ ເຮັດໃຫ້ຮາກຖານ ບ້ານຂອງຕົນມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍດີໂດຍ ພື້ນຖານ, ຜ່ານມາການປະເມີນ ຜົນຕາມ 6 ມາດຖານສາມາດ ຮັບຮອງເອົາໄດ້ບ້ານປ້ອງກັນ ຊາດເຂັ້ມແຂງປະເພດ I ແມ່ນ ບ້ານແຈ້ງ ແລະ ຄອບຄົວປ້ອງ ກັນຊາດເຂັ້ມແຂງປະເພດ I 131 ຄອບຄົວ, ຄອບຄົວປ້ອງ ກັນຊາດເຂັ້ມແຂງປະເພດ II ຈຳ ນວນ 208 ຄອບຄົວ ແລະ ບ້ານ ຕານປ່ຽວ ເຊິ່ງມີຄອບຄົວປ້ອງ ກັນຊາດເຂັ້ມແຂງປະເພດ I ຈຳ ນວນ 169 ຄອບຄົວ, ຄອບຄົວ ປ້ອງກັນຊາດເຂັ້ມແຂງປະເພດ II ຈຳນວນ 216 ຄອບຄົວ, ສ່ວນບ້ານດົງແມ່ນມີຄອບຄົວ ປ້ອງກັນຊາດເຂັ້ມແຂງປະເພດ I ຈຳນວນ 99 ຄອບຄົວ ແລະ ປະ ເພດ II ຈຳນວນ 84 ຄອບຄົວ.
ໂອກາດນີ້ກໍໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ແລະ ຂໍ້ ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການຮັບຮອງເອົາຄອບ ຄົວ ແລະ ບ້ານປ້ອງກັນຊາດ ເຂັ້ມແຂງ, ໂດຍແມ່ນ ທ່ານ ເສດ ໄຊ ວິໄລໄຟ ກຳມະການພັກ ແຂວງ ເຈົ້າເມືອງໆທຸລະຄົມ ເປັນກຽດມອບໃບຢັ້ງຢືນຄອບ ຄົວປ້ອງກັນຊາດເຂັ້ມແຂງ ແລະ ທ່ານ ວີດົງ ໄຊຍະສອນ ກຳມະ ການສູນກາງພັກ ເລຂາພັກ ແຂວງ ເຈົ້າແຂວງໆວຽງຈັນ ເປັນກຽດມອບໃບຢັ້ງຢືນບ້ານ ປ້ອງກັນຊາດເຂັ້ມແຂງ ຈາກນັ້ນ ກໍໄດ້ຮ່ວມກັນເປີດປ້າຍບ້ານ ປ້ອງກັນຊາດເຂັ້ມແຂງໃຫ້ 3 ບ້ານ ແລະ ລັ່ນຄ່ອງ 9 ບາດ ເພື່ອເປັນສີລິມຸງຄຸນ. ໂດຍ: ຈັນທະຈອນ ສີສະເກດ

CR:ກອງທັບ
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.

Comments
Post a Comment