ນັກສຶກສາ ແຂວງບໍແກ້ວຮັບສົ່ງຢາບ້າ ແຕ່ໄປບໍ່ລອດຖືກຈັບພ້ອມຂອງກາງຢາບ້າ 30 ມັດ.
ຮັບຂົນສົ່ງຢາບ້າ ໄປບໍ່ລອດພ້ອມຂອງກາງຢາບ້າ 30 ມັດ.
ໃນເວລາປະມານ 17 ໂມງ 30 ນາທີ ຂອງວັນທີ່ 17 ພະຈິກ 2017 ນີ້ ເຈົ້າໜ້າທີ່ຕຳຫຼວດໜ່ວຍສະເພາະກິດ ແຂວງ ບໍ່ແກ້ວ ປະຈຳຈຸດກວດກາ ບ້ານ ນາຫຼວງ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ ໄດ້ຮັບແຫຼ່ງຂ່າວວ່າ: ມີກຸ່ມຄົນບໍ່ດີຈະຂົນສົ່ງຢາເສບຕິດຈາກ ແຂວງ ບໍ່ແກ້ວໄປ ແຂວງ ຫຼວງພະບາງ ດັ່ງນັ້ນ, ເຈົ້າໜ້າທີຂອງພວກເຮົາຈຶ່ງໄດ້ກວດຄົ້ນລົດເມໂດຍສານຈາກບໍ່ແກ້ວໄປຫຼວງພະບາງ ຜ່ານການກວດຄົ້ນ ເຈົ້າໜ້າທີ່ຂອງພວກເຮົາໄດ້ພົບເຫັນຢາເສບຕິດປະເພດຢາບ້າຈຳນວນ 6 ແພັກ, ມີ 30 ມັດເທົ່າກັບ 60,000 ເມັດ ຊຸກເຊື່ອງຢູ່ໃນກະເປົາເຄື່ອງຂອງທ້າວ ບຸນທັນວ່າງ ນູຮົວຢາ ອາຍຸ 21 ປີ ອາຊີບ ນັກສຶກສາ ຢູ່ບ້ານ ແກ້ວດອກແຄ ເມືອງ ໂພນທອງ ແຂວງ ຫຼວງພະບາງ ດັ່ງນັ້ນ, ເຈົ້າໜ້າທີ່ຂອງພວກເຮົາຈຶ່ງໄດ້ນຳຕົວຜູ້ກ່ຽວມາທຳການສືບສວນ-ສອບສວນ ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ໃນເບື້ອງຕົ້ນຜູ້ກ່ຽວຮັບສາລະພາບວ່າ: ຢາບ້າຈຳນວນດັ່ງກ່າວແມ່ນຂອງຜູ້ກ່ຽວແທ້, ເຊິ່ງຜູ້ກ່ຽວໄດ້ຮັບຄຳແນະນຳຈາກໝູ່ຊື່ທ້າວ ກ ນາມສົມມຸດ ( ຄົນໄທ ບໍ່ຮູ້ບ້ານ ) ວ່າມີພໍ່ລ້ຽງຄົນໄທຕ້ອງການໃຫ້ຂົນສົ່ງຢາບ້າຈຳນວນດັ່ງກ່າວໄປໃຫ້ລູກຄ້າຢູ່ ແຂວງ ຫຼວງພະບາງ ເຊິ່ງຈະໄດ້ຄ່າຈ້າງເປັນຈຳນວນເງິນ 10,000,000 ກີບ, ດັ່ງນັ້ນ, ຜູ້ກ່ຽວຈຶ່ງໄດ້ໄປຮັບເອົາຢາບ້າຈຳນວນດັ່ງກ່າວນຳພໍ່ລ້ຽງຄົນໄທ ( ບໍ່ຮູ້ຊື່ ) ຢູ່ແຄມນ້ຳຂອງເຂດຂົວມິດຕະພາບ 4, ເພື່ອຈະນໍາເອົາຢາບ້າຈໍານວນດັ່ງກ່າວໄປໃຫ້ລູກຄ້າຢູ່ແຂວງຫຼວງພະບາງ ແຕ່ຖືກເຈົ້າໜ້າທີ່ຈັບໄດ້ກ່ອນ. ປັດຈຸບັນທາງເຈົ້າໜ້າທີຂອງພວກເຮົາໄດ້ກັກຕົວຜູ້ກ່ຽວພ້ອມດ້ວຍກາງຢາບ້າ ຈໍານວນ 60,000 ເມັດ ແລະ ໂທລະສັບມືຖື 01 ໜ່ວຍໄວ້ເພື່ອທຳການສືບສວນ-ສອບສວນຫາກຸ່ມແກ້ງຄ້າ-ຂາຍຢາເສບຕິດລາຍນີ້ມາດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.
ຄລິບ
ຂໍຂອບໃຈທີ່ມາ: Bokeo#news
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.














Comments
Post a Comment