ກ້າວຄົນລະກ້າວ ເມື່ອ 30 ປີກ່ອນທີ່ປະເທດໄທ ມີຊາຍຄົນໜຶ່ງ ແລ່ນເພື່ອຮັບບໍລິຈາກຊ່ວຍເຫຼືອເດັກຂາດແຄນອາຫານ


ມີເລື່ອງລາວຈາກເພລ A.Diary ໄດ້ໂພສເລື່ອງລາວຍ້ອນໄປ ເມື່ອ 30 ປີທີ່ແລ້ວ ໄດ້ມີຜູ້ຂາຍຄົນໜຶ່ງຊື່ວ່າ นายไชยวัฒน์ วรเชฐวราวัตร  ໄດ້ທຸ້ມເທອຸທິດຕົນ ແລ່ນຈາກເບຕັງ-ແມ່ສາຍ ເພື່ອຮັບບໍລິຈາກຊ່ວຍເຫຼືອອາຫານເຊົ້າເດັກນ້ອຍນັກຮຽນທີ່ຂາດແຄນ 24 ແຂວງ ເພາະເຫັນເຖິງຄວາມລຳບາກ ການຂາດແຄນອາຫານ ເຊິ່ງເໝາະກັບເຫດການນີ້ທີ່ໄດ້ມີໂຄງການ “ກ້ວຄົນລະກ້າວ” ເຊິ່ງນຳແລ່ນໂດຍ “ตูน บอดี้สแลม” ເຊິ່ງລາຍລະອຽດເມື່ອ 30 ປີທີ່ແລ້ວລະບຸວ່າ


#ເມື່ອ30ປີທີ່ແລ້ວ ປີ 2529 
ເຄີຍມີຄົນແລ່ນຈາກເບຕົງໃຕ້ສຸດແດນສະຍາມ ໄປແມ່ສາຍເໜືອສຸດແດນສະຍາມ ເພື່ອຮັບບໍລິຈາກຊ່ວຍເຫຼືອອາຫານເຊົ້າເດັກນັກຮຽນທີ່ຂາດແຄນ 24 ແຂວງ ໃຊ້ເວລາຢູ່ 2 ເດືອນ 
ບັດໜຸ່ມ ຜູ້ນີ້ມີນາມວ່າ  “นายไชยวัฒน์ วรเชฐวราวัตร”


ປັດຈຸບັນ ອາຍຸ 63 ແລ້ວ
ຕອນນັ້ນ ຫາກໍ່ຮຽນຈົບມະຫາວິທະຍາໄລຄູ ແລ້ວຊ່ວງຝຶກງານ ທີ່ວັດພະຮູບ ແຂວງເພັດບຸລີ
ໄດ້ໄປເຫັນປັນຫາການຂາດແຄນອາຫານຂອງເດັກນ້ອຍຄົນໜຶ່ງ ທີ່ມາອາໃສກິນເຂົ້າຢູ່ວັດ ຈຶ່ງເກີດແຮງບັນດານໃຈຫລັງຈາກນັ້ນ
ໂດຍນັ່ງລົດໄຟໄປເລີ່ມ ຈາກເມືອງເບຕົງ ແລ່ນສະເລ່ຍ ມື້ລະ 40 ກິໂລ ຮອດເມືອງໃດກໍ່ໃຫ້ເມືອງນັ້ນຈັດການຊ່ວຍເຫຼືອເລື່ອງບໍລິຈາກ ບາງທີກໍ່ຈະມີລົດມາຮັບໄປແລ່ນທີ່ຕະຫຼາດ ທີ່ພັກຕອນນັ້ນກໍ່ພັກທີ່ວັດ ໂຮງຮຽນ ມີໂຮງແຮມນຳ 

ຍອດລວມທັງໝົດຕອນນັ້ນ ອາຈານໃຫ້ຂໍ້ມູນວ່າ ເກີນ 2 ລ້ານກວ່າບາດ ແຕ່ຍອດບໍ່ຊັດເຈນເພາະອາຈານໃຫ້ທາງເມືອງຈັດການ ແລະ ຫຼາຍທີ່ກໍ່ແຈ້ງຍອດໄປບໍ່ຊັດເຈນນຳ ເນື່ອງຈາກຍອດບໍ່ນິ້ງ
ແລະ ສະໄໝນັ້ນບໍ່ມີໂຊຊ້ຽວແບບປັດຈຸບັນ ການຕິດຕໍ່ປະສານງານລຳບາກຫຼາຍ ບາງທີຕິດເສົາ ອາທິດ ປະສານງານກັບໃຜບໍ່ໄດ້ ແລະ ອາຈານເອງບໍ່ແມ່ນຄົນດັງ ເລີຍຄ່ອນຂ້າງລຳບາກ
ອາຈານບອກວ່າ ດ້ວຍຄວາມທີ່ເປັນນັກກິລາແລ່ນ ເລີຍບໍ່ມີປັນຫາເລື່ອງສຸຂະພາບ ແລະ ບໍ່ຢຸດລະຫວ່າງທາງດຸເພາະຮ່າງກາຍຈະຊ້ຳຫຼາຍ

ແລະ ອີກຂໍ້ມູນທີ່ໜ້າສົນໃຈ ຄືຕອນນີ້ ອາດຈະເປັນຄົນບໍລິຈາກເລືອດຫຼາຍທີ່ສຸດໃນປະເທດໄທຄົນໜຶ່ງ ຄື 512 ຄັ້ງ
ສຸດທ້າຍອາຈານໃຫ້ກຳລັງໃຈອ້າຍຕູນ ເພາະເຫັນອ້າຍຕູນເຮັດແລ້ວຄິດເຖິງໂຕເອງແລ່ນຕອນນັ້ນ ແລະ ຫວັງວ່າຈະໄດ້ົບກັບອ້າຍຕູນຈັກຄັ້ງ ແທ້ໆອາຈານໄປແລ່ນກັບອ້າຍຕູນແລ້ວ ແຕ່ຍັງບໍ່ມີໂອກາດໄດ້ພົບອ້າຍຕູນ





ຂໍຂອບໃຈ
ຂໍ້ມູນ: social tvpoolonline



-----------------------------------
ລາວຮ໋ອດຮິດ See New. Hear New. Feel New.



Comments