ຈື່ຊື່ລູກໄດ້ໝົດບໍ່?? ມາຮູ້ຈັກ "ຊາຍ" ຜູ້ທີ່ມີເມຍຫຼາຍເຖິງ 39ຄົນ ແລະລູກ 94ຄົນ ແຖມບອກຍັງບໍ່ຢຸດຫາ "ເມຍ" ພຽງເທົ່ານີ້
ຈະມີໃຜທີ່ມີຄອບຄົວໃຫຍ່ເທົ່າເຮ່ຍຄົນນີ້ອີກບໍ່?? ມາພົບກັບເຮ່ຍ Ziona Chana ຜູ້ທີ່ມີເມຍ 39ຄົນ, ລູກ 94ຄົນ ແລະຫຼານອີກ 33ຄົນ ລວມສະມາສິກໃນຄອບຄົວ 181ຄົນ ກາຍເປັນຄອບຄົວໃຫຍ່ທີ່ສຸດໃນໂລກ
ເຮ່ຍ Ziona Chana ເວົ້າກັບສຳນັກງານຂ່າວ The Sun ວ່າ "ລາວຮູ້ສຶກວ່າຄືເປັນລູກຄົນພິເສດຂອງພະເຈົ້າ ພດເຈົ້າໃຫ້ຂ້ອຍມີໂອກາດເບິ່ງແຍງຄົນຢ່າງຫຼວງຫຼາຍ ຂ້ອຍຖືວ່າເປັນຜູ້ຊາຍທີ່ໂຊກດີຫຼາຍທີ່ໄດ້ເປັນສາມີຂອງພັນລະຍາທັງ 39ຄົນ ແລະເປັນເສົາຫຼັກຄອບຄົວທີ່ໃຫຍ່ທີ່ສຸດໃນໂລກ"
ແຕ່ວ່າບໍ່ຕ້ອງຫ່ວງວ່າຄອບຄົວໃຫຍ່ຂະໜາດນີ້ຈະຢູ່ນຳກັນພາຍໃນເຮືອນດຽວກັນໄດ້ໄຫວຫຼືບໍ່? ເລື່ອງນີ້ບໍ່ໃຫ້ມີບັນຫາເພາະເຂົາທັງໝົດໄດ້ອາໄສຢູ່ໃນແມນຊັ່ນຂະໜາດໃຫຍ່ ຈຳນວນ 100ຫ້ອງ ເທິງເນີນເຂົາຂອງໝູ່ບ້ານ Baktwang ໃນຣັດມິໂຊຣັມ ປະເທດອິນເດຍ
ພັນລະຍາທັງ 39ຄົນ ອາໄສຢູ່ໃນຫ້ອງດຽວກັນ ໃຫ້ບັນຍາກາດດຽວກັບນອນໃນຫໍພັກ ມີການຈັດວາງລະບົບຫ້ອງໄວ້ຢ່າງດີ ແຖມຍັງມີການຈັດຕັ້ງກົດລະບຽບໃນຄອບຄົວອີກດ້ວຍ (ຄືກັບຢູ່ໃນໂຮງຮຽນ) ເຊິ່ງກົດວິໄນເຂັ້ມງວດຄືກັບທະຫານ ໂດຍພັນລະຍາທີ່ແກ່ທີ່ສຸດຄືນາງ Zatiangi ຈະເປັນຜູ້ມອບໝາຍໜ້າທີ່ຄົວເຮືອນໃຫ້ແກ່ຄົນອື່ນໆ ຕັ້ງແຕ່ອານາໄມ ຊັກເຄື່ອງ ແລະເຮັດອາຫານ
ອາຫານໜຶ່ງມື້ຕ້ອງມີປະລິມານມະຫາສານຮອງຮັບສາມັກສິກໃນຄອບຄົວ ເຊັ່ນ ໄກ່ 30ໂຕ, ມັນຝຣັ່ງ 60ກິໂລ ແລະເຂົ້າສານ 100ກິໂລ ໂດຍລູກຊາຍຂອງລາວເວົ້າວ່າ ສ່ວນໃຫຍ່ລາວຈະແຕ່ງງານກັບແມ່ຍິງທີ່ຍາກຈົນໃນໝູ່ບ້ານ ເພື່ອທີ່ຈະໄດ້ເບິ່ງແຍງພວກເຂົາ ເຮັດໃຫ້ມີຊີວິດການເປັນຢູ່ເຂົາດີຂຶ້ນ
ເຮ່ຍ Ziona Chana ຍັງເປັນຫົວໜ້າລັດທິທາງຊາດສະໜາ ໃນໝູ່ບ້ານທີ່ມີສະມາຊິກ 4,000ຄົນ ໂດຍລາວໄດ້ຢືນຢັນວ່າການຫາເມຍຂອງລາວຍັງບໍ່ຢຸດລົງພຽງເທົ່ານີ້
Cr: Dailymail
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.







Comments
Post a Comment