4 ປັດໃຈນີ້ທີ່ ໂຣນັລໂດ ຈະຍ້າຍອອກຈາກ ຣີລ ມາດຣິດ
ຄຣີສເຕຍໂນ ໂຣນັລໂດ ຫົວໜ້າທີມຊາດປ໊ອກຕຸຍການ ຕົກເປັນຂ່າວ ກຽມຍ້າຍອອກຈາກ ຣີລ ມາດຣິດ ທີມຍັກໃຫຍ່ໃນລາລີກາ ສະເປນ ໃນໄລຍະທ້າຍປີໜ້າ ແລະ ໄດ້ແຈ້ງການຕັດສິນໃຈໃຫ້ ປະທານສະໂມສອນ ຮັບຊາບຮຽບຮ້ອຍແລ້ວ.
1. ຣີລ ມາດຣິດ ພະຍາຍາມເຊັນສັນຍາກັບ ຄິລິຢັນ ເອັມບັບເປ: ໃນໄລຍະຕະຫຼາດຊື້-ຂາຍນັກເຕະຄັ້ງຫຼັງ ສຸດ ມາດຣິດ ພະຍາຍາມເຊັນສັນຍາກັບ ຄິລິຢັນ ເອັມບັບເປ ກອງໜ້າທີມຊາດຝຣັ່ງ ເຮັດໃຫ້ ໂຣນັລໂດ ບໍ່ພໍໃຈ.
2. ຂ່າວລືກ່ຽວກັບ ເນມາ: ມາດຣິດ ມີຂ່າວຢາກດຶງ ເນມາ ມາຈາກ ປາຣີ ໃນລະດູການໜ້າ ຫຼັງກອງໜ້າຊາວບຣາຊິນ ເລີ່ມບໍ່ມີຄວາມສຸກກັບທີມດັ່ງກ່າວ, ເຊິ່ງ ໂຣນັລໂດ ເຂົ້າໃຈວ່າ ຣີລ ມາດຣິດ ຕ້ອງການເອົາ ເນມາ ມາແທນຕົວເອງທີ່ມີອາຍຸ 32 ປີແລ້ວ.
4.ພາສີ: ຕະຫຼອດເດືອນມິຖຸນາ ທີ່ຜ່ານມາ ໂຣນັລໂດ ຕົກເປັນຂ່າວຫຼີກໜີການຈ່າຍພາສີ ເປັນຈໍານວນເງິນລວມ 14.7 ລ້ານເອີໂຣ ເຮັດໃຫ້ລາວບໍ່ພໍໃຈຫຼາຍ ແລະ ເລື່ອງນີ້ອາດເຮັດໃຫ້ລາວບໍ່ຢາກຢູ່ທີ່ ສະເປນ.
ຂໍຂອບໃຈ
ຂໍ້ມູນ: Laosupdate
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.
















Comments
Post a Comment