ຕາຍແລ້ວໄປໃສ!!! ເລື່ອງ 49 ວັນ ຊີວິດຫຼັງຄວາມຕາຍ


ຊີວິດຫຼັງຄວາມຕາຍ ເປັນສິ່ງຍັງບໍ່ມີໃຜສາມາດຫາຄຳຕອບທີ່ແນ່ຊັດມາບອກໄດ້ ມີພຽງຄວາມເຊື່ອຂອງຄົນບູຮານທີ່ເລໄ່າບອກຕໍ່ກັນມາ ບາງຂໍ້ມູນຄົນທີ່ພື້ນຈາກຄວາມຕາຍກໍມາເລົາໃຫ້ລູກຫຼານຟັງ ແລະ ເພື່ອເປັນປະໂຫຍດແກ່ທຸກຄົນ ມື້ນີ້ມີຂໍ້ມູນດີໆມາຝາກກັນອີກແລ້ວ ກັບຄຳວ່າເວລາຄົນ ຕາຍແລ້ວໄປໃສ? ຕົກນາລົກ ຫຼື ຂຶ້ນສະຫວັນ ເປັນຫຍັງຄົນຕາຍຄືບໍ່ຮູ້ໂຕໃນ 7 ມື້ແລກ ເພາະເຫດໃດ ມື້ນີ້ laohothit.com ມີຂໍ້ມູນດີໆມາໃຫ້



ມະນຸດແລະສັດກໍ່ມີຈຸດຈົບທີ່ຄວາມຕາຍ ເພາະການຕາຍ ໝາຍເຖິງ ສະພາບຮ່າງກາຍບໍ່ສາມາດໃຫ້ບໍລິການແກ່ຈິດວິນຍານໃຊ້ຕໍ່ໄປໄດ້ອີກ ວິນຍານຍັງຄົງຢູ່ ເຖິງຮ່າງກາຍຈະໝົດອາຍຸໄຂໄປກໍຕາມ ທັງນີ້ສະພາບການຕາຍ ຈະບອກໃຫ້ຮູ້ວ່າຈິດວິນຍານນັ້ນ ໄປສູ່ສະຫວັນຫຼືລົງນາລົກ


1. ຕອນຕາຍໃໝ່ ຖ້າຫາກສີໜ້າປົກກະຕິ ຮ່າງກາຍນິ້ມ ສີໜ້າຄືຄົນມີຊີວິດຢູ່ ເນື່ອງຈາກໄດ້ບັນລຸທຳ ດວງວິນຍານຈະໄປສູ່ສຸຄະຕິ
2. ຕອນຕາຍໃຫມ່ໆ ໜ້າຕາຊີດ ຄືຄົນຕົກໃຈ ສະແດງວ່າດວງວິນຍານໄປນາລົກແລ້ວ
3. ຕອນຕາຍໃໝ່ໆ ຮ່າງກາຍແຂງ ໜ້າເປັນຕາຢ້ານ ເພາະຄວາມຕົກໃຈ ບາງຄົນຮ້ອງສຽງຄ້າຍສັດ ຄົນເລົ່ານີ້ຈະໄປເກີດເປັນສັດ 4 ຊະນິດ ສັງເກດຈາກຕາ ຫູ ດັງ ປາກ ຕາມີນຳ້ຕາອອກ ຫູຈະຂີ້ຫູອອກ ດັງມີຂີ້ມູກ ປາກນຳ້ລາຍປູມປາກ ມີທະວານທີ່ບໍ່ສະອາດ 4 ຊ່ອງທາງ ເມື່ອວິນຍານອອກທາງນີ້ ຈະເກີດເປັນສັດ 4 ປະເພດ

ເມືອ່ວິນຍານອອກຈາກຮ່າງກາຍ ວິນຍານສິໄປໃສ ?


ດວງ ວິນຍານ  ທີ່ອອກຈາກຮ່າງກາຍໃນຕອນແລກ ຈະວົນວຽນຢູ່ບໍລິເວນນັ້ນ ພໍໄດ້ສະຕິວ່າຕາຍກໍຈະມີຍົມມະບານມານຳເອົາ ວິນຍານ ຂອງມະນຸດຫຼືສັດທີ່ສະຕາຂາດ ພາໄປທີ່ຍົມມະໂລກ ເພື່ອເບິ່ງມີບາບມີບຸນ ຫຼື ຄວາມດີຄວາມຊົ່ວ ຫຼາຍປານໃດ ໃນຕອນມີຊີວິດຢູ່ໄດ້ເຮັດຫຍັງແດ່
ວິນຍານບາບຈະຖຶກນຳໄປນາລົກ 8 ຂຸມໃຫຍ່ ແຕ່ລະຂຸມຍ່ອຍແບ່ງ 36 ແຫ່ງ ແຕ່ລະແຫ່ງມີການລົງໂທດ ແລະ ທໍລະມານ ອີກ 800 ດ່ານ ແຕ່ລະດ່ານມີອຸປະກອນທໍລະມານຫຼວງຫຼາຍ ວິນຍານບາງດວງອາດຕົກນາລົກທັງ 8 ຂຸມກໍມີ
ໂດຍສະເພາະຄົນທີ່ເຮົດຊົ່ວຫຼາຍ ຫຼື ເອີ້ນວ່າ ອນັນຕິກຳ ມີຢູ່ 5 ຢ່າງ ຄື 1.ຂ້າພໍ່ 2. ຂ້າແມ່ 3. ຂ້າພະອໍລະຫັນ 4. ເຮັດໃຫ້ຄອບຄົວເຂົາແຕກແຍກ  5. ທຳຮ້າຍພະພຸດທະເຈົ້າ

ຫຼັງຈາກຕາຍໄດ້ປະມານ 1-2 ວັນ ປັກກະຕິແລ້ວ ເຂົາຈະບໍ່ຮູ້ວ່າໂຕເອງຕາຍ 7 ວັນຕໍ່ມາເຂົາຈຶ່ງຮູ້ວ່າໂຕເອງໄດ້ຕາຍແລ້ວ  ດວງວິນຍານຈະຖຶກກັກບໍລິເວນໄວ້ 49 ວັນເພື່ອຖ້າຖ້າຜິດຈາລະນາຄະດີ ใໃນລະວາງຜູ້ຕາຍກຳລັງຖ້າບຸນກຸສົນຈາກລູກຫຼານທາງໂລກ ກຳລັງວົນຢູ່ກັບງານສົບ

ເຮົາມາເບິ່ງປາກົດການ 49 ວົນ ຊີວິດຫຼັງຄວາມຕາຍ ຂະນະທີ່ວິນຍານຜູ້ຕາຍອອກຈາກຮ່າງກາຍ ຊີວິດຫຼັງຄວາມຕາຍກໍເລີມเຂຶ້ນໃນໂລກທີ່ຜູ້ຕາຍຕ້ອງເຂົາໄປຄົນດຽວເທົ່ານັ້ນ ບໍ່ມີສິ່ງໃດທີ່ສາມາດຖືຕິດຕົວມາຈາກໂລກມະນຸດໄດ້ ເວ້ນແຕ່ບາບກັບບຸນເທົ່ານັ້ນ

7 ວັນຮອບແລກ
ວິນຍານຂອງຜູ້ຕາຍ ຕ້ອງຜ່ານດົງໝ່າປ່າ ຊຶ່ງມີຝູງໝາປ່າຮ້າຍຄືເສືອຂວາງທາງ  ເມື່ອວິນຍານບາບໄປເຖິງ ກໍ່ເກີດອາການຢ້ານບໍ່ກ້າຍ່າງຜ່ານໄປ ຝູງໝາປ່າເຫັນດັ່ງນັ້ນ ກໍໂດດເຂົ້າຂົບກັດຈົນດວງວິນຍານເລືອດອອກເຕັມໂຕ ແລະ ຮ້ອງອອກມາດ້ວຍຄວາມເຈັບປວດ
ສ່ວນວິນຍານທີ່ສ້າງຄວາມດີໄວ້ ເມື່ອມາເຫັນຝູງໝາປ່າ ກໍ່ຈະມີເທວະດາຢູ່ທາງຂ້າງ ພວກໝາປ່າກໍ່ຢູ່ເສີຍໆ ບໍ່ເຮັດຫຍັງຈຶ່ງຜ່ານໄປໂດຍປອດໄພ
7 ວັນຮອບ 2 
ເມື່ອວິນຍານຜູ້ຕາຍມາເຖິງດ່ານປະຕູຜີ ເຈົ້າໜ້າທີ່ຜູ້ຮັກສາດ່ານ ເມື່ອເຫັນເປັນວິນານບາບ ກໍ່ຈະທຸບຕີຍ່າງທໍລະມານແລະ ຍັງມີພວກເຈົ້າກຳນາຍເວນພາກັນມາທວງໜີ້ເວລານັ້ນ
ສ່ວນວິນຍານຜູ້ທີ່ສ້າງຄວາມດີ ເມືອ່ຮອດປະຕູຜີ ຈະຖຶກຕ້ອນຮັບແລະຜ່ານດ່ານນີ້ຢ່າງປອດໄພ
7 ວັນຮອບທີ 3
ເມື່ອວິນຍານຜູ້ຕາຍມາເຖິງຍົມມະໂລກ ຖ້າວິນຍານບາບຈະຖຶກໂຊ້ລ່າມໄວ້ ຖຶກບັງຄັບໃຫ້ໄປຢູ່ໜ້າແວ່ນເບິ່ງກຳຍາມມີຊີວິດໄດ້ເຮັດຊົ່ວຫຍັງແດ່ ພາບກໍ່ຈະປາກົດຂຶ້ນເອງ ແລ້ວກໍ່ຈະຖຶກນຳໂຕໄປຜິດຈາລະນາໂທດ ເຖິງວິນຍານບາບຈະສຳນຶກຜິດແລ້ວກໍຕາມ
ສ່ວນວິນຍານທີ່ສ້າງຄວາມດີໄວ້ ເມື່ອມາເຖິ່ງກໍ່ມີການຕ້ອນຮັບ ມີເຈົ້າໜ້າທີ່ພາໄປເບິ່ງຂຸມນາລົກຕ່າງໆ ແລະພາໄປເບິ່ງບັນດາຍາດຕິພີ່ນ້ອງທີ່ສ້າງບາບໄວ້ ກຳບາບ ກຳລັງຖ້າຜິດຈາລະນາຄວາມຜິດ
7 ວັນຮອບທີ 4
ເມື່ອມາເຖິງດ່ານພູເຈ້ຍເງິນເຈ້ຍທອງ ການຂຶ້ນພູໜ່ວຍນີ້ຍາກລຳບາກ ເຈ້ຍນີ້ໄດ້ມາຈາກລູກຫຼານຍາດຕິພີ່ນ້ອງໃນເມືອງມານຸດຫຼົງງົມງາຍເຜົາສ່ງໄປໃຫ້ ທັບຖົມກັນຈົນເປັນພູເຂົາເລົ່າກາ ເຊິ່ງຕາມຄວາມເປັນຈິງແລ້ວ ຕາຍໄປຈະໄດ້ຮັບກໍບໍ່ມີປະໂຫຍດ

7 ວັນຮອບທີ 5
ວິນຍານຜູ້ຕາຍມາເຖິງບ່ອນບ້ານເກົ່າ ໄດ້ເຫັນລູກຫຼານ ໃນຄອບຄົວ ຕ່າງຄົນຕ່າງໂສກເສົ້າເສຍໃຈກັບການເສຍໄປຂອງຕົນ ຈົນຕອນນີ້ຈຶ່ງໄດ້ຮູ້ວ່າຕົນເສຍແລ້ວ ບໍ່ສາມາດກັບບ້ານໄດ້ອີກ ໄດ້ແຕ່ເສຍໃຈ


7 ວັນຮອບທີ 6
ເມືອຜູ້ຕາຍມາເຖິງດ່ານຄຸມບັນຊີຕາຍຍົມມະບານ ຈະສັ່ງໃຫ້ເຈົ້າໜ້າທີ່ເບິ່ງບາບບຸນທີ່ຜູ້ຕາຍໄດ້ສ້າງສົມໄວ້ຕອນມີຊີວິດ ຫຼັງຈາກຫັກລົບກັນແລ້ວ ຖ້າບຸນຫຼາຍກວ່າບາບຈະໄດ້ກັບໄປເກີດໃໝ່ ຖ້າບາບຫຼາຍກວ່າ ຈະສົ່ງໄປສູ່ນາລົກ ຮັບຄວາມຜິດທີ່ຕົນສ້າງ


 7 ວັນຮອບທີ 7
ເມື່ອວິນຍານຜູ້ຕາຍ ໄປເຖິງດ່ານສອບສວນ ຍົມມະບານສັ່ງເລຂາໃຫ້ຫາເບິ່ງວ່າ ຜູ້ຕາຍໄດ້ຕອນມີຊີວິດໄດ້ຂ້າສັດຕັດຊີວິດຫຼືບໍ່ ຖ້າມີໃຫ້ຖືສິນກິນເຈ ແລ້ວເວນກຳທີ່ຂ້າສັດກໍ່ຈະຫຼຸດລົງ ຖ້າຫຼົງຜິດຂ້າສັດເພື່ອຄວາມສຸກຂອງປາກທ້ອງກໍ່ຈະເພິ່ມໂທດໃຫ້ຕົວເອງ




7 ວັນຫຼັງຄວາມຕາຍນີ້ຈະບອກວ່າ ທຸກຄົນຄວນສ້າງແຕ່ສິ່ງດີໆ ໝັ່ນເຮັດບຸນແລ້ວບຸນນັ້ນຈະຊ່ວຍເຫຼືອທ່ານໃຫ້ທ່ານຢູ່ເຢັນເປັນສຸກໃນພາຍພາກໜ້າ ຂໍຂອບໃຈ
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.





Comments