"ໂຣນັລໂດ້" ດີໃຈ ໄດ້ລູກຄົນທີ 4 ກັບແຟນສາວຄົນລ່າສຸດ (ມີຄລິບ)
ຄຣິສເຕຍໂນ ໂຣນັລໂດ ກອງໜ້າຕົວເກັ່ງຂອງ ຣີລ ມາດຣິດ ເປີດເຜີຍເອງວ່າ: ຈໍຈິນາ ໂຣດຣິເກຊ ແຟນອາຍຸ 22 ປີຂອງລາວໄດ້ໃຫ້ກໍາເນີດລູກ ເມື່ອວັນອາທິດທີ 12 ພະຈິກ ທີ່ຜ່ານມາ ໂດຍນີ້ຖືເປັນລູກຄົນທໍາອິດຂອງທັງຄູ່ ແລະ ເປັນລູກຄົນທີ 4 ຂອງ ໂຣນັລໂດ
ລູກຄົນໃໝ່ຂອງ ໂຣນັລໂດ ເປັນຜູ້ຍິງ ໂດຍພວກເຂົາຕັ້ງຊື່ ອະລານາ ມາຕິນາ ແລະ ຖືເປັນລູກຄົນທີ 4 ຂອງ ໂຣນັລໂດ ຕໍ່ຈາກ ຄຣິສເຕຍໂນ ໂຣນັລໂດ ຈູເນຍ, ອີວາ ມາເຣຍ ແລະ ມາເຕໂອ ມາເຣຍ, ເຊິ່ງຄັ້ງນີ້ຖືເປັນການເກີດໄວກວ່າກໍານົດ ເພາະກ່ອນໜ້ານີຄາດກັນວ່າລາວຈະເກີດ ໃນວັນອັງຄານທີ 21 ພະຈິກນີ້.
ໂຣນັລໂດ ຂຽນໂພສລົງທະວິດເຕີວ່າ: “ ອະລານາ ມາຕິນາ ເກີດອອກມາແລ້ວ ທັງ ໂຣດຣິເກຊ ກັບ ອະລານາ ກໍ່ແຂງແຮງດີ ແລະ ພວກເຮົາທຸກຄົນດີໃຈ ”.
ຂໍຂອບໃຈ
ຂໍ້ມູນ: laosupdate
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.








Comments
Post a Comment