ອີກ 5 ປີໄດ້ໃຊ້ຕຶກນີ້ "ມະໂຫສົດຫຼັງໃໝ່" ຂະໜາດ 600 ຫ້ອງນອນ


ທັນທີທີ່ເຫັນຮູບຈຳລອງຕຶກໃໝ່ຂອງໂຮງໝໍ ມະໂຫສົດ ຫຼາຍຄົນກໍ່ມີຄຳຖາມຂຶ້ນມາຢາກຮູ້ໃຫ້ຫຼາຍກວ່ານັ້ນ ແຕ່ມື້ນີ້ຄົງໄດ້ຂໍ້ມູນພຽງສ່ວນໜຶ່ງຄ່າວໆໄປກ່ອນນໍທ່ານຜູ້ອ່ານ ຕອນນີ້ຕາມຂໍ້ມູນເບື້ອງຕົ້ນໂຮງໝໍມະໂຫສົດຫລັງໃໝ່ແມ່ນໄດ້ຮັບການສະຫນັບສະຫນູນຈາກລັດຖະບານ ສປ ຈີນ ໂດຍຈະສ້າງທົດແທນຄືນອາຄານຫຼັງເກົ່າທີ່ເກົ່າແກ່ຊຸດໂຊມແລ້ວ ແລະໃຫ້ມີຫ້ອງນອນເພີ່ມຂຶ້ນອີກ 150 ຫ້ອງຈາກ 450 ຫ້ອງໃນປະຈຸບັນ.


ໂດຍລັດຖະບານລາວສົມທົບກັບລັດຖະບານຈີນ ຈະສ້າງໂຮງໝໍມະໂຫສົດແຫ່ງໃໝ່ນີ້ຂຶ້ນມາ ເພື່ອທົດແທນຫລັງເກົ່າທີ່ມີອາຍຸ 100 ກວ່າປີແລ້ວ ເຫັນວ່າເກົ່າແກ່ຊຸດໂຊມຫຼາຍຈິ່ງຄວນມີການກໍ່ສ້າງໃໝ່ ເພື່ອສາມາດຕອບສະໜອງຄວາມຕ້ອງການຂອງສັງຄົມທີ່ນັບມື້ເພິ່ມຂຶ້ນ.


ລັດຖະບານລາວຕັດສິນໃຈຈະກໍ່ສ້າງໂຮງໝໍມະໂຫສົດແຫ່ງໃໝ່ທົດແທນຫລັງເກົ່າ, ຄາດວ່າຈະເລີ່ມລົງມືກໍ່ສ້າງພາຍໃນປີນີ້ ແລະ ຈະໃຫ້ສໍາເລັດປີ 2022 ຕາມແຫລ່ງຂ່າວຈາກໂຮງໝໍມະໂຫສົດໄດ້ເປີດເຜີຍໃນມໍ່ໆນີ້ໃຫ້ຮູ້ວ່າ: ປັດຈຸບັນນີ້ສະຖາປານິກ ແລະ ຊ່ຽວຊານຈາກ ສປ ຈີນພວມເກັບກໍາຂໍ້ມູນພື້ນຖານໃນການອອກແບບສໍາລັບການກໍ່ສ້າງອາຄານຫຼັງແຫ່ງໃຫມ່ໃຫ້ດີກວ່າເກົ່າ ນັບທັງຕຶກອາຄານ, ເຄື່ອງມືອຸປະກອນທາງການແພດຕ່າງໆ.


ໂຮງຫມໍມະໂຫສົດຫຼັງໃຫມ່ຈະປະກອບດ້ວຍມີ 5 ຊັ້ນລວມ 600 ຫ້ອງນອນ ເພີ່ມຂຶ້ນ 150 ຫ້ອງເມື່ອທຽບໃສ່ຕຶກປະຈຸບັນທີ່ມີພຽງ 450 ຫ້ອງ ພ້ອມນີ້ຝ່າຍຈີນຍັງຈະປະກອບສ່ວນອຸປະກອນທາງການແພດທີ່ທັນສະໄຫມໃຫມ່ທີ່ສຸດຄົບຊຸດ ເມື່ອອາຄານນີ້ສ້າງສຳເລັດ.

ຂອບໃຈຂໍ້ມູນຈາກ : laosupdate.com

-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments