5 ຄວາມງາມທີ່ຜິດທຳມະຊາດ ສຸດຕະລຶງ ຂອງຊົນເຜົ່າຕ່າງໆຈາກທົ່ວໂລກ



ໃນແຕ່ລະຊົນເຜົ່າແມ່ນມີວັດທະນະທຳ ແລະຄ່ານິຍົມທີ່ແຕກຕ່າງກັນໄປ ມູມມອງເລື່ອງຄວາມງາມຂອງແມ່ນຍິງກໍ່ແຕກຕ່າງກັນ ເຊິ່ງໃນຄວາມງາມຕາມຄວາມເຊື່ອເລົ່ານັ້ນແມ່ນຕ້ອງແລກມາດ້ວຍຄວາມເຈັບປວດແລະທໍລະມານ ແລະນີ້ກໍ່ແມ່ນ 5 ຄວາມງາມທີ່ຜິດທຳມະຊາດ ສຸດຕະລຶງ ຂອງຊົນເຜົ່າຕ່າງໆຈາກທົ່ວໂລກ

#1 ການເຈາະແລະຂະຫຍາຍຮິມສົບ

ພົບເຫັນໄດ້ໃນບາງພື້ນທີ່ຂອງປະເທດແຖບອາຟຣິກກາ ແລະອາເມຣິກາໃຕ້  ຄວາມເຊື່ອນີ້ມີມາຕັ້ງແຕ່ 8,700ປີ ກ່ອນຄຣິດສະກະຣາດ ແລະຕອນນີ້ກໍ່ຍັງມີໃຫ້ເຫັນຢູ່ຊົນເຜົ່າມຣູຊີ ໃນປະເທດ ເອທິໂອເປຍ

ວິທີການຄືຈະເຈາະຮິມສົບແລ້ວຄ່ອຍໆຂະຫຍາຍດ້ວຍການໃສ່ຈານດິນແປໆ ເຊິ່ງກ່ອນໜ້ານັ້ນກໍ່ຍັງຕ້ອງຫຼົກແຂ້ວ2ເລົ້ມທາງໜ້າອອກອີກ ແຜ່ນຈານຈະຖືກເພີ່ມຂະໜາດໃຫຍ່ຂຶ້ນເລື່ອຍໆ ຈົນກວ່າປາກຈະຈີກຂຶ້ນໄປຮອດເຫືອກ ໂດຍຈານນີ້ຈະບົ່ງບອກເຖິງສະຖານະຂອງບຸກຄົນໆນັ້ນ








#2 ການຍັດເຄື່ອງປະດັບໃສ່ໃນຮູດັງ

ຊົນເຜົ່າ ອະປາຕານີ ຫຼືເອີ້ນສັ້ນໆວ່າ ຕານີ ໃນປະເທດອິນເດຍ ແມ່ຍິງຊາວເຜົ່າຈະຕິດເຄື່ອງປະດັບມົນໆ ສີດຳທີ່ເອີ້ນວ່າ Yaping Hurlo ໄວ້ບ່ອນປີກດັງທັງ 2 ຂ້າງ



ນອກຈາກນັ້ນຍັງມີການສັກລາຍໄວ້ເຖິງໃບໜ້າອີກດ້ວຍ ໂດຍຕ້ອງສັກຍາວຕັ້ງແຕ່ໜ້າຜາກລົງມາຮອດປາຍດັງແລະຄາງອີກ 5 ເສັ້ນ ສິ່ງເຫຼົ່ານີ້ລ້ວນເຮັດໄປເພື່ອລົດຄວາມງາມຂອງແມ່ຍິງລົງ ເປັນການລົດຄວາມງາມທີ່ຝືນທຳມະຊາດຫຼາຍ








#3 ການຝົນແຂ້ວໃຫ້ແລມຄົມ

ຊົນເຜົ່າເມັນຕາໄວ ທີ່ອາໃສຢູ່ເທິງເກາະ Mentawai ປະເທດອິນໂດເນເຊຍ ເປັນຊົນເຜົ່າເລ່ລອນ ຜູ້ຄົນເຫຼົ່ານີ້ອາໃສຄືກັບຄົນບູຮານ ບໍ່ມີໄຟ້າ  ບໍ່ມີອິນເຕີເນັດ ຢູ່ກັບທຳມະຊາດ ແມ່ຍິງໃນເຜົ່ານີ້ເຊື່ອວ່າແຂ້ວທີ່ແຫຼມຄົມນັ້ນເປັນຕົ້ນແບບຂອງຄວາມງົດງາມ ເປັນວັດທະນາທຳບູຮານທີ່ຍັງມີໃຫ້ເຫັນໃນປັດຈຸບັນ




#4 ຂີດຜິວໜັງໃຫ້ເປັນບາດແຜ

ຊົນເຜົ່າໃນອາຟຣິກາ ມີພິທີກຳສຸດແສນທໍລະມານໂດຍການຂີດ ຕາມຮ່າງກາຍເພື່ອໃຫ້ເປັນຮອຍບາດແຜເປັນ ລວດລາຍຕ່າງໆຕາມຮ່າງກາຍ


ວິທີການເຮັດຂຶ້ນຢູ່ແຕ່ລະເຜົ່າ ເຊິ່ງສ່ວນໃຫຍ່ກໍ່ຈະໃຊ້ມີດ ຫຼືຫີນທີ່ຄົມ ຂີດເນື້ອໃນສ່ວນຕ່າງໆ ກ່ອນຈະສະໝານແຜດ້ວຍຜົງຖ່ານເພື່ອໃຫ້ເປັນແຜເປັນນູນເດັ່ນຂຶ້ນມາ


ແນ່ນອນວ່າບໍ່ໄດ້ມີແຕ່ຊົນເຜົ່າດຽວທີ່ເຮັດແບບນີ້ ມັນຄືສັນຍາລັກຂອງຄວາມກ້າຫານ ໄວຈະເລີນພັນເວດມົນ ແລະສັນຍາລັກແຫ່ງຊາດພັນ ຂຶ້ນຢູ່ກັບແຕ່ລະຊົນເຜົ່າ






#5 ການຫັດຫົວ

ປະເພນີການຫັດຫົວ ເກີດຂຶ້ນມາຍາວນານບໍ່ຕຳ່ກວ່າ 9,000ປີກ່ອນຄຣິດສະກະລາດ ໃນແຖບອາຟຣິກາ ແລະທາງຕອນບົນບົນຂອງອາເມຣິກາໃຕ້



ການຫັດຫົວແມ່ນການປ່ຽນຮູບຮ່າງຂອງກະໂຫຼກຫົວໃຫ້ຜິດທຳມະຊາດ ເຊັ່ນ ໃຫ້ຍາວຂຶ້ນ ສູງຂຶ້ນ ແປຂຶ້ນ ໂດຍໃຊ້ວິທີຫັດຫົວດ້ວຍເຊືອກຄວັ່ນ ກົດທັບດ້ວຍໄມ້ກະດານ ໂດຍຕັ້ງແຕ່ເລີ່ມເຮັດຕັ້ງແຕ່ເປັນແອນ້ອຍຂະນະທີກະໂຫຼກຍັງບໍ່ແຂງແຮງ ເພື່ອສະແດງເຖິງສະຖານະທາງສັງຄົມ









ຂໍຂອບໃຈທີ່ມາ: WTF IN THE WORLD
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments