ຄຳຊີ້ແຈງຂອງຜູ້ລົງທຶນ ສ້າງເຮືອນບູຮານໃນບໍລິເວນພະທາດຫຼວງ ໃນກໍລະນີເກັບຄ່າເຂົ້າຊົມ ຜູ້ລະ 5000ກີບ
ຜູ້ລົງທຶນ ສ້າງເຮືອນບູຮານໃນບໍລິເວນພະທາດຫຼວງຊີ້ແຈງໃນກໍລະນີເກັບຄ່າເຂົ້າຊົມ ຜູ້ລະ 5000ກີບ ເພື່ອສະໜັບສະໜູນນັກສິນລະປິນ
ເຮືອນຊົງລາວທີ່ສ້າງຂຶ້ນໃນບໍລິເວນພະທາດຫຼວງ ແລະໄດ້ເປີດໃຫ້ມວນຊົນເຂົ້າຊົມໃນງານບຸນທາດຫຼວງດັ່ງກ່າວເປັນຈຳນວນຫຼາຍ ດ້ວຍລາຄາຜູ້ລະ 5000ກີບ ຈຶ່ງເກີດມີຫາງສຽງສັງຄົມຕໍ່ບັນຫາດັ່ງກ່າວ, ທ່ານ ນາງ ຈັນນະພາ ວົງສະໝໍລະພູມ ປະທານບໍລິສັດ ຊີເອັນພີ ຂາອອກ- ຂາເຂົ້າ ຂຸດຄົ້ນບໍ່ແຮ່ ຈຳກັດ ໄດ້ຊີ້ແຈງວ່າ: ການສ້າງເຮືອນຊົງລາວ (ເຮືອນບູຮານ) ນັ້ນເປົ້າໝາຍຫຼັກເພື່ອສົ່ງເສີມປີທ່ອງທ່ຽວລາວ 2018. ຄືໃນປີ 2016 ບໍລິສັດ ໄດ້ລົງທຶນສ້າງເຮືອນບູຮານ 2ຫຼັງ ເຫັນວ່າໄດ້ຮັບການຍ້ອງຍໍຊົມເຊີຍຈາກມວນຊົນຜຸ້ມາທ່ຽວຊົມເປັນຈຳນວນຫຼວງຫຼາຍ. ສະນັ້ນ ປີ 2017 ກໍ່ໄດ້ສືບຕໍ່ສ້າງເຮືອນບູຮານ ເພີ່ມຂຶ້ນເປັນ 8ຫຼັງ, ແອ້ມ ແລະປູດ້ວຍໄມ້, ມຸງດ້ວຍໄມ້ສັບ ແລະດິນຂໍທີ່ມີຮູບຊົງລວດລາຍແຕກຕ່າງກັນ, ພ້ອມມີການຕົບແຕ່ງແບບຊົງລາວທີ່ສວຍງາມ ເພື່ອອະນຸລັກຮັກສາວັດທະນາທຳ ແລະຮີດຄອງປະເພນີດັ່ງເດີມຂອງລາວ ແນ່ໃສ່ໂຄສະນາ ເຜີຍແຜ່ວັດທະນາທຳໃຫ້ລຸ້ນຫຼານທີ່ເກີດໃໝ່ໃຫຍ່ລຸນ ຕະຫຼອດຮອດແຂກທັງຢູ່ພາຍໃນ ແລະຕ່າງປະເທດ ໄດ້ຮັບຮູ້ເຖິງວີຖີການດຳລົງຊີວິດ ແລະຮີດຄອງປະເພນີອັນດີງາມຂອງລາວ ແລະໃນໂອກາດບຸນພະທາດຫຼວງນີ້ ຢູ່ເຮືອນບູຮານ ຍັງມີການສະແດງສິນລະປະ ວັດທະນາທຳພື້ນເມືອງ, ໝໍລຳ, ລະນາດການຂັບງື່ມ, ອາຫານພື້ນເມືອງລາວ, ສວນຈຳປາສວນພຶກສາ, ການຕຳ່ຮູກທໍ່ໄໝຕື່ມອີກ. ດັ່ງນັ້ນ ຂະນະຮັບຜິດຊອບໄດ້ເກັບປີ້ຄ່າເຂົ້າຊົມຜູ້ລະ 5000ກີບ ສະເພາະໃນງານບຸນທາດຫຼວງເທົ່ານັ້ນ ເພື່ອເປັນການຊຸກຍູ້ ນັກສະແດງສິນລະປະ ທີ່ທາງຄະນະກຳມະການຈັດງານບຸນໄດ້ຈັດມາໃຫ້ກັບມວນຊົນໄດ້ຮັບຊົມ ເຊິ່ງບໍ່ແມ່ນທາງບໍລິສັດເປັນຜູ້ເກັບແຕ່ຢ່າງໃດ ແລະອີກສ່ວນໜຶ່ງແມ່ນບູລະນະປະຕິສັງຂອນພະທາດຫຼວງວຽງຈັນທີ່ກຳລັງດຳເນີນຢູ່ໃນປັດຈຸບັນ. ຂ່າວຍັງໃຫ້ຮູ້ວ່າ: ໃນວັນທີ 1 ພະຈິກ ນີ້, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ ໄດ້ໃຫ້ກຽດເຂົ້າຮ່ວມຊົມເຮືອນຊົງລາວບູຮານດັ່ງກ່າວ ແລະກໍ່ໄດ້ຮັບຄຳຍ້ອງຍໍຊົມເຊີຍ ຈາກທ່ານປະທານ ສະຫະພັນແມ່ຍິງ ການສ້າງເຮືອນບູຮານດັ່ງກ່າວນີ້ເປັນສີສັນໜຶ່ງໃນງານບຸນພະທາດຫຼວງ ເພື່ອໃຫ້ມວນຊົນ ແລະນັກທ່ອງທ່ຽວໄດ້ເຫັນວັດທະນາທຳ, ຮີດຄອງປະເພນີ ການດຳລົງຊີວິດອັນດີງາມ ຂອງຊາດລາວເຮົາທີ່ມີມາແຕ່ດຶກດຳບັນ.
Cr: ໜັງສືພິມລາຍວັນ ລາວພັດທະນາ
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.



Comments
Post a Comment