ເປີດເລື່ອງເລົ່າ "ລີນ່າ ເມຕີນ່າ" ແມ່ອາຍຸນ້ອຍທີ່ສຸດໃນໂລກ!! ດ້ວຍການຖືພາແລະໃຫ້ກຳເນີດລູກຊາຍ ໃນອາຍຸພຽງແຕ່ 5ປີ


ຕາມທີ່ເຮົາຮຽນວິຊາວິທະຍາສາດແລະຊີວະສາດມາ ມະນຸດເພດຍິງຈະພ້ອມສືບພັນເມື່ອອາຍຸປະມານ 11-15ປີ ເຊິ່ງກໍ່ຄືໄວທີ່ແມ່ຍິງເລີ່ມມີປະຈຳເດືອນ ແຕ່ເຊື່ອຫຼືບໍ່ ຄັ້ງໜຶ່ງເມື່ອ 80ປີກ່ອນ ເຄີຍມີເດັກນ້ອຍຄົນໜຶ່ງຖືພາມີລູກຕັ້ງແຕ່ອາຍຸພຽງ 5ປີເທົ່ານັ້ນ

ເດັນນ້ອຍຄົນນັ້ນມີຊື່ວ່າ Lina Medina ຈາກປະເທດເປຣູ ຂະນະທີ່ລາວອາຍຸໄດ້ 5ປີ ລາວມີອາການທ້ອງບວມຂຶ້ນຫຼາຍ ຄອບຄົວຂອງລາວຈຶ່ງພາໄປຫາໝໍ ໝໍວິເຄາະວ່າລາວມີເນື້ອງອກຂະໜາດໃຫຍ່ໃນທ້ອງ



ແຕ່ຫຼັງຈາກເຮັດການກວດຢ່າງລະອຽດ ທາງແພດກໍ່ຕ້ອງຕົກໃຈຢ່າງແຮງເພາະແທ້ຈິງແລ້ວ ເດັກນ້ອຍຄົນນີ້ຖືພາມາແລ້ວກວ່າ 7ເດືອນ ແລະຫຼັງຈາກນັ້ນບໍ່ດົນລາວກໍ່ໃຫ້ກຳເນີດເດັກນ້ອຍຜູ້ຊາຍຄົນໜຶ່ງ


ຕອນທຳອິດທາງແພດກໍ່ຢ້ານວ່າ ຮ່າງກາຍຂອງລາວຈະເປັນເດັກນ້ອຍເກີນກວ່າທີ່ຈະອອກລູກຕາມວິທີທາງທຳມະຊາດ ແຕ່ສຸດທ້າຍທັງລາວ ແລະລູກກໍ່ປອດໄພ ເດັກນ້ອຍຜູ້ຊາຍຄົນນັ້ນກໍ່ຖືກຕັ້ງຊື່ວ່າ GerRDO

ຫຼັງຈາກນັ້ນແພດກໍ່ໄດ້ເຮັດການກວດຮ່າງກາຍຂອງລາວຢ່າງລະອຽດອີກຄັ້ງ ແລະພົບວ່າອະໄວຍະວະສືບພັນຂອງລາວຢູ່ພາວະສົມບູນບໍ່ຕ່າງຈາກຜູ້ໃໃຫຍ່ທົ່ວໄປ ເຊິ່ງເປັນເລື່ອງທີ່ພົບໄດ້ຢາກຫຼາຍ


ພໍ່ຂອງ Lina ຖືກຕັ້ງຂໍ້ຫາ ແລະຈັບກຸມ ເນື່ອງຈາກອາດເປັນພໍ່ຂອງເດັກ ແຕ່ພາຍຫຼັງລາວກໍ່ຖືກປ່ອຍໂຕອອກມາ ເນື່ອງຈາກຫຼັກຖານບໍ່ພຽງພໍ ເຮັດໃຫ້ຈົນມາຮອດຕອນນີ້ ກໍ່ຍັງບໍ່ມີໃຜຮູ້ວ່າ ພໍ່ແທ້ໆຂອງເດັກນ້ອຍແມ່ນໃຜ



Gerardo ເຕີບໂຕມາພ້ອມໆກັບ Lina ໂດຍເຂົາຄິດວ່າ ລາວເປັນເອື້ອຍຂອງເດັກຊາຍຄົນນັ້ນ ຈົນລາວອາຍຸໄດ້ 10ປີ ລາວກໍ່ໄດ້ຮູ້ຄວາມຈິງວ່າ ລາວເປັນແມ່ຂອງ Gerardo ແລະລູກລາວເສຍຊີວິດ ໃນປີ 1979 ດ້ວຍອາຍຸ 40ປີ ດ້ວຍໂລກກ່ຽວກັບກະດູກ


ສ່ວນ Lina ກໍ່ຍັງຄົງມີຊີວິດຢູ່ຈົນເຖິງປັດຈຸບັນ ແລະໄດ້ໄດ້ແຕ່ງງານມີລູກກັບສາມີຄົນໃໝ່ ເຊິ່ງປັດຈຸບັນລາວມີອາຍຸໄດ້ 85ປີແລ້ວ



ບໍ່ໜ້າເຊື່ອເລີຍວ່າຈະມີເລື່ອງແບບນີ້ເກີດຂຶ້ນ ໂລກຂອງເຮົາມີເລື່ອງປະຫຼາດອີກຫຼາຍແທ້ໆ


Cr: Pulptastic
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.



Comments