ຮ່າງກາຍເລີ່ມມີບັນຫາ "ຕູນ ບໍດີ້ສແລມ" ໂພສຂໍໂທດແຟນຄຣັບຫຼັງທີ່ລຸກແລ່ນບໍ່ໄຫວ ຊ່ວງ 5ກິໂລແມັດສຸດທ້າຍ (ມີຄລິບ)
ຂ່າວດາລາໄທມື້ນີ້ ເຊື່ອວ່າຫຼາຍຄົນຍັງຕິດຕາມ ແລະໃຫ້ກຳລັງໃຈນັກຮ້ອງຊື່ດັງລະດັບປະເທດ "ຕູນ ບໍດີ້ສແລມ" ທີ່ອອກມາແລ່ນເພື່ອ 11 ໂຮງໝໍທົ່ວປະເທດ ໃນໂຄງການ ກ້າວຄົນລະກ້າວ
ແລ່ນຕັ້ງແຕ່ພາກໃຕ້ສຖດຫາພາກເໜືອສຸດຂອງປະເທດ ເພື່ອລະດົມທືນໃຫ້ໄດ້ 700 ລ້ານບາດ ເພື່ອເອົາໄປຊື້ອຸປະກອນການແພດ ເຊິ່ງມື້ນີ້ກໍ່ກ້າວເຂົ້າສຸ່ວັນທີ່ 12 ແລ້ວ ແຕ່ຈາກການແລ່ນຢ່າງຕໍ່ເນື່ອງຂອງ "ຕູນ ບໍດີ້ສແລມ" ທີ່ບໍ່ໄດ້ຢຸດພັກ
ລ່າສຸດກໍ່ສົ່ງຜົນໃຫ້ຮ່າງກາຍຂອງລາວອ່ອນລ້າລົງ ແລະມີອາການບາດເຈັບມາໃຫ້ເຫັນກັນແລ້ວ ເນື່ອງຈາກມື້ວານ "ຕູນ ບໍດີ້ສແລມ" ບໍສາມາດແລ່ນໄປຮັບເງິນໄດ້ ແຖມຍັງໃຫ້ນ້ອງຄົນສະນິດທີ່ມາຮ່ວມແລ່ນນຳ ຄ່ອຍໆປະຄອງໂຕໄປຕະຫຼອດຊ່ວງ 5 ກິໂລແມັດສຸດທ້າຍ
ແລະຕອນນີ້ "ຕູນ ບໍດີ້ສແລມ" ໄດ້ອອກມາໂພສຂໍໂທດວ່າ "ມື້ນີ້ເຊດສຸດທ້າຍ ຊ່ວງ 5ກິໂລແມັດສຸດທ້າຍ ຂໍອະໄພທີ່ບໄດ້ເຂົ້າໄປຮັບເງິນບໍລິຈາກດ້ວຍມືໂຕເອງຈາກຫຼາຍໆທ່ານ ມີອາການອ່ອນເພຍ ໄດ້ແຕ່ປະຄອງໂຕເອງແລ່ນໄປເລື່ອຍໆແລະຊັກຊ້າ"
ຄລິບ
Cr: video from page kao
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.










Comments
Post a Comment