5 ວິທີການຝຶກຊ້ອມຂັ້ນຕອນທຳອິດ ກັບສະເຕັບການຝຶກ ເພື່ອໃຫ້ໄດ້ທັກສະແບບ 'ເມສຊີ'
ໃນໂລກນີ້ ບໍ່ມີຫຍັງທີ່ຈະເກັ່ງມາແຕ່ເກີດ ແລະ ຕະຫຼອດໄປ ຖ້າຂາດການຝຶກຊ້ອມເຊັ່ນດຽວກັບ ລິໂອເນລ ເມສຊີ ນັກເຕະຈອມທັກສະຂອງໂລກ ເຖິງຈະເປັນນັກເຕະພອນສະຫວັນສູງ, ແຕ່ລາວກໍ່ຜ່ານການຝຶກຊ້ອມມາບໍ່ໜ້ອຍ ແລະ ຖ້າຢາກເກັ່ງແບບລາວ, ມື້ນີ້ ເຮົາຂໍແນະນຳວິທີມາຊ່ວຍທ່ານ ທີ່ ເມສຊີ ເຄີຍໃຊ້ມາແລ້ວ.
ໂດຍວິທີການເຫຼົ່ານີ້ເປັນການຝຶກຄວາມຄ້ອງຕົວເບື້ອງຕົ້ນໃນແບບຂອງ ເມສຊີ ເຊິ່ງເຈົ້າສາມາດເຮັດຕາມໄດ້ງ່າຍໆ ແລະ ເຮັດໄດ້ເປັນປະຈໍາເຖິງວ່າສຸດທ້າຍອາດຈະບໍ່ໄດ້ເທົ່າ ເມສຊີ ແຕ່ຢ່າງໜ້ອຍກໍ່ຮັບຮອງວ່າ ຮ່າງກາຍຂອງເຈົ້າຈະຕ້ອງຄ່ອງແຄ້ວກວ່າເກົ່າແນ່ນອນ ເຮົາມາເລີ່ມທີ 5 ຂັ້ນຕອນທໍາອິດ ໃຫ້ທ່ານລອງໄປໃຊ້ຕອນແລງນີ້ເລີຍ.
1. ສູດເລັ່ງຄວາມໄວ 1: ການຝຶກແລ່ນເປັນຮອບຕົວ (W).
ວາງເຄື່ອງໝາຍ 5 ຈຸດເປັນຮອບຕົວດັບເບິລຢູ (W) ຈາກຈຸດທີ 1 ຂ້າມໄປຈຸດທີ 5 ວາງຫ່າງກັນ 10 ແມັດ, ສ່ວນຈາກລຽງ 1-2-3-4-5 ວາງຫ່າງຈຸດລະ 5 ແມັດ, ເຊິ່ງໃນການຝຶກໃຫ້ແລ່ນຖອຍຫຼັງຈາກຈຸດທໍາອິດໄປຈຸດທີ 2 ແລ້ວເລັ່ງຄວາມໄວ້ໄປຈຸດທີ 3, ຈາກນັ້ນກໍ່ແລ່ນຖອຍຫຼັງໄປຈຸດທີ 4 ແລະ ເລັ່ງຄວາມໄວໄປຈຸດທີ 5 ໂດຍພັກຈັກ 20 ວິນາທີ ແລ້ວຄ້ອຍເຮັດອີກໄປເລຶ້ື້ອຍໆຕາມທີ່ຕ້ອງການ.
2. ສູດເລັ່ງຄວາມໄວ 2: ການຝຶກແລ່ນຂາຕາຍຂ້າງໜຶ່ງ:
ວາງເຄື່ອງກີດຂວາງໄວ້ 8 ຈຸດ ໃນແນວຕັ້ງໃຫ້້ອັນສຸດທ້າຍຫ່າງໄປ 5 ແມັດ ເພື່ອແລ່ນຂ້າມດ້ວຍຂາຂ້າງໜຶ່ງ ໂດຍຍົກເຂົ່າໃຫ້ສູງ ພ້ອມເຮັດແຂ່ງຕັ້ງສຸກ 90 ອົງສາ, ເຊິ່ງຈະເຮັດໃຫ້ເຄື່ອນໄຫວໄປຂ້າງໜ້າໄດ້ດີ, ຈາກນັ້ນແລ່ນຍົກຂາໄປເລື້ອຍໆ ຈົນກະທັ້ງເຖິງຈຸດສຸດທ້າຍ ເລີ່ມຕົ້ນເຮັດໃໝ່ດ້ວຍຂາອີກຂ້າງ ເຮັດແບບນີ້ສະລັບກັນທຸກຄັ້ງໄປເລຶ້ອຍໆທຸກມື້.
3. ສູດຄວາມຄ່ອງຕົວ 1: ການຝຶກກະໂດດໃນບ່ອນລຽບ.
ເກມອັນໝາຍຈຸດໄວ້ 6 ຕົວ ສໍາລັບການວາງໃນແນວຕັ້ງໄປຂ້າງໜ້າ 3 ຕົວ ແລະ ຕໍາແໜ່ງ 9, 12, 3 ໃນເຂັມໂມອີກຢ່າງລະ 1 ອັນ, ໂດຍໃຫ້ກະໂດດດ້ວຍຂາຂ້າງໜຶ່ງຕົງໄປໃນ 3 ຈຸດທໍາອິດ, ຈາກນັ້ນກະໂດດເດີນໜ້າ-ຖອຍຫຼັງຕໍ່ອີກ 3 ຈຸດ, ເລີ່ມຈາກຊ້າຍ ຫຼື ຂວາກໍ່ໄດ້ ສໍາເລັດແລ້ວກໍ່ເລັ່ງຄວາມໄວອອກມາຈາກຈຸດໃດຈຸດໜຶ່ງ ໂດຍເຮັດຕໍ່ເນື່ອງ 3 ຮອບ.
4. ສູດຄວາມຄ່ອງຕົວ 2: ການຝຶກລຸກ-ຢືນ ໃຫ້ວ່ອງໄວທີ່ສຸດ.
ຖືເປັນການຝຶກຄວາມໄວຂອງຂາໄດ້ດີທີ່ສຸດ ໂດຍໃຫ້ນອນພຽງກັບພື້ນ ແລ້ວນັບ 1-5 ແລ້ວກໍ່ຮີບລຸກຂຶ້ນ ມາແລ່ນໃຫ້ໄວໃນໄລຍະ 5 ແມັດ (ໃຫ້ປ່ຽນເປັນລຸກຂຶ້ນມາຈາກດ້ານຫຼັງ, ຂ້າງ ແລະ ໜ້າສະຫຼັບກັນ) ໂດຍເຮັດ 3 ຮອບ ສໍາລັບ ການຝຶກນີ້ຈະເປັນການເຮັດໃຫ້ສ່ວນຕ່າງໆຂອງຮ່າງກາຍປະສານງານກັນໄດ້ດີ.
5. ສູດຄວາມຄ່ອງຕົວ 3: ການຝຶກກະໂດດໃນແບບສອງຂາ.
ວາງເຄື່ອງໝາຍເໝືອນການກະໂດດ ໃນແນວລຽບດ້ວຍຂາຂ້າງດຽວ ແຕ່ອັນນີ້ເປັນແບບສອງຂາ ຫຼື ຂາຄູ່ທີ່ຝຶກແນວດຽວກັນຄື, ກະໂດດດ້ວຍຂາສອງຂ້າງໄປໃນ 3 ຈຸດທໍາອິດ, ຈາກນັ້ນເລັ່ງຄວາມໄວ ແລະ ລ້ຽວໄປຕາມໂຄງໃນຈຸດຕ່າງໆ ທັງຕໍາແໜ່ງ 9, 12, 3 ຂອງເຂັມໂມງ ສໍາເລັດແລ້ວກັບໄປທີ່ຈຸດເລີ່ມຕົ້ນໃໝ່ອີກ ໂດຍເຮັດ 3 ຮອບ.
ຂໍຂອບໃຈ
ຂໍ້ມູນ: Laosupdate
ລາວຮ໋ອດຮິດ See New. Hear New. Feel New.














Comments
Post a Comment