5 ເຫດຜົນທີ່ຜູ້ຊາຍສ່ວນຫຼາຍມັກໄປມີເມຍນ້ອຍ


5 ເຫດຜົນທີ່ຜູ້ຊາຍໄປມີເມຍນ້ອຍ
ຫຼາຍຄອບຄົວມັກມີບັນຫາສາມີມີເມຍນ້ອຍ ມື້ນີ້ ແອດ ນຳເອົາສາເຫດ ແລະ ວິທີແກ້ມາບອກ
1.​ ເຄີຍເປັນຄົນສຳ່ສ່ອນມາກ່ອນ:  ແນ່ນອນວ່າຜູ້ຊາຍສ່ວນໃຫຍ່ທີ່ເຄີຍຫຼິ້ນເຄີຍກິນມາກ່ອນທີ່ຈະແຕ່ງງານ ເມື່ອແຕ່ງງານແລ້ວກໍ່ອາດທີ່ຈະຍັງຕັດນິໄສເກົ່າຖິ້ມບໍ່ໄດ້ ເຖິງເມຍສິດີ ສິງາມປານໃດ ກໍ່ຫ້າມໃຈຜູ້ຊາຍປະເພດນີ້ບໍ່ໄດ້ດອກ ເພາະຈິດໃຈຂອງເຂົາແມ່ນໝົກມຸ້ນຢູ່ກັບແຕ່ເລື່ອງນີ້ ເຖິງສິມີລູກແລ້ວ ກໍ່ມັກຫຼອຍໄປຢູ່ດີ. ຖ້າຕັດສິນໃຈເລືອກແລ້ວແມ່ນເຮັດຫູ ບໍ່ຮູ້ຕາບໍ່ເຫັນເດີ້ບັນດາເມຍທັງຫຼາຍ, ຊື້ຖຢງຢາງອະນາໄມຕິດຖຢງໃຫ້ມັນໂລດ ຫຼື ຖ້າຮັບບໍ່ໄດ້ກໍ່ແຍກທາງກັນລູກດຽວ

2.  ຍ້ອນໝູ່ຊັກຊວນ:   ຜູ້ຊາຍບາງຄົນກໍ່ບໍ່ເຄີຍມີດອກອັນປະຫວັດຫຼິ້ນສາວ ແຕ່ເມື່ອກ້າວເຂົ້າສູ່ການເຮັດວຽກເນາະ ອາດມີໝູ່ຮ່ວມງານບາງຄົນຊວນອອກນອກລູ່ນອກທາງ ເວລາໄປເຮັດວຽກຕ່າງແຂວງບໍ່ ຮັບແຂກມາປະຊຸມບໍ່ ໄປນຳຫົວໜ໊າຫົວຕາບໍ່ (ຂໍເນັ້ນວ່າໝູ່ບາງຄົນ) ກະເລີຍຍາກທີ່ຈະປະຕິເສດ, ຫຼາຍເທື່ອຫຼາຍທີກະກາຍເປັນວ່າລຶ້ງເລີຍ. ຖ້າຮູ້ ຫຼື ຈັບໄດ້ແມ່ນນຳໄປຄຸມເຂັ້ມ ໄປໄສໄປນຳ ແລະ ພະຍາຍາມໃຫ້ສາມີຂອງເຈົ້າຕີໂຕອອກຫ່າງມັນໂລດ ບໍ່ຊັ້ນລະເສຍຜົວ ແລະ ຜົວເສຍຄົນແທ້ໆ
3. ຍ້ອນເມຍມັກຈົ່ມ: ແນ່ນອນວ່າການທີ່ຍິງຊາຍແຕ່ງງານກັນແລ້ວ ມັນກໍ່ປາສະຈາກບໍ່ໄດ້ທີ່ຈະມີເລື່ອງຜິດຖຽງກັນທຳມະດາ ແຕ່ເມຍບາງຄົນກໍ່ຈົ່ມ ແລະ ຈູ້ຈິ໋ກໂພດ ກາຍເປັນວ່າຜູ້ຊາຍ ຫຼື ຜົວ ເໜັງໄປໄສກະບໍ່ໄດ້ເລີຍ ຈຶ່ງເຮັດໃຫ້ຜູ້ຊາຍເກີດຄວາມເບື່ອໜ່າຍ ແລ້ວ ຫາບ່ອນລະບາຍຫາຄົນທີ່ເຂົາລົມນຳແລ້ວ ສະບາຍໃຈ. ບາດນີ້ຜູ້ສາວເຂົາພັດຊ່າງເວົ້າຊ່າງລົມ ຊ່າງຍວະເອົາເງິນ ກະກາຍເປັນວ່າຜົວຕິດສາວໄປເລີຍ. ອັນນີ້ຜູ້ຍິງຄວນປັບປຸງໂຕ ແລະ ຫາວິທີເຮັດໃຫ້ໂຕເອງງາມສະເໝີ ມີລູກແລ້ວຍິ່ງຕ້ອງເຮັດງາມ ດາຣາເຂົາກະເຮັດໄດ້ ເຮົາກໍ່ຕ້ອງເຮັດໄດ້




4.  ເບື່ອລົດຊາດຈຳເຈຂອງເລື່ອງເທິງຕຽງ:    ຜູ້ຊາຍຈະມີຄວາມຕ້ອງການທາງເພດຫຼາຍກວ່າຜູ້ຍິງ ເມື່ອຜູ້ຊາຍຢູ່ກັບອັນເກົ່າໆ ເຂົາກະເບື່ອ ແລະ ຢາກມີຫຍັງທີ່ຕື່ນເຕັ້ນ ເລົ້າໃຈ ຕະຫຼອດເວລາ ດັ່ງນັ້ນການຫາອັນສະໜອງຈາກທາງນອກກໍ່ເປັນວິທີທີ່ຫຼາຍຄົນມັກໃຊ້.ດັ່ງນັ້ນຜູ້ຍິງຄວນໝັ່ນສຶກສາເລື່ອງເທິງຕຽງແດ່
ຊຶ້ ຫຼື ຫາອຸປະກອນເສີມທີ່ຈະເຮັດໃຫ້ສາມີຂອງທ່ານປະທັບໃຈ ແລະ ຕື່ນເຕັ້ນຕະຫຼອດ: ຊຸດນອນໃໝ່, ໂລຊັ້ນບຳລຸູງນ້ອງສາວ, ອາຫານເສີມ, ນຳ້ຫອມກິ່ນໃໝ່, ທຽນຫອມ ແລະ ອື່ນໆ

5.  ຍ້ອນຜູ້ຍິງບໍ່ສາມາດສະໜອງໃຫ້:  ຜູ້ຊາຍຫຼາຍຄົນມັກຫຼົງທາງຍ້ອນເວລາທີ່ເມຍຖືພາ ແລ້ວມີຫຍັງກັບໂຕເອງບໍ່ໄດ້ຈັ່ງອອກໄປຫາກິນທາງນອກ ອັນນີມັນບາບເດີ້ ບາບລູກບາບເມຍ ເພາະເວລາເມຍຖືພາແມ່ນເວລາທີ່ເຈົ້າທໍລະມານເມຍທີ່ສຸດ ຢ່າລືມວ່າລູກ ແລະ ພາລະທີ່ເຂົາແບກໜັກໆນັ້ນແມ່ນລູກຂອງເຈົ້າ. ສ່ວນຜູ້ຍິງກະມີທາງແກ້ຄື ຊອກຊື້ອະໄວຍະວະເພดປອມມາໃຫ້ຜົວໂລດຖ້າບໍ່ຢາກໃຫ້ຜົວໄປຫາເລັມທາງນອກ ມັນບໍ່ແມ່ນເລື່ອງໜ້າອາຍ ແຕ່ຜູ້ຊາຍເຂົາຕ້ອງໄດ້ລະບາຍ

ທັງໝົດທີ່ກ່າວມາເປັນສາເຫດຫຼັກໆ ສ່ວນວ່າໃຜມີຄວາມເຊື່ອທາງສັນຍະສາດກໍ່ໄປຕາມວິທີທີ່ໂຕເອງເຊື່ອເນາະ ແອດວ່າຄົນຈະຮັກກັນຖ້າບໍ່ຢາກຢູ່ລະກະໄປໂລດ



ຂໍຂອບໃຈ
ຂໍ້ມູນ: Kaomai

-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments