ທີ່ສຸດຂອງໂລກ! 5 ຄູ່ຫູທີສຸດຍອດໃນວົງການບ່ນເຕະ
ໃນໂລກລູກໜັງບານເຕະທີ່ມີຜູ້ຫຼິ້ນຢູ່ໃນສະໜາມ 11 ຄົນ ທຸກຄົນໃນທີມຕ້ອງຊ່ວຍກັນທຳໜ້າທີ່ໃຫ້ດີທີ່ສຸດ ເພື່ອເປົ້າໝາຍໃນການເອົາໄຊຊະນະໃຫ້ໄດ້ ແຕ່ວ່າ ໃນ 11 ຄົນນັ້ນຕ້ອງມີຄູ່ຫູ ທີ່ເປັນດາວເດັ່ນ ບໍ່ວ່າຈະເປັນເກມລຸກ ເກມຮັບ ຫຼືການສ້າງເກມຮ່ວມກັນໃນແດນກາງ ແລະນີ່ຄຶຄູ່ຫູທີ່ດີທີ່ສຸດໃນໂລກບານເຕະ
ຄິດເຕ່ຍໂນ ໂລນາໂດ-ເວນ ລູນີ
ກາລະຄັ້ງໜຶ່ງທີ່ ໂອທັບຟອດ ມີ 2 ດາວລຸ່ງທີ່ວ່າກັນວ່າດີທີ່ສຸດໃນໂລກໃນທີມດຽວກັນ ນັ່ນກໍຄື ຄິດເຕ່ຍໂນ ໂລນາໂດ ແລະ ເວນ ລູນີ
ທັງ 2 ຄົນມີບັນຫາກັນໃນບານໂລກ 2006 ຫຼັງຈາທື່ ໂລນາໂດ ມີສ່ວນເຮັດໃຫ້ ລູນີ ຖືກໃບແດງໄລ່ອອກຈາກສະໜາມ ເຮັດໃຫ້ຊືມວນຊົນຊາວເມືອງຜູ້ດີຕີຂ່າວວ່າ ໂລນາໂດ ຈະຕ້ອງຍ້າຍອອກຈາກ ແມນ ຢູ່ໄນເຕັດ ແທ້ໆ
ແຕ່ວ່າທຸກຢ່າງສວນທາງ ໂລນາໂດ ກັບ ລູນີ ກັບມາສ້າງຜົນງານຊ່ວຍກະໜໍ່າປະຕູໃຫ້ທີມ ປີສາດແດງ ໃນລະຫວ່າງປີ 2006-09 ໄປ 152 ປະຕູ ພ້ອມພາ ປີສາດແດງ ໄດ້ແຊມ ຟີເມີຍລີກ 3 ສະໄຫມ ແລະ ໄດ້ແຊມ UCL ອີກ 1 ສະໄຫມ ກ່ອນ ໂລນາໂດ ຈະຍ້າຍໄປຮ່ວມທັບ ເລວ ມາກລິດ ໃນປີ 2009
ໂລນາດິນໂຍ-ຊາມູເອວ ເອໂຕ້
ນີ່ຄືຄູ່ກອງໜ້າທີ່ກອງຫຼັງຄູ່ແຂ່ງຕ້ອງຄິດໜັກທີ່ຈະຢຸດເຂົາຢູ່ ທັງ 2 ຄົນເປັນແກນຫລັກ ໃຫ້ກັບ ບາເຊໂລນາ ໃນຢຸກຂອງ ແຟງ ໄລກາດ
ໂດຍ ໂລນາດິນໂຍ ກັບ ເອໂຕ້ ຊ່ວຍກັນສ້າງປະຕູ້ ແລະພາ ບາເຊໂລນາ ໄດ້ແຊມເປັນວ່າຫຼິ້ນ ນອກຈາກນີ້ທັງສອງຍັງພາ ບາຊາ ໄດ້ແຊມ UCL ແລະແຊມສະໂມສອນໂລກແດ່
ດ້ວຍຟອມການຫຼີ້ນລະດັບເທບ ໂລນາດິນໂຍ ເຮັດໃຫ້ເຂົາໄດ້ຮັບລ້າງວັນ ຟີຟ່າ ບາລັງດໍ ອີກ ນອກຈາກນີ້ ເອໂຕ ແລະ ເຍີນນ້ອຍ ຍັງພາກັນ ພາ ບາເຊໂລນາ ໄດ້ ແຊມຮ່ມກັນໄດ້ເຖິງ 13 ລາຍການ ຊຶ່ງຊ່ວຍກາລັນຕີຄວາມຢອດຢຽມຂອງຄູ່ຫູນີ້ໄດ້ເປັນຢ່າງດີ
ສະຕີເວັນ ເຈີລາດ-ເຟີນານໂດ ຕໍເລດ
ການຈັບຄູ່ກັນຂອງ 2 ຄູ່ຫູ ຕ່າງສັນຊາດ ແຕ່ເຄມີລູກໜັງຊ່າງຕົງກັນຫຼາຍ ຈຸດເລີ່ມຕົ້ນເລີ່ມຈາກ ລາຟາ ເບນີເຕດ ຜູ້ຈັດການທີມ ລິເວີພູ ໃນຕອນນັ້ນໄດ້ຊື່ ເຟີນາໂດ ຕໍເລດ ກອງໜ້າທີມຊາດ ສະເປນ ມາຮ່ວມທີມໃນປີ 2007 ພ້ອມຕິດຕັ້ງລະບົບ 4-2-3-1 ວາງ ເຈີລາດ ເປັນກອງກາງຕົວຕໍ່າ ແລະໃຫ້ ຕໍເລດ ເປັນໜ້າເປົ້າ
ທັງສອງຄົນຊ່ວຍກັນຖະລົມປະຕູ້ເປັນວ່າຫຼີ້ນ ຈົນກອງກາງຝ່າຍຕົງຂ້າມຕ້ອງຄິດໜັກພໍສົມຄວນ ເມື່ອເຫັນຊື່ທັງສອງຄົນນີ້ຂື້ນມາພ້ອມລົງສະໜາມນຳກັນ ເຈີລາດ ຈ່າຍ ຕໍເລດ ຍິງ ຖານັດຕາແຟນບານ ຫົງແດງ ຫຼາຍ
ສຸດທ້າຍ ຕໍເລດ ກໍ່ໄດ້ຕັດສິນໃຈຍ້າຍໄປຫຼີ້ນໃຫ້ ເຊວຊີ ໃນເວລາຕໍ່ມາ ເຮັດໃຫ້ ແຟນບານ ເດີຄອບ ຕ່າງຄິດຮອດ ທັງສອງຫຼາຍ
ອັນເດ ປຽຍໂລ-ເຈນນາໂລ ກັນຕູໂຊ
ນີ່ຄືຄູ່ກອງກາງທີ່ດີທີສຸດຂອງວົງການບານເຕະ ອີຕາລີ ຢຸກໃໝ່ ທີ່ສວຍສົດງົດງາມ ຄາດສິດ ແລະຄວາມດຸດັນ ແຮງກ້າ ເຊິ່ງໃນຢຸດທີ່ ເອຊີ ມິລານ ຄອງຄວາມຍິ່ງໃຫຍ່ທັງໃຍລີກ ແລະ ບານຢູໂລບ ທັງສອງລ້ວມມີບົດບາດສຳຄັນ ນອກຈາກໃນໜາມສະໂມສອນແລ້ວທັງສອງຄົນຍັງພາທີມຊາດ ອີຕາລີ ໄດ້ແຊມບານໂລກ ຢ່າງຍີ່ງໃຫຍ່
ທັງສອງຮູ້ຕຈັກກັນມາຕັ້ງແຕ່ຍັງເປັນເຍົາວາຊົນ ເຊິ່ງກິນເວລາຫຼາຍ 20 ປີ ເຮັດໃຫ້ເປັນເຫດຜົນທີ່ວ່າເຂົາເຮັດຮ່ວມກັນເປັນຢ່າງດີ
ນອກຈາກນີ້ທັງສອງຍັງມີວິລະກຳໜັກຫຼາຍ ຖ້າວ່າບໍ່ສະນິດກັນແທ້ໆ ຄົງບໍ່ກ້າອຳກັນໜັກຂະໜາດນີ້ ເຊິ່ງ ປຽຍໂລ ໄດ້ເຜີຍຜ່ານໜັງສືຊີວະປະວັດຂອງຕົນເອງວ່າ ກັນຕູໂຊ ເຄີຍເອົາຊ່ອມໄຫລແທງໝູ່ຮ່ວມທີມມາແລ້ວ ແລະເຂົາເອງກາເປັນໜຶ່ງຄົນທີ່ຖືກແທງ ເຊິ່ງນັ່ນກໍບໍ່ຊ່ວຍໃຫ້ ປຽຍໂລ ເລີກອຳ ກັນຕູໂຊ ແຕ່ຢ່າງໃດ
ກາເລດ ປູໂຍ-ເຄລາດ ປີເກ້
ເກມລຸກທີ່ດີມີ່ສຸດ ຄື ເກມຮັບທີ່ດີທີສຸດ ແຕ່ສຳຫລັບ ບາເຊໂລນາ ໃນຢຸກຂອງ ເປັບ ກວາດີໂອລາ ນັ້ນມີທັງເກມລຸກທີ່ດີທີ່ສຸດ ໃນໂລກ
ເກມລຸກນັ້ນນຳໂດຍ ເລໂອເນວ ເມັດຊີ ສ່ວນເກມຮັບທີ່ແຂ້ງແກ່ງແມ່ນຄູ່ຫູປະການຫຼັງ ກາເລດ ປູໂຍ-ເຕລາດ ປີເກ ນັ້ນເອງ
ທັງສອງຄົນ ເປັນແນວຮັບທີ່ແຂ້ງແກ່ງແລ້ວ ຍັງມີຄາແລກເຕີຄວາມເປັນຜູ້ນຳສູງ ໂດຍສະເພາະ ປູໂຍ ຜູ້ເປັນກອງຫຼັງກັບຕັນທີມອີກດ້ວຍ
ໂດຍ ບາຊາ ໃນຢຸກນັ້ນຖືວ່າເປັນຊຸດທີ່ດີທີ່ສຸດເລີຍກໍ່ວ່າໄດ້ ທີ່ສາມາດຄວ້າແຊມທຸກລາຍການໃນໂລກໃບນີ້ໄດ້
ຂອບໃຈຂໍ້ມູນຈາກ : 90min
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.








Comments
Post a Comment