ໄຟໄໝ້ສາງເກັບເຄື່ອງຢູ່ໄຟແດງດົງໂດກ ໃຊ້ເວລາກວ່າ 5 ຊົ່ວໂມງຈຶ່ງສາມາດດັບໄດ້


ລາຍງານຈາກ ໜ່ວຍກູ້ຊີບອົງການກາແດງລາວ 1625 ໃຫ້ຮູ້ວ່າ ໃນວັນທີ24/11/2017 ເວລາ 02:15 ນາທີ ໄດ້ເກີດເຫດໄຟໄໝ້ສາງເກັບເຄື່ອງຂະໜາດໃຫ່ຍຢູ່ທີ່ບ້ານ ສະພັງໝຶກ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ແຖວໄຟແດງດົງໂດກ.
ໄຟໄດ້ລຸກໄໝ້ຢ່າງແຮງເຈົ້າໜ້າທີ່ຕຳຫຼວດສະກັດກັ້ນອະຄີໄຟແລະໜ່ວຍກູ້ໄພໄດ້ລະດົມສີດນຳ້ໃສ່ບ່ອນເກີດເຫດດັ່ງກ່າວໃຊ້ເວລາກ່ວາ 5 ຊົ່ວໂມງຈຶ່ງສາມາດສະກັ້ນເພີງໄວ້ໄດ້ສ່ວນສາເຫດທີ່ເຮັດໃຫ້ເກີດໄຟໄໝ້ໃນຄັ້ງນີ້ແມ່ນຍັງຢູ່ໃນການສືບສວນສອບສວນຂອງເຈົ້າໜ້າທີ່.
ອັກຄີໄພຄັ້ງນີ້ ບໍ່ມີລາຍງານຜູ້ບາດເຈັບ ຫຼື ເສຍຊີວິດ. ເຕືອນໄພໃຫ້ທຸກຄົນໃຫ້ລະມັດລະວັງ ເພາະອັກຄີໄພເກີດຂຶ້ນໄດ້ທຸກເວລາ. ໃຫ້ໝັ່ນກວດກາເຄື່ອງໃຊ້ໄຟຟ້າ, ອຸປະກອນໄຟຟ້າ ແລະ ສາຍໄຟຟ້າ ຫາກວ່າມັນເກົ່າ ຫຼື ເປເພ ໃຫ້ສ້ອມແປງແລະ ປ່ຽນຖ່າຍທັນທີ.















ຂອບໃຈຂໍ້ມູນຈາກ : ໂທລະໂຄ່ງ
ແລະຮູບພາບຈາກ: ໜ່ວຍກູ້ຊີບອົງການກາແດງລາວ 1625

-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments