5 ວິທີສ່ວນໃຫ້ເຈົ້າເປັນຜູ້ນຳໄດ້




1. ການເຮັດວຽກຮ່ວມກັນ:​
ເຮົາບໍ່ສາມາດເຮັດວຽກຄົນດຽວໄດ້ ເພາະທຸກສິ່ງເຄື່ອນໄຫວໄປໄວເກີນກວ່າທີ່ຄົນເກັ່ງພຽງຄົນດຽວຈະຮັບມືໄດ້ທັງຫມົດອົງກອນ ຈຶ່ງຕ້ອງມີຄວາມຄ່ອງໂຕໃນການເຮັດວຽກ ແລະ ການສື່ສານລະຫວ່າງຜູ້ຮ່ວມງານຢູ່ສະເຫມີ ຄວາມໂປ່ງໃສສ້າງຄວາມຫນ້າເຊື່ອຖືໄດ້ ຖ້າເຮົາຮູ້ສຶກເຊື່ອມໂຍງກັບທີມຂອງເຮົາ ແລະ ໃສ່ໃຈໃນສິ່ງທີ່ພວກເຂົາເຮັດ ລວມເຖິງສະຫວັດດີການທີ່ໄດ້ຮັບຢ່າງແທ້ຈິງ ພວກເຂົາຍ່ອມເຕັມໃຈຮ່ວມເຮັດພາລະກິດກັບເຮົາດ້ວຍເຫດຜົນງ່າຍໆວ່າຄວາມຮູ້ສຶກຜູກພັນ ແລະ ຄວາມຮັບຜິດຊອບຕໍ່ສິ່ງຫນຶ່ງທີ່ມາຈາກການລົງແຮງຊ່ວຍກັນສ້າງຂື້ນມານັ້ນເອງ, ເລົ່າກ່າວໄວ້ວ່າ ຜູ້ນໍາທີ່ດີທີ່ສຸດ ຄືຄົນທີ່ທຸກຄົນເກືອບບໍ່ຮູ້ວ່າເຂົາມີໂຕຕົນຢູ່ ເມື່ອງານສໍາເລັດລຸລ່ວງທຸກຄົນກໍ່ຈະຄິດວ່າພວກເຂົານີ້ແຫລະທີ່ຊ່ວຍກັນເຮັດວຽກນັ້ນຈົນສໍາເລັດ ນີ້ແຫລະຄືໂຕຊີ້ວັດທີ່ແທ້ຈິງຂອງການເຮັດວຽກຮ່ວມກັນເປັນທີມຢ່າງມີປະສິດທິພາບ

2. ວິໄສທັດ: ​
ນັກປັດສະຍາຊາວອາເມລິກາEric Hofferກ່າວວ່າ (ຜູ້ນໍາຕ້ອງຕິດຕາມຫລັກຄວາມຈິງ ແຕ່ຕ້ອງສື່ສານດ້ວຍວິໃສ ແລະ ອຸດົມຄະຕິ) ແລະ ຜູ້ນໍາທີ່ຫນ້າເຊື່ອຖືກໍ່ສາມາດຊ່ວຍເຮັດໃຫ້ສິ່ງນາມມະທໍາເຫລົ່ານັ້ນກາຍເປັນຈິງຂື້ນມາໄດ້ເຊັ່ນກັນ ຢ່າງໃດກໍ່ຕາມຜູ້ນໍາຈະຕ້ອງມີວິໃສທັດທີ່ຈະພາອົງກອນໄປໃນເສັ້ນທາງທີ່ປະສົບຄວາມສໍາເລັດໃນອະນາຄົດ ໃນຄະນະດຽວກັນ ກໍ່ຕ້ອງຄອຍບໍລິຫານອົງກອນຢ່າງມີເປົ້າຫມາຍ ແລະ ເປັນໄປໄດ້ແທ້ສອດຄ່ອງກັນໄປພ້ອມ


3. ການເອົາໃຈໃສ່:​
ມະນຸດທຸກຄົນລ້ວນມີຂໍ້ບົກພ່ອງ ແລະ ຕ້ອງເຄີຍປະສົບກັບມື້ທີ່ລົ້ມເຫລວມາແດ່ ຜູ້ນໍາທີ່ດີຕ້ອງຕະຫນັກໄວ້ວ່າຄົນໃນທີມກໍ່ຄືຄົນທໍາມະດາຄົນຫນຶ່ງ ບໍ່ແມ່ນຫຸ່ນຍົນ ຢ່າພຽງແຕ່ມຸ້ງຫວັງໃຫ້ໄດ້ຜົນລັບອອກມາດີທີ່ສຸດເທົ່ານັ້ນ ຈົ່ງໃຫ້ໃຈກັບພວກເຂົາພ້ອມ ນັ້ນແຫລະທີ່ຈະເຮັດໃຫ້ທີມຮູ້ສຶກຮັກ ແລະ ຮ່ວມເຮັດວຽກເພື່ອອົງກອນຢ່າງມີປະສິດທິພາບ ການເອົາໃຈໃສ່ຜູ້ອື່ນໃນແບບທີ່ເຮົາຕ້ອງການໃຫ້ຜູ້ອື່ນເອົາໃຈໃສ່ເຮົາເປັນຫລັກສາກົນທີ່ໃຊ້ກັນມາຫລາຍກວ່າ 2,000 ປີແລ້ວ ຖ້າເຮົາສາມາດສ້າງວັດທະນະທໍາການເຄົາລົບ ແລະ ໄວ້ວາງໃຈກັນໄດ້ ອົງກອນຂອງເຮົາຈະສາມາດກ້າວໄປໄດ້ໄກຢ່າງແນ່ນອນ ເພາະເຮົາທຸກຄົນອາດມີບົດບາດທີ່ແຕກຕ່າງກັນ ແຕ່ລ້ວນມີຄ່າເທົ່າທຽມກັນ ດັ່ງນັ້ນ ຈຶ່ງຄວນໄດ້ຮັບການເຄົາລົບ ແລະ ປະຕິບັດຢ່າງເທົ່າທຽມເຊັ່ນກັນ

4. ສ້າງສົມດຸນໃນຕົນເອງ:
ຜູ້ນໍາທີ່ຫນ້າເຊື່ອຖືຈະຕ້ອງມີຄວາມຫນັກແຫນ້ນ ແລະ ມີຄວາມສົມດຸນໃນໂຕເອງ ພວກເຂົາມັກຈະມີສິ່ງທີ່ກະຕຸ້ນໃຫ້ເກີດວິໃສທັດີ່ກວ້າງໄກ ພ້ອມໃຫ້ຄວາມສໍາຄັນກັບບໍລິສັດ ແລະ ພະນັກງານມາກ່ອນຄວາມຕ້ອງການຂອງໂຕເອງສະເຫມີ ເພື່ອຈະເຮັດວຽກໃຫ້ຜູ້ອື່ນໄດ້ຢ່າງມີປະສິດທິພາບເຮົາຈຶ່ງຕ້ອງພັດທະນາຕົນເອງໃຫ້ມີປະສິດທິພາບເສຍກ່ອນ ເພາະນີ້ຄືໂຕຊີ້ວັດການເປັນຜູ້ນໍາທີ່ຈິງໃຈ ດັ່ງນັ້ນ ຜູ້ນໍາທຸກຄົນຈະຕ້ອງມີພື້ນຖານຊີວິດທີ່ດີກ່ອນ ຈຶ່ງຈະສາມາດບໍລິຫານການເຮັດວຽກໃນໂລກສະໄຫມໃຫມ່ນີ້ໄດ້ ເພາະການມີວິໃນໃນທຸກເລື້ອງຖືວ່າມີຄວາມສໍາຄັນຢ່າງຫລາຍ ເມື່ອເຮົາຕ້ອງເປັນຜູ້ນໍາຄົນອື່ນ

5. ຈະລິຍະທໍາ:
ຖ້າປາດສະຈາກຄຸນະທໍາແລ້ວ ເຮົາກໍ່ເຫມືອນຄົນໂຕເປົ່າ ແລະ ມັນບໍ່ແມ່ນສິ່ງທີ່ຊື້ຫາໄດ້ ບໍ່ວ່າຈະລວຍລົ້ນຟ້າປານໃດກໍ່ໄຮ້ຄ່າ ຖ້າເຮົາບໍ່ມີຄຸນນະທໍາ ແລະ ຈະລິຍະທໍາ ນີ້ຄືຄໍາກ່າວຂອງນັກທຸລະກິດຊາວອະເມລິກາ Henry Cravisມັນອາດຈະເບິ່ງຮຸນແຮງ ແລະ ກົງໄປແດ່ ແຕ່ເຮົາທຸກຄົນລ້ວນຮູ້ວ່າມັນຄືຄວາມຈິງ ການມີຈະລິຍະທໍາໃນທຸກລະກິດອາດຈະເປັນເລື້ອງທີ່ຂ້ອນຂ້າງຈະຫົວໂບຮານ ມີພຽງບໍ່ທໍ່ໃດຄົນທີ່ບໍ່ເລືອກຍ່າງຢູ່ບົນເສັ້ນທາງແຫ່ງຜົນປະໂຫຍດຈົນລໍາລຶກໄປເລື້ອຍໆ ການຫນັກແຫນ້ນໃນຈຸດຢືນຂອງໂຕເອງຕັ້ງແຕ່ຕົ້ນຈະເຮັດໃຫ້ເຮົາ ແລະ ຜູ້ອື່ນບໍ່ຕ້ອງພົບເຈິກັບຄວາມຫາຍະນະໃນອະນາຄົດໄດ້ ແນ່ນອນວ່າການຄຸນະທໍາບໍ່ແມ່ນເລື້ອງງ່າຍເລີຍ ແຕ່ກໍ່ເປັນເສັ້ນທາງທີ່ສົມບູນ ແລະ ຢັ້ງຍືນກວ່າ ດັ່ງນັ້ນ ຈະເລີ່ມຕົ້ນສ້າງຄຸນະ ທໍາກັບໂຕເອງດວ້ຍເລື່ອງງ່າຍໆໃນການຮັກສາຄໍາເວົ້ານີ້ແຫລະ

ຂໍ້ມູນ: http://l3lack-jim.com/?p=873
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.



Comments