ຂ່າວໃໝ່ ເຫດຄາດຕະກຳຢູ່ຫຼັກ 6 ໃກ້ຫໍປະຊຸມແຫ່ງຊາດ ເປັນຫຍັງຕ້ອງເຮັດແບບນີ້



09 11 2017 ເວລາ 08:30 ນາທີເຫດຄາດຕະກຳຍັງບໍ່ຮູ້ສາເຫດຢູ່ຫຼັກ6ຫໍປະຊູມແຫ່ງຊາດ


ທີມງານໄດ້ຮັບແຈ້ງຈາກໜ່ວຍກູ້ໄພມ ມູນນິທິ ຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປລາວ ມີເຫດຄົນເສຍຊີວິດຢູ່ຫຼັກ 6 ຫໍປະຊຸມແຫ່ງຊາດ


ຫຼັງຈາກອາສາສະໝັກໄປເຖິງທີ່ເກີດເຫດພົບຜູ້ເສຍຊີວິດ 1 ຄົນເປັນເພດຊາຍ ອາຍຸປະມານ 35-40 ປີ ນອນເສຍຊີວິດຢູ່ບໍລິເວນປ່າຫຍ້າແຄມທາງ



ຈາກການກວດສອບເບື້ອງຕົ້ນພົບວ່າ ຮ່າງກາຍມີບາດແຜຈາກຂອງມີຄົມ ແລະ ບໍລິເວນໃກ້ຄຽງຜູ້ເສຍຊີວິດມີຄາບເລືອດຫຼາຍຈຸດ



ຄະດີນີ້ຕ້ອງລໍຖ້າເຈົ້າໜ້າທີ່ເກັບກຳຂໍ້ມູນຫຼັກຖານ ຫາກມີຂໍ້ມູນໃໝ່ຈະແຈ້ງໃຫ້ທ່ານຮູ້ທັນທີ

ຂອບໃຈ: pakseonline

-----------------------------------
ລາວຮ໋ອດຮິດ See New. Hear New. Feel New.


Comments