ນີ້ແຫຼະສັງຄົມຢາກໄດ້ຍິນ!! ເກັບຄ່າທຳນຽມ 7 ວັນ ເກັບເງິນໄດ້ເຖິງ 1.2 ຕື້ກີບ
ການເປີດການນຳໃຊ້ລະບົບທັນສະໄໝໃນການເກັບຄ່າທຳນຽມທາງ ເປັນການສ້າງຄວາມໂປ່ງໃສ ແລະສາມາດກວດສອບໄດ້ ແລະການເກັບລາຍຮັບເຂົ້າງົບປະມານແຫ່ງລັດມີຄວາມຖືກຕ້ອງຕາມເວລາ ແລະຖືກກັບມູນຄ່າໂຕຈິງ. ໃນຂະນະທີ່ເປີດນຳໃຊ້ລະບົບດັ່ງກ່າວໄດ້ພຽງແຕ່ 7 ວັນ (ວັນທີ່ 26 ຕຸລາ ເຖິງ ວັນທີ່ 1 ພະຈິກ) ແມ່ນສາມາດເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ເຖິງ 1.2 ຕື້ກີບ
ທ່ານ ກົງຄຳ ສິດທິວໍລະດາ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ໃຫ້ສຳພາດກັບທິມຂ່າວການເງິນໃນ ວັນທີ່ 2 ພະຈິກ ນີ້ວ່າ ອີງຕາມການລາຍງານຈາກ ທຄຕລ ກ່ຽວກັບໜ່ວຍບໍລິການມີທັງໝົດແມ່ນ 400 ຈຸດທົ່ວຂອບເຂດປະເທດ ແລະຢູ່ເຂດຫ່າງໄກສອກຫຼີກ 200 ຈຸດ (Bcom). ນອກຈາກນີ້, ຍັງມີໜ່ວຍບໍລິການເຄື່ອນທີ່ຂອງ ທຄຕລ (ລົດຕູ້ເຄື່ອນທີ່) ປັດຈຸບັນການນຳລະບົບທັນສະໄໝເກັບຄ່າທຳນຽມທາງ ໃນເບື້ອງຕົ້ນ ສາມາຊຳລະຜ່ານ 3 ຊອງທາງຄື: 1) ຊຳລະຜ່ານຕູ້ ATM. 2) ຊຳລະຜ່ານ Application BCEL One. 3) ຊຳລະຜ່ານເຄົາເຕີ້ບໍລິການຂອງ ທຄຕລ ແລະໃນຂັ້ນຕອນຕໍ່ໄປທາງ ທຄຕທ ຈະສືບຕໍ່ພັດທະນາລະບົບໃຫ້ສາມາດຊຳລະຜ່ານຕູ້ບໍລິການອັດຕະໂນມັດ ແລະຕົວແທນໂອນເງິນດ່ວນຊຸມຊົນ ຫຼື Bcom ຂອງ ທຄຈລ.
ອີງຕາມສະຖິຕິການມາຂຶ້ນທະບຽນຍານພາຫະນະທົ່ວປະເທດຈາກກົມຂົນສົ່ງມີພາຫະນະທັງຫມົດ 1.8 ພັນຄັນ. ພຽງເປີດນຳໃຊ້ລະບົບທັນສະໄໝເກັບຄ່າທຳນຽມທາງພຽງ 7 ວັນ (ວັນທີ່ 26 ຕຸລາ ເຖິງ ວັນທີ່ 1 ພະຈິກ) ແມ່ນສາມາດເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ເຖິງ 1.2 ຕື້ກີບ, ຖ້າຫາກວ່າການຈັດຕັ້ງເກັບຄ່າທຳນຽມທາງ ປະຈຳປີ 2017 ສຳເລັດຕາມການກຳນົດຕາມເວລາດັ່ງກ່າວຄື ນັບແຕ່ເດືອນ ຕຸລາ 2017 ຫາ ເດືອນ ມີນາ 2018 ຈະສ້າງລາຍຮັບໃຫ້ແກຮຂະແໜງສ່ວຍສາອາກອນປະມານ 50 ຕື້ກີບ
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.




Comments
Post a Comment