ປິດຕຳນານ "ຊານ ແມນສັນ" ຂ້າໂຫດ 7 ສົບ (ກົດອ່ານປະຫວັດຂອງ ຊານ ແມນສັນ)
ຫຼັງໃຊ້ຊີວິດໃນຄຸກມາຫຼາຍກວ່າ 40 ປີ ຊານ ແມນສັນ ເຈົ້າລັດທິສັງຫານໂຫດທີ່ມີຊື່ສຽງທີ່ສຸດໃນຊ່ວງປາຍຊຸມປີ 1960 ເສຍຊີວິດລົງແລ້ວໃນໄວ 83 ປີ.
ລາຍງານຈາກກົມລາຊະທັນແຄລິຟໍເນຍລະບຸວ່າ ຊານ ແມນສັນ (Charles Manson) ເສຍຊີວິດຕາມທຳມະຊາດ ເມື່ອວັນອາທິດທີ່ຜ່ານມາ (19 ພະຈິກ 2017) ປິດຕຳນານລັດທິສະຫຍອງຂວັນອັນມີຊື່ສຽງໃນໄວ 83 ປີ.
ແມນສັນເປັນເຈົ້າຂອງຄວາມຄິດເບື້ອງຫຼັງການຄາຕະກຳຢ່າງໂຫດຫ້ຽມໃນເດືອນສິງຫາ ປີ 1969 ເຖິງແມ່ນບໍ່ເຄີຍລົງມືເອງ ແຕ່ຜູ້ຕິດຕາມແມນສັນທີ່ເອີ້ນວ່າເປັນ "ຄອບຄົວແມນສັນ" (Manson Family) ໄດ້ພາກຊີວິດໄປທັງໝົດ 7 ສົບ. ໜຶ່ງໃນນັ້ນແມ່ນພັນລະຍາທີ່ກຳລັງຖືພາຂອງຜູ້ກຳກັບຊື່ດັງ ໂຣມັນ ໂປລັນສະກີ້ (Roman Polanski).
ຈາກຊີວິດໄວເດັກທີ່ບໍ່ມີໃຜຕ້ອງການໃນອິນເດຍນາ, ແມນສັນເຄີຍຖືກແມ່ແທ້ໆຂາຍຕົນເອງ ເພື່ອແລກກັບເບຍບໍ່ພໍເທົ່າໃດແກ້ວ. ແຕ່ລຸງຂອງແມນສັນໄປຮັບກັບມາໃນພາຍຫຼັງ, ທັງຍັງເຄີຍຖືກສົ່ງໄປສະຖານລ້ຽງເດັກກຳພ້າ ແລະໃຊ້ຊ່ວງເວລາໄວໜຸ່ມເຂົ້າໆ ອອກໆ ຄຸກຈາກການກໍ່ອາຊະຍາກຳຢູ່ສະເໝີ ໂດຍມີບັນທຶກວ່າ ແມນສັນມີອາການທາງຈິດ.
ຈົນກະທັ້ງປີ 1967 ເມື່ອແມນສັນພົ້ນໂທດ ກໍບອກຜູ້ຄຸມວ່າ ບໍ່ອາດອອກໄປຂ້າງນອກໄດ້ອີກແລ້ວ. ແນວໃດກໍຕາມ ແມນສັນກໍໄດ້ຮັບອິດສະຫຼະ ແລະ ຍ້າຍໄປຢູ່ຊານຟຣານຊິສໂກ.
ໃນຊ່ວງປີ 1967-1968 ທີ່ກະແສຮິບປີ້ຮຸ່ງເຮືອງ, ແມນສັນເຊິ່ງມີຄວາມສາມາດດ້ານດົນຕີໄດ້ພົວພັນກັບຄົນໃນວົງການເພງເຊັ່ນວົງ The Beach Boys. ແມນສັນ ແລະ ເພື່ອນຕັ້ງກຸ່ມໃຊ້ຢາເສບຕິດ ແລະເລີ່ມມີຜູ້ຕິດຕາມທີ່ມັກ ແລະ ເຫັນແມນສັນວ່າເປັນຜູ້ນຳທາງຈິດວິນຍານ ດ້ວຍການເວົ້າເຖິງພະເຈົ້າ, ຜີສາດ, ສົງຄາມ ແລະ ວັນສິ້ນໂລກ. ກະທັ້ງສາມາດຂ້າຄົນໄດ້ຕາມຄຳສັ່ງຂອງແມນສັນ.
ເລີ່ມຕຳນານສັງຫານໂຫດ
ການຄາຕະກຳຄັ້ງທຳອິດເກີດຂຶ້ນໃນເດືອນກໍລະກົດປີ 1969 ພຽງສົບດຽວ. ແຕ່ເດືອນຕໍ່ມາການສັງຫານໂຫດກໍເລີ່ມຂຶ້ນທີ່ເຮືອນຂອງ ໂຣມັນ ໂປລັນສະກີ້ ທີ່ໄປຕ່າງປະເທດໃນຊ່ວງນັ້ນ ໂດຍກຸ່ມສາວົກຂອງແມນສັນໄດ້ເຂົ້າໄປຄາຕະກຳ ຊາຣອນ ເທດ (Sharon Tate) ນັກສະແດງສາວຜູ້ເປັນພັນລະຍາທີ່ກຳລັງຖືພາ 8 ເດືອນດ້ວຍການແທງ 16 ຄັ້ງ ແລະ ຍັງຂ້າເພື່ອນຂອງນາງອີກ 3 ຄົນຢ່າງໂຫດຫ້ຽມ ກ່ອນຈະໜີໄປ.
ແລງມື້ຕໍ່ມາ ກຸ່ມສາວົກຂອງແມນສັນລົງມືອີກຄັ້ງ ດ້ວຍການບຸກເຂົ້າໄປໃນເຮືອນ ແລະ ຂ້າຜົວເມຍອີກຄູ່ໜຶ່ງ ລວມທັງສອງຄືນ 7 ສົບ ມີບາດແຜຖືກແທງທັງໝົດ 169 ຄັ້ງ ແລະ ຖືກຍິງອີກ 7 ຄັ້ງ. ມີການຂຽນຄຳວ່າ pig ເທິງກຳແພງ ແລະ ປະຕູເຮືອນ ແລະ ໃຊ້ເລືອດຂຽນຄຳວ່າ Helter Skelter ເຊິ່ງເປັນເພງຂອງ The Beatles ທີ່ແມນສັນມັກ. ພາຍຫຼັງຜູ້ລົງມືໃຫ້ການວ່າ ເພາະແມນສັນຕ້ອງການກໍ່ສົງຄາມສີຜິວ ຈຶ່ງສ້າງຫຼັກຖານປ້າຍຄວາມຜິດໃຫ້ກັບກຸ່ມ Black Panthers.
ແມນສັນ ແລະ ຜູ້ຕິດຕາມຖືກຈັບໃນເດືອນຕຸລາ ປີ 1969 ຈາກຂໍ້ຫາລັກຊັບ ກ່ອນທີ່ໃນກຸ່ມຈະໃຫ້ການເຊື່ອມໂຍງມາເຖິງຕົວແມນສັນໃນຖານະຜູ້ນຳ. ແຕ່ເຖິງແມ່ນວ່າໃນຂະນະສອບສວນຄວາມຜິດ, ຄອບຄົວແມນສັນກໍຍັງຫົວ, ຮ້ອງເພງ ໄປຈົນເຖິງສະຫຼັກເຄື່ອງໝາຍ X ລົງເທິງໜ້າຜາກໃຫ້ກັນ. ນອກຈາກນີ້ Atkins ໜຶ່ງໃນສາວົກຍິງຂອງແມນສັນ ຍັງເຄີຍກ່າວກັບເພື່ອນນັກໂທດວ່າ ນາງລົງມືຂ້າ ຊາຣອນ ເທດ ແລະ ເພື່ອນເພາະພວກເຂົາ "ຢາກກໍ່ອາຊະຍາກຳທີ່ສາມາດເຮັດໃຫ້ຄົນໝົດໂລກຕື່ນຕະລຶງ".
ໃນຕອນທຳອິດ ຜົນການຕັດສິນອອກມາວ່າແມນສັນຕ້ອງຮັບໂທດປະຫານຊີວິດ ແຕ່ຫາກໍ່ມີການຍົກເລີກໂທດປະຫານຊີວິດໄດ້ບໍ່ດົນ ໂທດຂອງແມນສັນຈຶ່ງປ່ຽນເປັນການຈຳຄຸກຕະຫຼອດຊີວິດ ເຊິ່ງຄຳຂໍອະໄພຍະໂທດທັງໝົດ 12 ຄັ້ງຂອງແມນສັນຖືກປະຕິເສດ. ແຕ່ກໍຍັງມີຍິງສາວໄວ 26 ປີທີ່ຫຼົງໄຫຼແມນສັນ ຍື່ນເລື່ອງຂໍອະນຸຍາດແຕ່ງງານກັບເຂົາ ເຖິງວ່າຢູ່ໃນຄຸກມາຕະຫຼອດກໍຕາມ.
ເລື່ອງລາວຂອງແມນສັນຖືກນຳໄປຂຽນເປັນປຶ້ມອ່ານ, ສ້າງເປັນຮູບເງົາ ແລະ ລະຄອນເວທີອີກຫຼວງຫຼາຍ ເຊິ່ງຫຼ້າສຸດໄປປະກົດໃນລະຄອນຊີຣີຊື່ດັງຂອງສະຫະລັດ American Horror Story : Cult. ພ້ອມກັນນັ້ນ ສະຖານທີ່ກ່ຽວຂ້ອງກັບແມນສັນຍັງກາຍເປັນແຫຼ່ງທ່ອງທ່ຽວ ຈົນລັດທິສຸດສະຫຍອງຊັອກໂລກ ຜົນຜະລິດຈາກສັງຄົມປ່ວຍໄຂ້ຂອງອາເມລິກັນຊົນ ປັດຈຸບັນໄດ້ກາຍເປັນ "ປັອບຄັນເຈີ" ໃນທີ່ສຸດ.
ຂໍ້ມູນ: muan.sanook
-----------------------------------
ລາວຮ໋ອດຮິດ See New. Hear New. Feel New.













Comments
Post a Comment